leftcenterrightdel
ການນໍາກອງບັນຊາການເຫຼົ່າທັບເຮືອຕ້ອນຮັບທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານກະຊວງປ້ອງກັນປະເທດລົງຢ້ຽມຢາມ ແລະເຮັດວຽກ. ພາບ: ຮວ່າງຮ່າ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນຈັດຕະວາ ຟ້າມຮວ່າຍນາມ, ກໍາມະການສູນກາງພັກ, ຜູ້ບັນຊາການເຫຼົ່າທັບເຮືອໄດ້ລາຍງານໃຫ້ທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານຮັບຊາບກ່ຽວກັບສະພາບການລວມ ແລະບາງໝາກຜົນທີ່ພົ້ນເດັ່ນໃນການປະຕິບັດໜ້າທີ່ 3 ເດືອນຕົ້ນປີ 2018, ກໍ່ຄືບັນດາໜ້າທີ່ຈຸດສຸມຂອງເຫຼົ່າທັບໃນປີ 2018; ພ້ອມທັງຍົກອອກບາງຄໍາສະເໜີແນະ, ສະເໜີເພື່ອໃຫ້ເຫຼົ່າທັບເຮືອສືບຕໍ່ສໍາເລັດທຸກໆໜ້າທີ່ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນມອບໝາຍໃຫ້ເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຮວ່າງຮ່າ.

ທ່ານພົນເອກ ໂງຊວນລິກ ຮັບຮູ້, ຕີລາຄາສູງ ແລະຍ້ອງຍໍບັນດາຜົນງານ ເຊິ່ງພະນັກງານ, ນັກຮົບເຫຼົ່າທັບເຮືອບັນລຸໄດ້ໃນໄລຍະຜ່ານມາ; ຖືວ່ານີ້ແມ່ນບັນດາໝາກຜົນສໍາຄັນ, ສ້າງພື້ນຖານຢ່າງໝັ້ນຄົງເພື່ອໃຫ້ທົ່ວກອງທັບສືບຕໍ່ປະຕິບັດບັນດາໜ້າທີ່ທີ່ໄດ້ຮັບການມອບໝາຍໃນໄລຍະຈະມາເຖິງເປັນຢ່າງດີ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມຮວ່າຍນາມ ລາຍງານໃຫ້ທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານຮັບຊາບກ່ຽວກັບໝາກຜົນແຫ່ງການປະຕິບັດໜ້າທີ່ຂອງເຫຼົ່າທັບໃນໄລຍະຜ່ານມາ. ພາບ: ຮວ່າງຮ່າ.
leftcenterrightdel
ທ່ານພົນເອກ ໂງຊວນລິກ ແລກປ່ຽນກັບບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຮວ່າງຮ່າ.

ເພື່ອໃຫ້ເຫຼົ່າທັບເຮືອສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ປະຕິບັດສໍາເລັດທຸກໆໜ້າທີ່ທີ່ໄດ້ຮັບມອບໝາຍໃນໄລຍະຈະມາເຖິງເປັນຢ່າງດີ, ທ່ານພົນເອກ ໂງຊວນລິກ ໄດ້ຍົກອອກບັນດາທິດທາງພື້ນຖານສໍາລັບພະນັກງານ, ນັກຮົບທະຫານເຮືອ, ໃນນັ້ນເນັ້ນໜັກວ່າເຫຼົ່າທັບຕ້ອງສືບຕໍ່ຖືເປັນສໍາຄັນ ແລະປະຕິບັດວຽກງານສຶກສາອົບຮົມດ້ານການເມືອງແນວຄິດຢ່າງມີປະສິດທິຜົນ, ກໍ່ສ້າງພະນັກງານ, ນັກຮົບໃຫ້ມີຄຸນນະທາດດ້ານການເມືອງຢ່າງໝັ້ນຄົງ, ກຽມພ້ອມຮັບ ແລະປະຕິບັດສໍາເລັດທຸກໆໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ; ສືບຕໍ່ຜັນຂະຫຍາຍການປະຕິບັດບັນດາຄໍາສັ່ງ, ມະຕິຂອງພັກຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນມະຕິສູນກາງທີ 4 (ຊຸດທີ  XII) ກ່ຽວກັບ “ເພີ່ມທະວີການກໍ່ສ້າງ ແລະປັບປຸງພັກ; ສະກັດກັ້ນ, ຍູ້ຖອຍການເຊື່ອມທາດຂາດຄຸນກ່ຽວກັບແນວຄິດການເມືອງ, ຄຸນສົມບັດ, ວິຖີຊີວິດ, ບັນດາປະກົດການ “ການຜັນແປດ້ວຍຕົນເອງ”, “ການຫັນປ່ຽນດ້ວຍຕົນເອງ” ຢູ່ພາຍໃນ”, ຄຳສັ່ງ 05 ຂອງກົມການເມືອງກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ...

 

ແປໂດຍ: ຫງວຽນກຸກ