ປະຕິບັດມະຕິເລກທີ 125-NQ/ĐUQSTW ລົງວັນທີ 24 ມີນາ 2005 ຂອງຄະນະພັກການທະຫານສູນກາງກ່ຽວກັບການຄຸ້ມຄອງ, ນໍາໃຊ້ທີ່ດິນປ້ອງກັນຊາດ, ໃນຊຸມປີຜ່ານມາ, ບັນດາອົງການ, ກົມກອງໃນທົ່ວກອງທັບໄດ້ຄຸ້ມຄອງຢ່າງແໜ້ນແຟ້ນ, ນໍາໃຊ້ຢ່າງມີປະສິດທິຜົນຖືກຕາມກົດໝາຍຂອງລັດ, ຂໍ້ກໍານົດຂອງກະຊວງປ້ອງກັນປະເທດ. ຫຼາຍກົມກອງໄດ້ຜັນຂະຫຍາຍບັນດາມາດຕະການໃນການຄຸ້ມຄອງຢ່າງແທດຈິງ, ພ້ອມທັງເປັນເຈົ້າການສົມທົບກັບທ້ອງຖິ່ນກໍານົດເຂດແດນ, ເນື້ອທີ່ ແລະແກ້ໄຂບັນດາຂໍ້ຕິດຂັດເທື່ອລະກ້າວ. ວຽກງານມອບ-ຮັບທີ່ດິນໄດ້ຮັບການປະຕິບັດຕາມຂັ້ນຕອນ, ລະບຽບການ. ການຮັກສາສໍາເນົານິຕິກຳກ່ຽວກັບທີ່ດິນ, ການກວດກາປະຈໍາໄລຍະ ແລະບັງເອີນໄດ້ຮັບການປະຕິບັດຖືກຕ້ອງຕາມຂໍ້ກຳນົດ.

leftcenterrightdel
ມູມໜຶ່ງຢູ່ເຂດທິດຕາເວັນອອກສ່ຽງເໜືອ ນະຄອນ ໂຮ່ຈິມິນ. ພາບ: tuoitre.vn

ເພື່ອໃຫ້ວຽກງານຄຸ້ມຄອງ, ນໍາໃຊ້ທີ່ດິນປ້ອງກັນຊາດໃຫ້ນັບມື້ນັບແໜ້ນແຟ້ນ, ມີປະສິດທິຜົນ, ຄະນະພັກການທະຫານສູນກາງ ຮຽກຮ້ອງໃຫ້ບັນດາອົງການກົມກອງ ສືບຕໍ່ຊາບຊຶມ ແລະປະຕິບັດມະຕິເລກທີ 1002-NQ/QUTW  ລົງວັນທີ 29 ທັນວາ 2016 ຂອງຄະນະພັກການທະຫານສູນກາງ ກ່ຽວກັບການຊີ້ນໍາວຽກງານຄຸ້ມຄອງ, ນໍາໃຊ້ທີ່ດິນປ້ອງກັນຊາດຮອດປີ 2020 ແລະໃນຊຸມປີຕໍ່ໄປ ແລະບັນດາຄໍາສັ່ງແນະນໍາ, ຂໍ້ກໍານົດກ່ຽວກັບການຄຸ້ມຄອງ, ນໍາໃຊ້ທີ່ດິນເຂົ້າວຽກງານປ້ອງກັນຊາດຢ່າງມີປະສິດທິຜົນ. ນອກຈາກບັນດາທ້ອງຖິ່ນປະຕິບັດຕາມໂຄງການ “ກໍ່ສ້າງຖານຂໍ້ມູນແຜນທີ່ຮັບໃຊ້ວຽກງານວາງແຜນຄຸ້ມຄອງ, ນໍາໃຊ້ທີ່ດິນປ້ອງກັນຊາດ” ແລ້ວ, ສ່ວນບັນດາແຂວງຍັງເຫຼືອ, ເຊິ່ງກະຊວງປ້ອງກັນປະເທດໄດ້ມອບຕົວເລກຄາດໝາຍງົບປະມານປະຕິບັດນັ້ນ ຕ້ອງຍູ້ໄວຄວາມຄືບໜ້າຂໍໃບຕາດິນ. ສູ້ຊົນຮອດປີ 2020, 100% ເນື້ອທີ່ດິນປ້ອງກັນຊາດຈະໄດ້ຮັບໃບຕາດິນ.

 

ແປໂດຍ: ຮວ່າງເຈື່ອງ