ລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2017, ທ່ານ ຮວ່າງວັນເຈິດ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊີນລາ ໃຫ້ຮູ້ວ່າ: ປີຜ່ານມາ, ລະດັບເຕີບໂຕເສດຖະກິດຂອງແຂວງເພີ່ມຂຶ້ນ 9,59%; ເກັບລາຍຮັບເຂົ້າງົບປະມານໃນບໍລິເວນບັນລຸ 4.500 ຕື້ດົ່ງ. ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດທ້ອງຖິ່ນ, ແຂວງໄດ້ສຸມໃສ່ຊີ້ນໍາ, ນໍາພາບັນດາອົງການ, ກົມກອງປະຕິບັດໜ້າທີ່ຝຶກຊ້ອມ, ກຽມພ້ອມສູ້ຮົບເປັນຢ່າງດີ; ເປັນເຈົ້າການກໍາແໜ້ນ, ຕີລາຄາຖືກກັບສະພາບຄວາມໝັ້ນຄົງດ້ານການເມືອງໃນບໍລິເວນ, ບໍ່ໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ. ກໍາລັງປະກອບອາວຸດແຂວງປະຕິບັດວຽກງານປະສານສົມທົບຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ ແລະປະຕິບັດໜ້າທີ່ການປ້ອງກັນຊາດໃນບໍລິເວນເປັນຢ່າງດີ...

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ແລະບັນດາຜູ້ແທນທີ່ການເຮັດວຽກ. ພາບ: ຢຸຍແທ່ງ.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານພົນໂທ ເລືອງເກື່ອງ ຮັບຮູ້ ແລະຕີລາຄາສູງບັນດາຜົນງານເຊິ່ງກໍາລັງປະກອບອາວຸດແຂວງ ເຊີນລາ ບັນລຸໄດ້ໃນປີຜ່ານມາ. ໃນນັ້ນ, ພົ້ນເດັ່ນແມ່ນ: ໄດ້ປະຕິບັດພາລະບົດບາດເປັນເສນາທິການກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດເປັນຢ່າງດີ; ສ້າງເຂດປ້ອງກັນ; ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ; ທ່າຮົບທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບປະຊາຊົນປ້ອງກັນຄວາມສະຫງົບໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ທ້ອງຖິ່ນພັດທະນາເສດຖະກິດ-ສັງຄົມ.

leftcenterrightdel
ທ່ານພົນໂທ ເລືອງເກື່ອງ ແລະສະມາຊິກໃນຄະນະປະຕິບັດງານຖ່າຍຮູບພ້ອມກັບການນໍາທະຫານເຂດ 2 ແລະແຂວງ ເຊີນລາ. ພາບ: ຢຸຍແທ່ງ.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານຫົວໜ້າກົມໃຫຍ່ການເມືອງ ຮຽກຮ້ອງໃຫ້ກໍາລັງປະກອບອາວຸດແຂວງ ເຊີນລາ ສືບຕໍ່ຊາບຊຶມ, ປະຕິບັດບັນດາມະຕິ, ຄໍາສັ່ງຂອງຂັ້ນເທິງກ່ຽວກັບໜ້າທີ່ການທະຫານ, ປ້ອງກັນຊາດຢ່າງເຂັ້ມງວດ; ເປັນເຈົ້າການ, ເປັນເສນາທິການຕໍ່ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນເພີ່ມທະວີການນໍາພາກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຕິດພັນກັບທ່າຮົບປະຊາຊົນປ້ອງກັນຄວາມສະຫງົບ, ສ້າງເຂດປ້ອງກັນແຂວງໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ. ບັນດາກໍາລັງການທະຫານ, ຕໍາຫຼວດ, ທະຫານຊາຍແດນໃນບໍລິເວນສົມທົບຢ່າງແໜ້ນແຟ້ນເປັນປະຈໍາໃນການປະຕິບັດໜ້າທີ່ປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມໃນສະພາບການໃໝ່. ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ແລະຮ່ວມມືສາກົນ, ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະພັດທະນາ; ສືບຕໍ່ຍົກສູງກຳລັງຄວາມສາມາດນໍາພາ, ກໍາລັງຕໍ່ສູ້ຂອງຄະນະພັກ, ອົງການຈັດຕັ້ງພັກ ແລະຄຸນນະພາບຖັນແຖວສະມາຊິກພັກ; ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ...

 

ແປໂດຍ: ຮວ່າງເຈື່ອງ