ທີ່ການເຮັດວຽກ, ທ່ານພົນຈັດຕະວາ ຫງວຽນວັນເກືອງ, ຜູ້ບັນຊາການກອງບັນຊາການປ້ອງກັນສຸສານປະທານ ໂຮ່ຈິມິນ, ຫົວໜ້າຄະນະຄຸ້ມຄອງສຸສານປະທານ ໂຮ່ຈິມິນ ໄດ້ລາຍງານໃຫ້ທ່ານພົນເອກ ໂງຊວນລິກ ແລະຄະນະປະຕິບັດງານຮັບຊາບກ່ຽວກັບໝາກຜົນພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງກົມກອງໃນໄລຍະຜ່ານມາ ແລະທິດທາງໜ້າທີ່ປີ 2018  ແລະຊຸມປີຕໍ່ໆໄປ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ແລະເຮັດວຽກຢູ່ເຂດປູຊະນີຍະສະຖານ K9. ພາບ: ຢຸຍຮົ່ງ.

ໃນໄລຍະຜ່ານມາ, ກອງບັນຊາການປ້ອງກັນສຸສານປະທານ ໂຮ່ຈິມິນ ໄດ້ປະຕິບັດບັນດາໜ້າທີ່ເຊິ່ງໄດ້ຮັບການມອບໝາຍໃຫ້ເປັນຢ່າງດີ, ພິເສດແມ່ນວຽກງານຄຸ້ມຄອງ, ຮັກສາສົບປະທານ  ໂຮ່ຈິມິນ;  ໝູນໃຊ້ບັນດາຜົນງານດ້ານວິທະຍາສາດເຕັກໂນໂລຢີເປັນຢ່າງດີ; ປ່ຽນແປງໃໝ່ວຽກງານຄຸ້ມຄອງ, ໂຄສະນາເຜີຍແຜ່, ແນະນໍາ ແລະຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບປອດໄພ. ສະນັ້ນ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດມາສຸສານໄວ້ອາໄລປະທານ ໂຮ່ຈິມິນ, ຢ້ຽມຢາມບັນດາເຂດປູຊະນີຍະສະຖານນັບມື້ນັບໄດ້ຮັບການເພີ່ມຂຶ້ນ...

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ປູກຕົ້ນໄມ້ທີ່ລະນຶກຢູ່ເຂດປູຊະນີຍະສະຖານ K9. ພາບ: ຢຸຍຮົ່ງ.

ເພື່ອປະຕິບັດສຳເລັດໜ້າທີ່ນັ້ນ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງຄະນະພັກ, ກອງບັນຊາການປ້ອງກັນສຸສານປະທານ ໂຮ່ຈິມິນ ໃນໄລຍະຈະມາເຖິງ, ສືບຕໍ່ເຮັດວຽກງານການສຶກສາອົບຮົມດ້ານການເມືອງແນວຄິດໃຫ້ພະນັກງານ, ນັກຮົບທຸກໆຄົນເຂົ້າໃຈແຈ້ງໜ້າທີ່ເປັນກຽດ ແລະສະຫງ່າລາສີນີ້ໃຫ້ເປັນຢ່າງດີ. ພ້ອມທັງ, ສົມທົບກັນຢ່າງແໜ້ນແຟ້ນກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະບັນດາກໍາລັງທີ່ກ່ຽວຂ້ອງປ້ອງກັນເຂດປູຊະນີຍະສະຖານ K9 ຢ່າງປອດໄພ.

ນະທີ່ນີ້, ທ່ານພົນເອກ ໂງຊວນລິກ ແລະບັນດາສະມາຊິກໃນຄະນະປະຕິບັດງານໄດ້ຖະຫວາຍທູບທຽນ, ວາງພວງມາລາອາໄລຫາປະທານ ໂຮ່ຈິມິນ; ທ່ານພົນເອກ ໂງຊວນລິກ ໄດ້ປູກຕົ້ນໄມ້ທີ່ລະນຶກ ແລະຢ້ຽມຢາມບາງກິດຈະກໍາ, ອະນຸສອນສະຖານກ່ຽວກັບປະທານ ໂຮ່ຈິມິນ ໃນເຂດປູຊະນີຍະສະຖານ K9.

 

ແປໂດຍ: ເຈິ່ນຮວ່ຽນ