ກ່າວຄໍາເຫັນໄຂກອງປະຊຸມ, ທ່ານພົນຕີ ເລວັນຮ່ວາງ, ເລຂາຄະນະພັກ, ຫົວໜ້າການເມືອງກົມໃຫຍ່ພະລາທິການເນັ້ນໜັກວ່າ: ຜູ້ບັນຊາການກົມໃຫຍ່ໄດ້ກໍານົດກອງປະຊຸມຝຶກອົບຮົມວຽກງານພັກ, ວຽກງານການເມືອງແມ່ນວຽກເຮັດງານທຳສໍາຄັນ ແລະຈຳເປັນທີ່ສຸດ, ແມ່ນໂອກາດເພື່ອໃຫ້ບັນດາສະຫາຍມີເງື່ອນໄຂສຳຜັດກັບເນື້ອໃນໃໝ່; ພ້ອມກັນຄົ້ນຄວ້າແລກປ່ຽນຖອດຖອນບົດຮຽນ, ປັບປຸງຄວາມຮູ້; ແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການຜັນຂະຫຍາຍປະຕິບັດຢູ່ກົມກອງຮາກຖານ.

ຜ່ານນັ້ນ, ເຫັນດີເປັນເອກະພາບເນື້ອໃນ, ວິທີການດໍາເນີນວຽກງານພັກ, ວຽກງານການເມືອງ. ເປັນພື້ນຖານເພື່ອໃຫ້ບັນດາສະຫາຍໄດ້ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ໄຫວພິບເຂົ້າໃນເງື່ອນໄຂຢູ່ກົມກອງຂອງຕົນ; ປະກອບສ່ວນຍົກສູງຄຸນນະພາບ, ປະສິດທິຜົນ; ຜົນສັກສິດໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງປີ 2018 ແລະຊຸມປີຕໍ່ໄປໃນກົມໃຫຍ່ພະລາທິການ.

leftcenterrightdel
ທ່ານພົນຕີ ເລວັນຮ່ວາງ, ຫົວໜ້າການເມືອງກົມໃຫຍ່ພະລາທິການກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຢຸຍແທ່ງ

ໃນ 5 ວັນດໍາເນີນກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງ, ຊາບຊຶມບັນດາຫົວເລື່ອງສະເພາະລວມມີ: ບົດຮຽນດໍາເນີນວຽກງານໂຄສະນາອົບຮົມຢູ່ກົມກອງຮາກຖານ; ການຈັດຕັ້ງ ແລະທັກສະ, ວິທີການເຄື່ອນໄຫວຂອງກໍາລັງ 47 ໃນກອງທັບ; ຂັ້ນຕອນການກະກຽມ ແລະການປະຕິບັດຕົວຈິງອະທິບາຍບົດຮຽນການເມືອງຢູ່ບັນດາກົມກອງກອງທັບ; ແນະນໍາດ້ານວິຊາການໃນວຽກງານກວດກາ, ຕິດຕາມກວດກາຂອງພັກ; ບາງເນື້ອໃນກ່ຽວກັບວຽກງານບຸກຄະລາກອນ ແລະວຽກງານນະໂຍບາຍພະນັກງານ; ກົດລະບຽບວຽກງານແຜນການ-ສັງລວມກ່ຽວກັບວຽກງານພັກ, ວຽກງານການເມືອງໃນກອງທັບ (ດັດແປງ ແລະເພີ່ມເຕີມ). ພິເສດ, ທີ່ກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາໄດ້ແລກປ່ຽນບົດຮຽນໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງລະຫວ່າງຜູ້ບັນຊາການກົມໃຫຍ່, ຫ້ອງການເມືອງກັບຜູ້ບັນຊາການ, ພະນັກງານຊຸດຝຶກອົບຮົມ.

 

ແປໂດຍ: ເຈິ່ນຮວ່ຽນ