ຄວາມປະທັບໃຈທີ່ລືມຍາກ

ກໍາປັ່ນ 012 - ລີ້ທ໋າຍໂຕ ຂົນສົ່ງຄະນະປະຕິບັດງານທະຫານເຮືອກອງທັບປະຊາຊົນຫວຽດນາມ ໃນຕະຫຼອດເວລາເຮັດໜ້າທີ່ຢູ່ອ່າວ Pattaya ໄດ້ຕ້ອນຮັບແຂກພິເສດຄົນໜຶ່ງ-ທ່ານຮ້ອຍເອກ Narachet Witdamrong, ນາຍທະຫານຕິດຕໍ່ຂອງທະຫານເຮືອລາດຊະວົງໄທ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງວຽກງານ, ທ່ານຮ້ອຍເອກ Narachet Witdamrong ຕ້ອງຂຶ້ນກໍາປັ່ນ 012 ແຕ່ຮຸ່ງເຊົ້າ ແລະອອກກໍາປັ່ນຕອນກາງຄືນ. ນອກຈາກເວລາເຮັດວຽກຢ່າງຮີບດ່ວນ, ເຂັ້ມງວດພ້ອມກັບບັນດາເພື່ອນຮ່ວມງານຫວຽດນາມ ຢູ່ກໍາປັ່ນແລ້ວ, ທ່ານຮ້ອຍເອກ Narachet Witdamrong ຍັງມີໂອກາດຮັບປະທານອາຫານພ້ອມກັບພະນັກງານ, ນາຍທະຫານຢູ່ກໍາປັ່ນ, ໂອ້ລົມກັນຢ່າງສະໜິດສະໜົມ ແລະແບ່ງປັນບັນດາເລື່ອງລາວປະຈໍາວັນ. ບັນດານາຍທະຫານຫວຽດນາມ ແບ່ງປັນວ່າ, ຍ້ອນມີເວລາສໍາຜັດໃກ້ຊິດຕິດແທດຄືຈັ່ງຊັ້ນການປະຕິບັດວຽກງານກໍ່ສະດວກກວ່າເພາະວ່າທັງສອງຝ່າຍບໍ່ພຽງແຕ່ແມ່ນຄູ່ຮ່ວມມືໃນວຽກງານເທົ່ານັ້ນ ຫາກຍັງແມ່ນບັນດາເພື່ອນມິດສະນັ້ນກໍ່ເຂົ້າໃຈກັນໄດ້ງ່າຍ.

leftcenterrightdel
ທ່ານຮ້ອຍເອກ Narachet Witdamrong (ເບື້ອງຂວ່າ)ແລກປ່ຽນວຽກງານກັບນາຍທະຫານເຮືອຫວຽດນາມ. ພາບ: ມີ໋ແຫ້ງ.

ທ່ານຮ້ອຍເອກ Narachet Witdamrong ຍັງໜຸ່ມ, ຫາກໍ່ແຕ່ງງານບໍ່ດົນແຕ່ຍ້ອນປະຕິບັດໜ້າທີ່ຈຶ່ງຕ້ອງຢູ່ໄກຄອບຄົວ. ທ່ານຮ້ອຍເອກ Narachet Witdamrong ແບ່ງປັນວ່າ, ໃນເບື້ອງຕົ້ນອ້າຍເປັນຫວ່ງເປັນໃຍທີ່ສຸດຍ້ອນນີ້ແມ່ນເທື່ອທໍາອິດໄດ້ຮັບມອບໝາຍໜ້າທີ່ສໍາຄັນ: ເປັນນາຍທະຫານຕິດຕໍ່ໃຫ້ກໍາປັ່ນ 012. ທ່ານຮ້ອຍເອກ Narachet Witdamrong ໃຫ້ຮູ້ວ່າ, ຍ້ອນຄວາມສະໜິດສະໜົນ ແລະສຸດຈິດສຸດໃຈຂອງເພື່ອນຮ່ວມອາຊີບຫວຽດນາມ ໄດ້ຊ່ວຍອ້າຍຫຼາຍຢ່າງໃນວຽກງານເຊື່ອມຕໍ່ລະຫວ່າງທະຫານເຮືອຫວຽດນາມ ແລະທະຫານເຮືອລາດຊະວົງໄທ.

ອາຫານຫວຽດນາມ ທີ່ສ້າງຄວາມດຶງດູດຢູ່ ອາຊຽນ night

ນອກຈາກບັນດາການເຄື່ອນໄຫວຕົ້ນຕໍໃນຂອບເຂດ AMNEX-1 ແລະ IFR 2017, ປະເທດເຈົ້າພາບ ໄທ ໄດ້ມີຂໍ້ລິເລີ່ມຈັດຕັ້ງຄໍ່າຄືນອາຫານ ອາຊຽນ (ອາຊຽນ night) ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນວັດທະນະທໍາ ແລະນໍ້າໃຈມິດຕະພາບລະຫວ່າງອາຊຽນ ກັບເພື່ອນມິດສາກົນ. ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທໍາອິດທີ່ຕັ້ງໜ້າຕອບສະໜອງຂໍ້ລິເລີ່ມຂອງປະເທດເຈົ້າພາບດ້ວຍຄວາມປາດຖະໜາຢາກແນະນໍາວັດທະນະທໍາອາຫານ ຫວຽດນາມ ອອກສູ່ສາກົນ.

leftcenterrightdel
ຮ້ານອາຫານຫວຽດນາມ ດຶງດູດແຂກມາຮັບປະທານເປັນຈຳນວນຫຼວງຫຼາຍ. ພາບ: ມີ໋ແຫ້ງ.

ໃນອາຊຽນ night, ຮ້ານອາຫານຂອງຫວຽດນາມ ພົ້ນເດັ່ນຂຶ້ນດ້ວຍບັນດາເຍື່ອງອາຫານທີ່ເປັນມູນເຊື້ອເຊິ່ງໄດ້ຮັບການກະກຽມ ແລະຈັດວາງຢ່າງລະອຽດລະອໍ, ຮຽບຮ້ອຍ, ຖີ່ຖ້ວນງາມຕາ. ບັນດາແຂກເຖິງວ່າຈະຂຶ້ນກັບສາສະໜາໃດກໍ່ລ້ວນແຕ່ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອຂອງຫວຽດນາມ ໄດ້. ຄຽງຂ້າງໂຖດອກບົວ, ຮູບພາບເສື້ອຍາວປະຈໍາຊາດຢູ່ຮ້ານອາຫານຍິ່ງປະກອບສ່ວນເຊີດຊູວັດທະນະທໍາຫວຽດນາມ ແລະດຶງດູດແຂກມາຮັບປະທານເປັນຈໍານວນຫຼວງຫຼາຍ. 

ໃນເວລາລໍຖ້າໄດ້ຮັບປະທານເຝີ, ທ່ານພັນເອກພິເສດ  Roy Vincent Trinidad, ທະຫານເຮືອສາທາລະນະລັດ ຟິລິບປິນ ປັດມືເມື່ອມີນາຍທະຫານເຮືອຫວຽດນາມ ຜູ້ໜຶ່ງແນະນໍາກ່ຽວກັບອາຫານເຍື່ອງນີ້. ຍ້ອນວ່າເພີ່ນມັກ ແລະຮູ້ຈັກເຝິຫວຽດນາມ ແຕ່ດົນແລ້ວ ແລະໄດ້ຊິນເຄີຍກັບລົດຊາດຂອງມັນແລ້ວ, ສະນັ້ນບໍ່ຕ້ອງແນະນໍາ. ພາຍຫຼັງຮັບປະທານອາຫານແລ້ວ, ທ່ານພັນເອກພິເສດ  Roy Vincent Trinidad ໃຫ້ຂໍສັງເກດວ່າ; ຂ້າພະເຈົ້າໄດ້ກິນເຝີຫວຽດນາມ ຢູ່ ຟິລິບປິນ ຫຼາຍເທື່ອແລ້ວ, ແຕ່ວ່ານີ້ຈຶ່ງເປັນເຝີຫວຽດນາມ ແທ້ໆ.

ດ້ວຍແຂກມາກິນອາຫານ ຫວຽດນາມ ປະມານ 250 ຄົນນັ້ນ, ຄະນະ ຫວຽດນາມ ໄດ້ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນຜົນສໍາເລັດຂອງອາຊຽນ night ຢູ່ປະເທດແຫ່ງວັດຄໍາ.

 

ແປໂດຍ: ເກື່ອງກັ້ງ