ລາຍງານຕໍ່ທ່ານພົນເອກ ໂງຊວນລິກ ກ່ຽວກັບສະພາບການ ແລະໝາກຜົນແຫ່ງການປະຕິບັດໜ້າທີ່ຂອງກົມໃຫຍ່ເສນາທິການ, ທ່ານພົນຕີ ຟ້າມຮົ່ງເຮືອງ ຊີ້ແຈ້ງວ່າ, ປີ 2017, ຄະນະພັກ, ການນໍາກົມໃຫຍ່ເສນາທິການໄດ້ກໍາແໜ້ນສະພາບການ, ໃກ້ຊິດຕິດແທດກັບມະຕິການນໍາພາຂອງຄະນະພັກການທະຫານສູນກາງ ແລະການຊີ້ນໍາຂອງກະຊວງປ້ອງກັນປະເທດ, ຊີ້ນໍາບັນດາອົງການ, ກົມກອງປະຕິບັດບັນດາໜ້າທີ່ຢ່າງຮອບດ້ານ, ໃນນັ້ນມີຫຼາຍໜ້າທີ່ແມ່ນປະຕິບັດສຳເລັດເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: ຢຸຍຮົ່ງ

ປີ 2018, ກົມໃຫຍ່ເສນາທິການໄດ້ກໍານົດສືບຕໍ່ຜັນຂະຫຍາຍການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງມີປະສິດທິຜົນ, ໃນນັ້ນຈຸດສຸມແມ່ນ: ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຍົກສູງຄຸນນະພາບການຄົ້ນຄວ້າ, ການຕີລາຄາ, ການຄາດຄະເນສະພາບການ; ຈັດຕັ້ງຊີ້ນໍາບັນດາກົມກອງຝຶກຊ້ອມເຂດປ້ອງກັນຕາມວິທີການແບບໃໝ່...

leftcenterrightdel
 ທ່ານພົນເອກ ໂງຊວນລິກ ເປັນປະທານທີ່ການເຮັດວຽກ. ພາບ: ຢຸຍຮົ່ງ
leftcenterrightdel
 ທ່ານພົນໂທ ຟານວັນຢາງ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຢຸຍຮົ່ງ
leftcenterrightdel
 ຜູ້ຕາງໜ້າກົມທະຫານລາດປ້ອງກັນຕົວລາຍງານສະພາບການ. ພາບ: ຢຸຍຮົ່ງ

ສະຫຼຸບການເຮັດວຽກ, ທ່ານພົນເອກ ໂງຊວນລິກ ຍ້ອງຍໍຊົມເຊີຍ, ຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດໜ້າທີ່ຂອງກົມໃຫຍ່ເສນາທິການປີ 2017. ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ບັນດາໄຊຊະນະໃນການປະຕິບັດໜ້າທີ່ປີ 2017 ຂອງກອງທັບແມ່ນຄວາມມານະພະຍາຍາມລວມຂອງບັນດາອົງການ, ກົມກອງໃນທົ່ວກອງທັບ, ແຕ່ນັ້ນແມ່ນຂີດໝາຍການຊີ້ນໍາ, ນໍາພາຂອງກົມໃຫຍ່ເສນາທິການ. ທ່ານພົນເອກ ໂງຊວນລິກ ຮຽກຮ້ອງວ່າປີ 2018, ກົມໃຫຍ່ເສນາທິການສືບຕໍ່ເປັນເຈົ້າການປ່ຽນແປງໃໝ່ວຽກງານເປັນເສນາທິການ, ຊີ້ນໍາການປະຕິບັດໜ້າທີ່ກຽມພ້ອມສູ້ຮົບເປັນຢ່າງດີ, ຍົກສູງຄຸນນະພາບການຄົ້ນຄວ້າ, ການຕີລາຄາ, ການຄາດຄະເນ, ສະພາບການ, ແກ້ໄຂບັນດາສະພາບການຕ່າງໆ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນຢ່າງມີປະສິດທິຜົນ.

ເຮັດວຽກງານບໍາລຸງເປັນຢ່າງດີ, ເສີມຂະຫຍາຍຈິດໃຈ, ຄວາມຮັບຜິດຊອບຂອງພະນັກງານຂັ້ນຕ່າງໆ ແລະລັກສະນະຕັ້ງໜ້າຮໍ່າຮຽນດ້ວຍຕົນເອງ, ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງກໍາລັງຄວາມສາມາດ, ລະດັບຄວາມຮູ້ໃນການເຮັດວຽກງານເປັນເສນາທິການຕາມໜ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ.

 

ແປໂດຍ: ເຈິ່ນຮວ່ຽນ