ການເຈລະຈານະໂຍບາຍດ້ານປ້ອງກັນຊາດຄັ້ງນີ້ໄດ້ດໍາເນີນໃນສະພາບການເຊິ່ງສອງປະເທດພວມຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 5 ປີແຫ່ງການຖະແຫຼງການພົວພັນຄູ່ຮ່ວມມືຍຸດທະສາດ.

leftcenterrightdel
ພິທີລົງນາມໃນບົດບັນທຶກການເຮັດວຽກລະຫວ່າງສອງຝ່າຍ. ພາບ: ຮູ່ງຄວາ

ທີ່ການເຈລະຈາ, ທ່ານພົນໂທ Hervé De Bonnaventure ໄດ້ຂອບໃຈການຕ້ອນຮັບຢ່າງສົມກຽດ, ມິດຕະພາບທີ່ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສະຫງວນໃຫ້ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ສາທາລະນະລັດ ຝະລັ່ງ, ພ້ອມທັງສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດກັບຫວຽດນາມ, ເພື່ອແນໃສ່ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ ແລະພັດທະນາ. ສອງຝ່າຍກໍ່ຖືວ່າ, ການເຈລະຈາຄັ້ງນີ້ ໄດ້ດໍາເນີນໃນຈຸດເວລາທີ່ມີຄວາມໝາຍສໍາຄັນ, ເປັນຂີດໝາຍດັດປັບກົນໄກການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດເພື່ອແນໃສ່ນຳມາເຊິ່ງປະສິດທິຜົນຢ່າງແທດຈິງ, ເລິກເຊິ່ງ, ກວ້າງຂວາງ, ເໝາະສົມກັບສະພາບການໃໝ່. ນີ້ກໍ່ແມ່ນພື້ນຖານ ແລະຮາກຖານອັນສໍາຄັນເພື່ອຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ແທດຈິງ ແລະມີປະສິດທິຜົນ, ນໍາມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການພົບປະ, ແລກປ່ຽນຄະນະຜູ້ແທນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງຂອງການນໍາກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດ ສາທາລະນະລັດ ຝະລັ່ງ, ເສີມຂະຫຍາຍປະສິດທິຜົນຂອງກົນໄກການເຈລະຈານະໂຍບາຍດ້ານປ້ອງກັນຊາດ, ຕັ້ງໜ້າຮ່ວມມື ແລະສະໜັບສະໜູນ ເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍ. ສອງຝ່າຍຈະເພີ່ມທະວີການຮ່ວມມືກ່ຽວກັບການບໍາລຸງສ້າງ, ເສນາຮັກ...

ພາຍຫຼັງການເຈລະຈາ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ແລະລົງນາມໃນບົດບັນທຶກການເຮັດວຽກ.

 

ແປໂດຍ: ເກື່ອງດັ້ງ