ໃນນັ້ນ, ບັນດາອົງການ, ກົມກອງໄດ້ຜັນຂະຫຍາຍຮູບແບບການຈັດຕັ້ງພະນັກງານບັນຈຸໃໝ່ຢ່າງເຂັ້ມງວດ  ແລະມີປະສິດທິຜົນ; ຕັ້ງໜ້າປະຕິບັດແຜນຮ່າງດັດປັບອົງການຈັດຕັ້ງກອງທັບປະຊາຊົນຫວຽດນາມ (ໄລຍະ 2016-2021) ແລະແຜນຮ່າງສັບຊ້ອນ, ປ່ຽນແປງໃໝ່ວິສາຫະກິດກອງທັບຮອດປີ 2020 ແລະຊຸມປີຕໍ່ໄປ. ທົ່ວກອງທັບຈັດຕັ້ງການປະຕິບັດບັນດາຂໍ້ຕົກລົງສ້າງຕັ້ງໃໝ່ກໍາລັງ, ຍຸບເລີກ, ທ້ອນໂຮມ ແລະຈັດວາງ, ສັບຊ້ອນຄືນບາງອົງການ, ກົມກອງຕິດພັນກັບກວດກາ, ຫຼຸດຜ່ອນພະນັກງານບັນຈຸຕາມວິວັດທະນາການ ແລະແຜນນະໂຍບາຍຂອງຂັ້ນເທິງ. ຕາມນັ້ນແລ້ວ, ກອງທັບດໍາເນີນຈັດຕັ້ງຄືນ ແລະປະກາດໃຊ້ຕາຕະລາງພະນັກງານບັນຈຸໃນ 13 ອົງການຈັດຕັ້ງທີ່ຂຶ້ນກັບ 6 ທະຫານເຂດ, 3 ກອງພົນໃຫຍ່, 2 ເຫຼົ່າທັບ, ກົມໃຫຍ່ II, ວິທະຍາຄານເສນາຮັກ, ເຫຼົ່າຮົບສື່ສານ... ຊັບຊ້ອນຄືນໃໝ່ 7 ອົງການຈັດຕັ້ງລວມມີ: ອົງການກວດກາລະບຽບການບໍລິຫານ, ຖານຂໍ້ມູນເອເລັກໂຕນິກກະຊວງປ້ອງກັນປະເທດ, ຫ້ອງກວດສອບບັນຊີ (ກົມການເງິນ), ໜັງສືພິມເອເລັກໂຕນິກປ້ອງກັນຊາດ, ບໍລິສັດໃຫຍ່ GAET (ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ); ບັນດາຄະນະໂຄງການ 98, 678. ດໍາເນີນຍູບເລີກ 4 ອົງການຈັດຕັ້ງ... ຜົນແຫ່ງການບຸກທະລຸກ່ຽວກັບການຈັດຕັ້ງ, ພະນັກງານບັນຈຸໃນໄລຍະຜ່ານມາ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິບັດແຜນນະໂຍບາຍກໍ່ສ້າງບັນດາກໍາລັງ “ຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງ”, ກໍ່ສ້າງກອງທັບປະຊາຊົນຫວຽດນາມ “ປະຕິວັດ, ເປັນກໍາລັງຫຼວງ, ຍອດ ຢ້ຽມ, ທັນສະໄໝເທື່ອລະກ້າວ”.

 

ແປໂດຍ: ທູຈາງ