ທີ່ການຕ້ອນຮັບ, ສອງຝ່າຍຕີລາຄາສູງບົດບາດສົມທົບກັນຂອງກໍາລັງປະກອບອາວຸດ ແລະອໍານາດການປົກຄອງເຂດຊາຍແດນສອງຝ່າຍໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ພ້ອມກັນນັ້ນຍັງຊີ້ອອກບັນດາດ້ານທີ່ຍັງມີຄວາມຈໍາກັດຢູ່ໃນວຽກງານສົມທົບກັນ.

leftcenterrightdel
ຄະນະຜູ້ແທນແຂວງ Svay Rieng ມອບຂອງຂວັນໃຫ້ທະຫານປ້ອງກັນຊາຍແດນແຂວງ ລອງອານ. ພາບ: bienphong.com.vn

ສອງຝ່າຍເຫັນດີເປັນເອກະພາບ, ໃນໄລຍະຈະມາເຖິງຈະສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານຕ້ານ ແລະສະກັດກັ້ນອາດຊະຍາກໍາປະເພດຕ່າງໆຢູ່ເຂດຊາຍແດນຢ່າງແໜ້ນແຟ້ນກວ່າອີກ; ປະຕິບັດການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນໃຫ້ຖືກກັບຄວາມຄືບໜ້າ; ບໍ່ໃຫ້ພວກບໍ່ດີສວຍໃຊ້ຄຳແສກສັນປັ້ນແຕ່ງ, ປຸກປັ່ນ, ແບ່ງແຍກນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງຊາດ...

ໃນວັນດຽວກັນ, ທ່ານພົນຕີ Touch Polek, ຮອງຫົວໜ້າກົມຕໍາຫຼວດປ້ອງກັນຊາຍແດນທະເລ ລາຊະອານາຈັກກໍາປູເຈຍ ໄດ້ນໍາໜ້າຄະນະປະຕິບັດງານມາຢ້ຽມຢາມ, ອວຍພອນປີໃໝ່ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກຽນຢາງ. ຢູ່ທີ່ນີ້, ທ່ານພົນຕີ Touch Polek ໄດ້ແລກປ່ຽນບາງຂໍ້ມູນຂ່າວສານ, ໝາກຜົນແຫ່ງການປະຕິບັດໜ້າທີ່ຂອງກໍາລັງປ້ອງກັນຊາຍແດນກໍາປູເຈຍ ໃນປີ 2017 ແລະປາດຖະໜາວ່າ ປີ 2018 ຈະສືບຕໍ່ໄດ້ຮັບການສົມທົບກັນ, ຊ່ວຍເຫຼືອຂອງທະຫານປ້ອງກັນຊາຍແດນແຂວງ ກຽນຢາງ ເພື່ອແນໃສ່ປະຕິບັດບັນດາເນື້ອໃນການສົມທົບກັນຕາມລາຍການສອງຝ່າຍໄດ້ລົງນາມຢ່າງມີປະສິດທິຜົນ.

ແປໂດຍ: ຫງວຽນກຸກ