ເຂົ້າຮ່ວມການເຮັດວຽກມີທ່ານພົນໂທ ຟານວັນຢາງ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ທ່ານພົນຈັດຈະວາ ເຈີ່ນຢູຍຢາງ ຫົວໜ້າກົມໃຫຍ່ພະລາທິການ ໄດ້ລາຍງານໃຫ້ທ່ານພົນເອກ ໂງຊວນລິກ ຮັບຊາບໝາກຜົນວຽກງານປີ 2017 ຂອງກົມໃຫຍ່ພະລາທິການ. ປີ 2017, ກົມໃຫຍ່ພະລາທິການ ໄດ້ປະຕິບັດພາລະບົດບາດເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຊີ້ນໍາ, ນໍາພາວຽກງານພະລາທິການໃນທົ່ວກອງທັບ, ກໍ່ສ້າງຂະແໜງພະລາທິການກອງທັບໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ໂງຊວນລິກ ເຮັດວຽກກັບກົມໃຫຍ່ພະລາທິການ. ພາບ: ຕ໋ຽນດາດ.

ທ່ານພົນເອກ ໂງຊວນລິກ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມ, ໝາກຜົນທີ່ບັນລຸໄດ້ຂອງກົມໃຫຍ່ພະລາທິການ ເວົ້າສະເພາະ, ຂະແໜງພະລາທິການເວົ້າລວມ. ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ປີ 2017 ກົມໃຫຍ່ພະລາທິການ ແລະຂະແໜງພະລາທິການກອງທັບໄດ້ສະໜິດຕິດແທດກັບບັນດາຄໍາສັ່ງ, ມະຕິຂອງຂັ້ນເທິງ, ໜ້າທີ່ການທະຫານ, ການປ້ອງກັນຊາດ, ຈັດຕັ້ງຮັບປະກັນດ້ານພະລາທິການຕ້ອງມີໄຫວພິບ, ດ້ວຍການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງຫຼາຍຢ່າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ກໍ່ສ້າງກອງທັບ, ປົກປັກຮັກສາປະເທດຊາດເປັນຢ່າງດີ.

ໃນປີ 2018 ແລະໃນຊຸມປີຕໍ່ໄປ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງກົມໃຫຍ່ພະລາທິການເອົາໃຈໃສ່ກໍ່ສ້າງຄະນະພັກ, ຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກົມໃຫຍ່ພະລາທິການ ແລະບັນດາອົງການ, ກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ, ພາຍໃນມີຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍພູມປັນຍາລວມໝູ່, ສືບຕໍ່ການຄົ້ນຄວ້າ, ປະຕິບັດວຽກງານເປັນເສນາທິການກັບຄະນະພັກການທະຫານສູນກາງເປັນຢ່າງດີ, ກະຊວງປ້ອງກັນປະເທດຊີ້ນໍາ, ນໍາພາວຽກງານພະລາທິການທົ່ວກອງທັບຢ່າງມີປະສິດທິຜົນ, ເອົາໃຈໃສ່ເປັນພິເສດເຖິງວຽກງານສ້າງແຫຼ່ງຊັບພະຍາກອນ ແລະປ່ຽນແປງໃໝ່ວິທີການຮັບປະກັນທາງດ້ານວັດຖຸພະລາທິການໃຫ້ບັນດາອົງການ, ກົມກອງຢ່າງແຮງ. ບັນດາວຽກງານຮັບປະກັນພະລາທິການຕ້ອງສະໜິດຕິດແທດກັບຊີວິດການເປັນຢູ່, ການເຄື່ອນໄຫວວຽກງານຂອງທະຫານ, ຮັບປະກັນໃຫ້ກອງທັບໄດ້ຮັບການກໍ່ສ້າງເປັນກຳລັງຫຼວງ, ທັນສະໄໝ, ຍົກສູງຄວາມສາມາດໃນການຕໍ່ສູ້, ສໍາເລັດທຸກໜ້າທີ່ໃນທຸກສະຖານະການຢ່າງບໍ່ຢຸດຢັ້ງ.

 

ແປໂດຍ: ກວຽດເຕີມ