ປີ 2017, ກົມໃຫຍ່ເຕັກນິກ ໄດ້ສຸມໃສ່ຜັນຂະຫຍາຍການປະຕິບັດບັນດາແຜນຮ່າງເຕັກນິກໃຫຍ່ຢ່າງມີຄຸນນະພາບ, ຮັບປະກັນອາວຸດຍຸດທະພັນເຕັກນິກໃຫ້ແກ່ໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ກູ້ໄພກູ້ຊີບ, ຝຶກຊ້ອມຢ່າງທັນການ, ຄົບຊຸດ, ມີຄຸນນະພາບ; ຂຸດຄົ້ນ, ເປັນເຈົ້າການ ແລະຮັບປະກັນເຕັກນິກໃຫ້ອາວຸດຍຸດທະພັນເຕັກນິກລຸ້ນໃໝ່ປະເພດຕ່າງໆ; ສືບຕໍ່ດັດແປງ, ຫັນອາວຸດເປັນທັນສະໄໝ ແລະຍົກສູງກໍາລັງຄວາມສາມາດຂອງບັນດາຮາກຖານຮັບປະກັນເຕັກນິກ, ຈັດສັນລະບົບສາງໃນທົ່ວກອງທັບ. ຂະແໜງເຕັກນິກເພີ່ມທະວີການກໍ່ສ້າງກຳລັງຫຼວງ, ປະຕິບັດລະບຽບວິໄນ, ຮັບປະກັນຄວາມປອດໄພ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ເປັນປະທານການເຮັດວຽກ. ພາບ: ຢຸຍຮົ່ງ

ປີ 2018, ກົມໃຫຍ່ເຕັກນິກກໍານົດໜ້າທີ່ຈຸດສຸມ ແລະບຸກທະລຸຈໍານວນໜຶ່ງຄື: ສືບຕໍ່ເປັນເສນາທິການ, ສະເໜີກັບຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດກ່ຽວກັບການຕີລາຄາ, ປະເມີນຜົນບັນດາໂຄງການຊື້ເຄື່ອງຂອງ, ຜະລິດດັດແປງ, ຫັນອາວຸດຍຸດທະພັນເຕັກນິກເປັນທັນສະໄໝ; ບັນດາໂຄງການ, ແຜນຮ່າງກ່ຽວກັບການຈັດຕັ້ງພະນັກງານບັນຈຸ ແລະຈັດສັນສາງ, ຮາກຖານສ້ອມແປງເຕັກນິກໃນທົ່ວກອງທັບ. ພ້ອມທັງ, ຍົກສູງຄຸນນະພາບໃນການຝຶກແອບດ້ານເຕັກນິກ ແລະກະກຽມຈັດຕັ້ງຝຶກຊ້ອມຢ່າງມີປະສິດທິຜົນ; ສືບຕໍ່ກວດກາ, ແກ້ໄຂອາວຸດຍຸດທະພັນເຕັກນິກຂັ້ນ 5 ຮັບປະກັນຖືກຕ້ອງຕາມຂໍ້ກໍານົດ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ຢຸຍຮົ່ງ

ທ່ານພົນເອກ ໂງຊວນລິກ ຮຽກຮ້ອງ, ໃນໄລຍະຈະມາເຖິງ, ກົມໃຫຍ່ເຕັກນິກຄວນສືບຕໍ່ເປັນເຈົ້າການຜັນຂະຫຍາຍບັນດາແຜນຮ່າງ, ໂຄງການເຕັກນິກຢ່າງມີປະສິດທິຜົນ; ປ່ຽນແປງໃໝ່ການປະຕິບັດບັ້ນຂົນຂວາຍ 50 ຕິດພັນກັບບັນດາບຸກທະລຸກ່ຽວກັບການກໍ່ສ້າງກໍາລັງຫຼວງ, ຝຶກຝົນຫຼໍ່ຫຼອມລະບຽບວິໄນຂອງທົ່ວກອງທັບ; ສ້າງຄວາມສາມັກຄີ, ປະຊາທິປະໄຕ, ມີຄວາມຮັບຜິດຊອບໃນກົມໃຫຍ່ເຕັກນິກ. ຂະແໜງເຕັກນິກຄວນຜັນຂະຫຍາຍຫຼາຍມາດຕະການຢ່າງຄົບຊຸດ, ລະອຽດເພື່ອແນໃສ່ຮັກສາ, ເພີ່ມທະວີວຽກງານຮັບປະກັນຄວາມປອດໄພຂອງສາງ, ຄວາມປອດໄພທາງຄົມມະນາຄົມໃນກອງທັບ.

ແປໂດຍ: ກວຽດເຕີມ