ປີ 2017 ຜ່ານມາ, ສອງກະຊວງໄດ້ສົມທົບກັນຜັນຂະຫຍາຍບັນດາເນື້ອໃນ, ແຜນການເຊິ່ງໄດ້ຮັບການອະນຸມັດຜ່ານຈາກລັດຖະບານ, ການນໍາສອງກະຊວງຢ່າງແໜ້ນແຟ້ນ ແລະຄົບຊຸດ.

ສອງກະຊວງໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການປ່ຽນແປງໃໝ່ຂັ້ນຕອນ, ລາຍການ, ເນື້ອໃນກໍ່ສ້າງຕາມຂໍ້ກໍານົດຂອງກະຊວງສຶກສາ ແລະກໍ່ສ້າງ, ເໝາະສົມກັບຄວາມຮຽກຮ້ອງຕ້ອງການພິເສດສະເພາະຂອງກອງທັບ.

leftcenterrightdel
ບັນຍາກາດທີ່ກອງປະຊຸມແລກປ່ຽນວຽກງານ. ພາບ: giaoducthoidai.vn

ໃນປີ 2018 ແລະຮອດປີ 2020, ສອງກະຊວງເພີ່ມທະວີການສົມທົບກັນພັດທະນາຮອບດ້ານວຽກງານສຶກສາ ແລະກໍ່ສ້າງໃນກອງທັບ; ປະຕິບັດຖືກກັບຄວາມຄືບໜ້າ, ຄຸນນະພາບສູງບັນດາແຜນຮ່າງ, ໂຄງການ, ລາຍການສຶກສາ ແລະກໍ່ສ້າງ.

ສອງກະຊວງສຸມໃສ່ຍົກສູງຄຸນນະພາບການຮັບສະໝັກນັກສຶກສາ, ສ້າງພະນັກງານຫຼັກແຫຼ່ງ, ພັດທະນາຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາ ແລະການຄົ້ນຄວ້າວິທະຍາສາດໃນກອງທັບ; ຈັດຕັ້ງການກວດກາ ແລະຮັບປະກັນຄຸນນະພາບການສຶກສາ; ເພີ່ມທະວີການລົງທຶນກໍ່ສ້າງ, ປັບປຸງພື້ນຖານໂຄງລ່າງ, ລາຍການໄດ້ມາດຕະຖານກ່ຽວກັບການສຶກສາດ້ານປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບໃນບັນດາມະຫາວິທະຍາໄລ, ວິທະຍາໄລ ແລະຂັ້ນມັດທະຍົມ; ເອົາໃຈໃສ່ເປັນພິ ເສດເຖິງການກໍ່ສ້າງ, ຮ່ວມມືກັບສາກົນ, ເພີ່ມເຕີມແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງໃຫ້ແກ່ກອງທັບ.

ແປໂດຍ: ຮວ່າງເຈື່ອງ