ປີ 2017, ກອງພັນ 18 ໄດ້ປະຕິບັດບັນດາຄໍາສັ່ງຂອງກະຊວງປ້ອງກັນປະເທດ ແລະກອງບັນຊາການນະຄອນຫຼວງ ຮ່າໂນ້ຍ ກ່ຽວກັບວຽກງານກຽມພ້ອມສູ້ຮົບຢ່າງເຂັ້ມງວດ. ລະບົບບັນດາເອກະສານສູ້ຮົບໄດ້ສ້າງຢ່າງຄົບຖ້ວນ, ຮັບຮອງເອົາ ແລະອະນຸມັດຜ່ານຖືກຕາມການກໍານົດ. ກົມກອງຈັດຕັ້ງການຮັກສາເວນຍາມກຽມພ້ອມສູ້ຮົບ, ປົກປັກຮັກສາບັນດາເຫດການດ້ານການເມືອງຂອງປະເທດຊາດ ແລະຂອງນະຄອນໄດ້ດໍາເນີນໃນບໍລິເວນນະຄອນຫຼວງ ຮ່າໂນ້ຍ ຢ່າງເຂັ້ມງວດ...

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລະດົມກໍາລັງໃຈບັນດານັກຮົບກອງພັນ 18 (ກອງບັນຊາການນະຄອນຫຼວງ ຮ່າໂນ້ຍ). ພາບ: ໂງຢຸຍດົງ

ກ່າວຄໍາເຫັນນະທີ່ນີ້, ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ທ່ານພົນເອກ ໂງຊວນລິກ ໄດ້ຍ້ອງຍໍຊົມເຊີຍບັນດາໝາກຜົນ ແລະຜົນງານໃນວຽກງານຝຶກແອບ, ກຽມພ້ອມສູ້ຮົບ ເຊິ່ງພະນັກງານ, ນັກຮົບກົມກອງບັນລຸໄດ້ໃນປີ 2017 ແລະວຽກງານກະກຽມຕ້ອນຮັບບຸນເຕັດປີຈໍ 2018. ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າ, ແມ່ນກົມກອງປະຕິບັດໜ້າທີ່ສະເພາະກິດຕ້ານການກໍ່ການຮ້າຍຂອງກອງບັນຊາການນະຄອນຫຼວງ ຮ່າໂນ້ຍ, ພະນັກງານ, ນັກຮົບກອງພັນ 18 ຍາມໃດກໍ່ຕ້ອງຮັບຮູ້ໜ້າທີ່ຢ່າງແຈ້ງ...

leftcenterrightdel
ທ່ານພົນເອກ ໂງຊວນລິກ ອວຍພອນບຸນປີໃໝ່ພະນັກງານ, ນັກຮົບກອງພັນ 18. ພາບ: ໂງຢຸຍດົງ

ອວຍພອນກົມກອງດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ທ່ານພົນເອກ ໂງຊວນລິກ ຮຽກຮ້ອງໃຫ້ການນໍາ, ຜູ້ບັນຊາການກອງພັນ 18 ສືບຕໍ່ສູ້ຊົນຝຶກຝົນຫຼໍ່ຫຼອມຢ່າງເລິກເຊິ່ງກ່ຽວກັບສະຕິໃນການປະຕິບັດລະບຽບວິໄນ, ຝຶກຝົນຫຼໍ່ຫຼອມໃຫ້ທະຫານມີຄວາມຮູ້ດ້ານວິຊາມວຍ, ຍຸດທະວິທີສູ້ຮົບຢ່າງລະອຽດເລິກເຊິ່ງ...

leftcenterrightdel
               ບາງການສະແດງມວຍຂອງນັກສູ້ຮົບກອງພັນ 18. ພາບ: ໂງຢຸຍດົງ

ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່, ລະດູບານໃໝ່ປີຈໍ, ທ່ານພົນເອກ ໂງຊວນລິກ ອວຍພອນພະນັກງານ, ນັກຮົບກອງພັນ 18 ແລະຄອບຄົວໃນບຸນປີໃໝ່ຈົ່ງມີສຸຂະພາບແຂງແຮງດ້ວຍບັນດາຜົນງານໃໝ່, ສໍາເລັດບັນດາໜ້າທີ່ໃນໂອກາດບຸນເຕັດເປັນຢ່າງດີ, ເປັນຕົ້ນແມ່ນບັນດາວິທີການປົກປັກຮັກສາເປົ້າໝາຍທີ່ວາງອອກ.

 

ແປໂດຍ: ກວຽດເຕີມ