ກ່ອນຈະຕ້ອນຮັບປີໃໝ່ປີຈໍ 2018, ໃນຂອບເຂດງານບຸນດອກໄມ້ ລະດູບານໃໝ່, ຄະນະກໍາມະການປະຊາຊົນເມືອງ 12 ໄດ້ຈັດຕັ້ງງານແຂ່ງຂັນຫໍ່ເຂົ້າຕົ້ົ້ມແຕັດ (ເປັນຮູບກົມຍາວ), ເຊິ່ງແມ່ນເຂົ້າຕົ້ມທີ່ເປັນເອກະລັກສະເພາະໃນໂອກາດບຸນເຕັດຂອງຊາວພາກໃຕ້. ພ້ອມກັບບັນດາຕາແສງ, ຄະນະ, ຂະແໜງການຢູ່ເມືອງ, ບັນດາກົມກອງກໍາລັງ ປະກອບອາວຸດໃນບໍລິເວນກໍ່ເຂົ້າຮ່ວມງານແຂ່ງຂັນ, ທັງພົບປະແລກປ່ຽນຮໍ່າຮຽນເອົາບົດຮຽນ, ທັງຍົກສູງທັກສະ ເພື່ອປະກອບສ່ວນເຮັດໃຫ້ຊີວິດດ້ານຈິດໃຈ ແລະວັດຖຸຂອງທະຫານໃນຊຸມວັນຕ້ອນຮັບປີໃໝ່ຢ່າງອຸດົມສົມບູນຍິ່ງຂຶ້ນ. ບັນດາພະນັກງານ, ນັກຮົບເຂົ້າຮ່ວມງານແຂ່ງຂັນລ້ວນແຕ່ມີຝີມືດີ, ຍາດໄດ້ລາງວັນສູງໃນງານແຂ່ງຂັນ...

leftcenterrightdel
                    ມູນໜຶ່ງໃນງານແຂ່ງຂັນຫໍ່ເຂົ້າຕົ້ມແຕັດ. ພາບ: ຊວນເກື່ອງ
leftcenterrightdel
     ທີມແຂ່ງຂັນກອງບັນຊາການທະຫານເມືອງ 12 ຫໍ່ເຂົ້າຕົ້ມແຕັດ. ພາບ: ຊວນເກື່ອງ
leftcenterrightdel
ຕັ້ງທັບຢູ່ບໍລິເວນເມືອງ, ພະນັກງານ, ນັກຮົບກອງພັນໃຫຍ່ 276, ກອງພົນປ້ອງກັນອາກາດ 367, ໄດ້ເຂົ້າຮ່ວມງານແຂ່ງຂັນ 3 ເທື່ອແລ້ວ. ພາບ: ຊວນເກື່ອງ
leftcenterrightdel
ພາຍຫຼັງງານແຂ່ງຂັນຈະມອບເຂົ້າຕົ້ມແຕັດທັງໝົດໃຫ້ບັນດາຄອບຄົວທຸກຍາກ, ປະສົບຄວາມຫຍຸ້ງຍາກໃນບໍລິເວນ. ພາບ: ຊວນເກື່ອງ

 

ແປໂດຍ: ຫງວຽນກຸກ