ທ່າມກາງບັນຍາກາດເບີກບານມ່ວນຊື່ນຕ້ອນຮັບບຸນເຕັດ, ລະດູບານໃໝ່ຂອງປະເທດຊາດ, ນອກຈາກໜ້າທີ່ກຽມພ້ອມສູ້ຮົບ, ພະນັກງານ, ນັກຮົບກອງພົນນ້ອຍ 82 (ທະຫານເຂດ 2) ຍັງຈັດຕັ້ງບັນດາການລະຫຼິ້ນພື້ນເມືອງຄື: ຍູ້ໄມ້ຄ້ອນເທົ້າ, ດຶງເຊືອກ... ຜ່ານນັ້ນ, ອ້າຍນ້ອງໃນກົມກອງສະແດງນໍ້າໃຈສາມັກຄີ, ສະໜິດຕິດພັນ, ສ້າງບັນຍາກາດເບີກບານມ່ວນຊື່ນໃນລະດູບານໃໝ່ຢ່າງປອດໃສ, ປອດໄພເພື່ອໃຫ້ພະນັກງານ, ນັກຮົບອຸ່ນອ່ຽນໃຈສູ້ຊົນປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.

leftcenterrightdel
         ຄວາມເບີກບານມ່ວນຊື່ນດ້ວຍການລະຫຼິ້ນປິດຕາຈັບເປັດ. ພາບ: ຈ້ອງຫາຍ.
leftcenterrightdel
ແຂ່ງຂັນຍູ້ໄມ້ຄ້ອນເທົ້າຢ່າງຈູບຈ້າວຫ້າວຫັນ, ນີ້ແມ່ນການລະຫຼິ້ນພື້ນເມືອງຂອງຊາວເຜົ່າມົງ ຢູ່ທິດຕາເວັນຕົກສ່ຽງເໜືອ.  ພາບ: ຈ້ອງຫາຍ

 

leftcenterrightdel
ດຶງເຊືອກແມ່ນການລະຫຼິ້ນທີ່ຮຽກຮ້ອງໃຫ້ມີຈິດໃຈໝູ່ຄະນະ, ສາມັກຄີ, ດຶງດູດພະນັກງານ, ນັກຮົບເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພາບ: ຈ້ອງຫາຍ.
leftcenterrightdel
ການລະຫຼິ້ນແລ່ນເປົາປ່ານຮຽກຮ້ອງໃຫ້ບັນດານັກຮົບເຂົ້າຮ່ວມແຂ່ງຂັນຕ້ອງມີສຸຂະພາບແຂງແຮງ ແລະມີຄວາມຄ່ອງແຄ້ວ.  ພາບ: ຈ້ອງຫາຍ

 

ແປໂດຍ: ຫງວຽນກຸກ