ທ່ານພົນຕີ ຮວ່າງຊວນຈ໋ຽນ ເນັ້ນໜັກວ່າ, ນີ້ແມ່ນຄັ້ງທໍາອິດທີ່ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນລະຫວ່າງສາມປະເທດໄດ້ຮັບການຈັດຕັ້ງ, ຍ້ອນເຫດນັ້ນຕ້້ອງກໍານົດຂະໜາດ, ຂອບເຂດຈັດຕັ້ງ, ຫົວຂໍ້, ວຽກງານຮັບປະກັນ... ຢ່າງຈະແຈ້ງ.

leftcenterrightdel
ທ່ານພົນຕີ ຮວ່າງຊວນຈ໋ຽນ ເປັນປະທານການເຮັດວຽກ. ພາບ: bienphong.com.vn

ກ່ຽວກັບເນື້ອໃນລາຍການ, ທ່ານພົນຕີ ຮວ່າງຊວນຈ໋ຽນ ໃຫ້ຮູ້ຈະມີ: ງານພົບປະແລກປ່ຽນ, ການໂອ້ລົມສົນທະນາກ່ຽວກັບວຽກງານສົມທົບກັນປ້ອງກັນ ຊາຍແດນ; ຄວບຄຸມການເຂົ້າອອກເມືອງ; ຕ້ານ ແລະສະກັດກັ້ນອາດຊະຍາກໍາ..., ການເຄື່ອນໄຫວປ້ອງກັນຊາຍແດນລວມ, ການກໍ່ສ້າງບັນດາກິດຈະກໍາມິດຕະພາບ ແລະຈັດຕັ້ງການເຄື່ອນໄຫວຢູ່ເຂດຊາຍແດນ...

ຄາດຄະເນວ່າ, ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ ກອນຕຸມ ຈະຈັດຕັ້ງລາຍການໃນໄຕມາດທີ IV ປີ 2018, ຢູ່ແຂວງ ກອນຕຸມ ແລະບັນດາ ແຂວງຕິດກັບຊາຍແດນຂອງລາວ ແລະກໍາປູເຈຍ. ພາຍຫຼັງມີການຊີ້ນໍາຂອງກອງບັນຊາການທະຫານປ້ອງກັນຊາຍແດນ, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕຸມ ຈະສົມທົບກັບບັນດາພະແນກ, ຂະແໜງການ, ກົມກອງ, ທ້ອງຖິ່ນທີ່ກ່ຽວຂ້ອງເພື່ອເປັນເສນາທິການໃຫ້ຄະນະພັກແຂວງ, ຄະນະກໍາມະການປະຊາຊົນແຂວງ ກອນຕຸມ ຊີ້ນໍາຈັດຕັ້ງການປະຕິບັດລາຍການ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: bienphong.com.vn

ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທໍາອິດໄດ້ຮັບການຈັດຕັ້ງລະຫວ່າງສາມປະເທດເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງອໍານາດການປົກຄອງ, ປະຊາຊົນ ແລະກໍາລັງປ້ອງກັນຊາຍແດນຂອງສາມປະເທດ; ຍູ້ແຮງສາຍພົວພັນຮ່ວມມືລະຫວ່າງທະຫານປ້ອງກັນຊາຍແດນແຂວງ ກອນຕຸມ ກັບບັນດາກົມກອງປະເທດເພື່ອນບ້ານໃນວຽກງານສົມທົບກັນຄຸ້ມຄອງ, ປ້ອງກັນຊາຍແດນ, ຄວບຄຸມການເຂົ້າອອກເມືອງ, ຕໍ່ສູ້ຕ້ານ ແລະສະກັດກັ້ນອາດຊະຍາກໍາ, ປະກອບສ່ວນກໍ່ສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ນີ້ແມ່ນລາຍການທີ່ນອນໃນບັນດາການເຄື່ອນໄຫວມຸ່ງໄປເຖິງສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອທະຫານປ້ອງກັນຊາຍແດນ (3/3/1959-3/3/2019) ແລະ 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາຍແດນ (3/3/1989-3/3/2019); 55 ປີແຫ່ງວັນສ້າງຕັ້ງທະຫານປ້ອງກັນຊາຍແດນແຂວງ ກອນຕຸມ (8/10/1963-8/10/2018).

ແປໂດຍ: ທູຈາງ