ວັນທີ 12 ມັງກອນ, ກໍາປັ່ນລາດຕະເວນໄກຝັ່ງ INS SUMEDHA ດ້ວຍໝາຍເລກ P58 ຂອງທະຫານເຮືອອິນເດຍ ໂດຍທ່ານພັນໂທ Shailendra S Rawat ເປັນກັບຕັນເຮືອພ້ອມກັບນາຍທະຫານ, ລູກເຮືອ 214 ຄົນ ໄດ້ເຂົ້າທຽບທ່າເຕັກນິກຢູ່ທ່າກໍາປັ່ນນະຄອນ ໂຮ່ຈິມິນ ແລະປະຕິບັດການເຄື່ອນໄຫວຈຳນວນໜຶ່ງກັບທະຫານເຮືອປະຊາຊົນຫວຽດນາມ. ແຕ່ວັນທີ 12 ຫາວັນທີ 14 ມັງກອນ 2018.

ຕ້ອນຮັບກໍາປັ່ນ ແລະຄະນະລູກເຮືອມີຜູ້ບັນຊາການກອງພົນນ້ອຍ 125, ທະຫານເຮືອເຂດ 2; ພະແນກພົວພັນຕ່າງປະເທດນະຄອນ ໂຮ່ຈິມິນ; ທູດການທະຫານອິນເດຍ ປະຈໍາ ຫວຽດນາມ ...

leftcenterrightdel
 ກໍາປັ່ນ INS SUMEDHA ພວມເຂົ້າທຽບທ່າກໍາປັ່ນ ນະຄອນ ໂຮ່ຈິມິນ. ພາບ: ມີງທັ໋ງ
leftcenterrightdel
ທ່ານພັນໂທ ຫງວຽນຫງອກແອງ, ຮອງຫົວໜ້າກອງພົນນ້ອຍ 125, ທະຫານເຮືອຫວຽດນາມ ເຂດ 2 ຕ້ອນຮັບທ່ານພັນໂທ Shailendra S Rawat. ພາບ: ມີງທັ໋ງ

ໃນໄລຍະຢູ່ນະຄອນ ໂຮ່ຈິມິນ, ບັນດານາຍທະຫານຜູ້ບັນຊາການ ແລະລູກເຮືອຂອງກໍາປັ່ນຈະເຂົ້າຢ້ຽມຂໍ່ານັບກອງບັນຊາການທະຫານເຮືອຫວຽດນາມເຂດ 2 ຕາມພິທີການທູດ; ພົບປະແລກປ່ຽນ, ແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບກອງພົນນ້ອຍ 125, ທະຫານເຮືອປະຊາຊົນຫວຽດນາມ ເຂດ 2 ແລະໄປຢ້ຽມຢາມບາງສະຖານທີ່, ທັດສະນີຍະພາບທີ່ສວຍງາມຂອງນະຄອນ.

ການເຄື່ອນໄຫວຂອງກໍາປັ່ນ INS SUMEDHA ຢູ່ຫວຽດນາມ ຄັ້ງນີ້ແນໃສ່ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງກອງທັບສອງປະເທດເວົ້າລວມ ແລະທະຫານເຮືອສອງປະເທດເວົ້າສະເພາະ, ປະກອບສ່ວນຊຸກຍູ້ການພົວພັນສອງປະເທດໃຫ້ນັບມື້ນັບໄດ້ຮັບການພັດທະນາອັນດີງາມ.

ແປໂດຍ: ເຈິ່ນຮວ່ຽນ