ຂ້າພະເຈົ້າ ເຊື່ອໝັ້ນວ່າ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະທົ່ວກອງທັບຈະປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບ ໝາຍໃນປີ 2018 ຢ່າງມີໄຊ; ສືບຕໍ່ຮັກສາ ແລະເສີມຂະຫຍາຍເນື້ອແທ້ອັນດີງາມຂອງທະຫານ ລຸງໂຮ່, ສົມກັບຄວາມໄວ້ເນື້ອເຊື່ອໃຈ, ຄວາມຮັກແພງຂອງ ພັກ, ລັດ ແລະປະຊາຊົນ”... (ຄັດຈາກບົດກ່າວຄໍາເຫັນຊີ້ນໍາຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ, ທີ່ກອງປະຊຸມການເມືອງການທະຫານທົ່ວກອງທັບ ປີ 2017 ແລະຜັນຂະຫຍາຍໜ້າທີ່ການທະຫານ, ການປ້ອງກັນຊາດປີ 2018, ທີ່ຈັດຕັ້ງໃນວັນທີ 26 ທັນວາ 2017).

leftcenterrightdel
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ໋ຈ້ອງ, ເລຂາຄະນະພັກການທະຫານສູນກາງ, ເປັນປະທານກອງປະຊຸມຄະນະພັກການທະຫານສູນກາງ ວາລະປະຊຸມທ້າຍປີ 2017. ພາບ: ຈ້ອງຫາຍ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ລົງກວດກາ, ລະດົມກໍາລັງໃຈພະນັກງານທີ່ການສອບເສັງຫົວໜ້າການທະຫານ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ນະຄອນ ສັງກັດສູນກາງ (ເດືອນ ກໍລະກົດ ປີ 2017). ພາບ: ຕ໋ຽນດາດ.
leftcenterrightdel
ທ່ານພົນໂທ ເລືອງເກື່ອງ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ມອບຊໍ່ດອກໄມ້ອວຍພອນບັນດາ “ນາຍທະຫານໜຸ່ມດີເດັ່ນໃນທົ່ວກອງທັບ” (ເດືອນ ມີນາ 2017). ພາບ: ຟູ໋ເຊີນ.
leftcenterrightdel
ທ່ານພົນໂທ ຟານວັນຢາງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ລົງກວດກາ, ລະດົມກໍາລັງໃຈນັກບິນກອງພັນໃຫຍ່ 927, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ (ເດືອນ ພະຈິກ 2017). ພາບ: ຊວນເຢີນ.
leftcenterrightdel
ທ່ານພົນໂທ ຫງວຽນຈິວິ້ງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄປຢ້ຽມຢາມພື້ນຖານປ້ອງກັນຊາດ ຢູ່ ສ. ເກົາຫຼີ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມເຈລະຈາດ້ານປ້ອງກັນຊາດ ເຊອູນ ແລະການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ສ.ເກົາຫຼີ (ເດືອນ ກັນຍາ 2017). ພາບ: ອຽນບາ.
leftcenterrightdel
ທ່ານພົນໂທ ເຈີ່ນເດີນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ລົງກວດກາການຜະລິດເຄື່ອງປ້ອງກັນຊາດຂອງບໍລິສັດຫຸ້ນສ່ວນ X20, ກົມໃຫຍ່ພະລາທິການ (ເດືອນ ກຸມພາ 2017). ພາບ: ຫງວຽນດາດ.

 

ແປໂດຍ: ຮວ່າງເຈື່ອງ