ທ່ານພົນເອກ Teng Savong ແຈ້ງໃຫ້ທ່ານພົນເອກ ໂງຊວນລິກ ຮັບຊາບບາງຈຸດຕົ້ນຕໍກ່ຽວກັບສະພາບການດ້ານເສດຖະກິດ, ການເມືອງ, ສັງຄົມຂອງກໍາປູເຈຍ ໃນປະຈຸບັນກໍ່ຄືໝາກຜົນແຫ່ງການຮ່ວມມືລະຫວ່າງກະຊວງພາຍໃນ ກໍາປູເຈຍ ແລະພະແນກກົດລັບລັດຖະບານຫວຽດນາມ ໃນໄລຍະຜ່ານມາ. ທ່ານພົນເອກ Teng Savong ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງຝ່າຍຫວຽດນາມ ສະຫງວນໃຫ້ກໍາປູເຈຍ ໃນດ້ານຕ່າງໆ, ໃນນັ້ນມີຂົງເຂດກົດລັບ.

leftcenterrightdel
 
leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ຕ້ອນຮັບທ່ານພົນເອກ Teng Savong, ລັດຖະມົນຕີຮັບຜິດຊອບກະຊວງພາຍໃນ ກໍາປູເຈຍ. ພາບ: ຮວ່າງຫວູ໊.

ສ່ວນທ່ານພົນເອກ ໂງຊວນລິກ ຊົມເຊີຍບັນດາຜົນງານເຊິ່ງກໍາປູເຈຍ ບັນລຸໄດ້ໃນບັນດາຂົງເຂດເສດຖະກິດ, ການເມືອງ, ສັງຄົມ. ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງຂະແໜງກົດລັບສອງປະເທດໃນໄລຍະຜ່ານມາ, ທ່ານພົນເອກ ໂງຊວນລິກ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຍູ້ແຮງການຮ່ວມມື, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການແລກປ່ຽນຄະນະຜູ້ແທນ, ບໍາລຸງສ້າງ, ຝຶກອົບຮົມພະນັກງານ, ຜ່ານນັ້ນປະກອບສ່ວນຮັດແໜ້ນສາຍພົວພັນສາມັກຄີ, ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງຫວຽດນາມ ແລະກໍາປູເຈຍ ກວ່າອີກ.

ທ່ານພົນເອກ ໂງຊວນລິກ ຢືນຢັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ຂະແໜງກົດລັບສອງປະເທດຮ່ວມມືຢ່າງມີປະສິດທິຜົນ, ຮັບໃຊ້ໃຫ້ພາລະກິດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຕ່ລະປະເທດ. 

ແປໂດຍ: ກວຽດເຕິມ