ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລືບັນດາຄວາມສະດວກ, ຄວາມຫຍຸ້ງຍາກ ແລະເຫັນດີເປັນເອກະພາບມາດຕະການລະອຽດຫຼາຍຢ່າງເພື່ອແນໃສ່ຮັບປະກັນໃຫ້ໂຮງໝໍສະໜາມຂັ້ນ 2 ເລກທີ 2 ໄດ້ຮັບການຜັນຂະຫຍາຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ຖືກຕາມແຜນການ.

leftcenterrightdel
ທ່ານພົນໂທ ຫງວຽນຈິວີ້ງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: baochinhphu.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈິວີ້ງ ສະເໜີວິທະຍາຄານການແພດ ແລະບັນດາອົງການກ່ຽວຂ້ອງຂອງ ກະຊວງປ້ອງກັນປະເທດ ຄົ້ນຄວ້າ, ຖອດຖອນບົດຮຽນຈາກວຽກງານກະກຽມໂຮງໝໍສະໜາມຂັ້ນ 2 ເລກທີ 1 ສໍາລັບໂຮງໝໍສະໜາມຂັ້ນ 2 ເລກທີ 2, ໃນນັ້ນສຸມໃສ່ເຂົ້າທຸກດ້ານຄື: ການຈັດຕັ້ງພະນັກງານບັນຈຸ, ການຝຶກແອບ-ບໍາລຸງສ້າງ, ພື້ນຖານວັດຖຸຮັບປະກັນການຝຶກແອບ, ຝຶກອົບຮົມ, ສຳຫຼວດພູມີປະເທດຕົວຈິງ, ວຽກງານພັກ-ວຽກງານການເມືອງ. ທ່ານພົນໂທ ຫງວຽນຈິວີ້ງ ກໍ່ສະເໜີວິທະຍາຄານການແພດຄົ້ນຄວ້າຄວາມສາມາດສ້າງຕັ້ງຮາກຖານຝຶກຫັດໃຫ້ແກ່ບັນດາໂຮງໝໍສະໜາມເພື່ອລາຍງານກັບຄະນະປະຈໍາຄະນະພັກການທະຫານສູນກາງຮັບຮອງເອົາ.

ແປໂດຍ: ທູຈາງ