ທ່ານພົນໂທ ເລຈຽມ ໄດ້ມອບຂອງຂວັນ 300 ພູດໃຫ້ບັນດາພົນທະຫານອອກຈາກກອງທັບ, ຄອບຄົວນະໂຍບາຍ ແລະຄອບ ຄົວທຸກຍາກຢູ່ຕາແສງ ຮວ່າເກື່ອງບັ໋ກ, ເມືອງ ຫ໊າຍເຈົາ, ນະຄອນດ່າໜັ້ງ ແລະບາງຕາແສງຂຶ້ນກັບເມືອງ ເກ໋ວເຊີນ ແລະເມືອງ ທັງບີ່ງ ແຂວງ ກວາງນາມ. ແຕ່ລະພູດມີມູນຄ່າ 500.000 ດົ່ງ, ລວມມີ: ເຂົ້າສານ, ແປ້ງນົວ, ນ້ຳມັນຄົວກິນ, ເຂົ້າໜົມ ແລະເງິນສົດ. ລວມມູນຄ່າ150 ລ້ານດົ່ງ.

leftcenterrightdel
ທ່ານພົນໂທ ເລຈຽມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນປີໃໝ່ 50 ພູດໃຫ້ພົນທະຫານອອກຈາກກອງທັບ, ຄອບຄົວນະໂຍບາຍ ແລະຄອບຄົວທຸກຍາກຢູ່ສອງຕາແສງ ເກ໋ວຮຽບ ແລະເກ໋ວລອງ, ເມືອງ ເກ໋ວເຊີນ, ແຂວງ ກວາງນາມ. ພາບ: ເຈິ່ນທົງ
leftcenterrightdel
 

ກ່າວຄໍາເຫັນທີ່ການມອບຂອງຂວັນ, ທ່ານພົນໂທ ເລຈຽມ ຢັ້ງຢືນວ່າ: ລັດ, ລັດຖະບານ ຖືເປັນສໍາຄັນພິເສດເຖິງການເບິ່ງແຍງຊີວິດການເປັນຢູ່ຂອງປະຊາຊົນໃນໂອກາດວັນບຸນ,  ປີໃໝ່. ສໍາລັບບັນດາກົມກອງໃນກອງທັບ, ກະຊວງປ້ອງກັນປະເທດໄດ້ຊີ້ນໍາຄະນະພັກ ແລະຜູ້ບັນຊາການທຸກຂັ້ນເພີ່ມທະວີການກໍາແໜ້ນສະພາບການໃນບໍລິເວນ, ຈັດຕັ້ງໃຫ້ພະນັກງານ, ນັກຮົບ ເຄື່ອນທັບໄປຍັງບັນດາທ້ອງຖິ່ນເຂດຫ່າງໄກສອກຫຼີກ, ເພື່ອຊ່ວຍເຫຼືອປະຊາຊົນ; ໜູນຊ່ວຍສະບຽງອາຫານເພື່ອໃຫ້ພໍ່ແມ່ປະຊາຊົນຕ້ອນຮັບລະດູບານໃໝ່, ເດັດດ່ຽວບໍ່ປະໃຫ້ຄອບຄົວໃດຖືກຂາດເຂີນອຶດຢາກໃນໂອກາດບຸນປີໃໝ່ປະຈໍາຊາດ.

ທ່ານພົນໂທ ເລຈຽມ ກໍ່ປາດຖະໜາວ່າການນໍາ, ອຳນາດການປົກຄອງບັນດາເມືອງ ເກ໋ວເຊີນ, ທັງບີ່ງ ແຂວງກວາງນາມ ສືບຕໍ່ເອົາໃຈໃສ່ຊ່ວຍເຫຼືອບັນດາພົນທະຫານອອກຈາກກອງທັບປະສົບກັບຄວາມຫຍຸ້ງຍາກ, ເບິ່ງແຍງຊີວິດການເປັນຢູ່ຂອງບັນດາເປົ້າໝາຍນະໂຍບາຍ ແລະຄອບຄົວທຸກຍາກເປັນຢ່າງດີກວ່າອີກ.

 

ແປໂດຍ: ເຈິ່ນຮວ່ຽນ