ບົດລາຍງານຕີລາຄາຜົນແຫ່ງປະຕິບັດງານຂອງຄະນະເພື່ອຄວາມກ້າວໜ້າຂອງແມ່ຍິງປີ 2017 ເນັ້ນໜັກວ່າ: ປີຜ່ານມາ, ວຽກງານເພື່ອຄວາມກ້າວໜ້າຂອງແມ່ຍິງໃນກອງທັບໄດ້ສຸມໃສ່ຊີ້ນໍາບັນດາກົມກອງໃນທົ່ວກອງທັບຜັນຂະຫຍາຍການປະຕິບັດວຽກງານຕ່າງໆດີພໍສົມຄວນຮອບດ້ານ.  ຄະນະເພື່ອຄວາມກ້າວໜ້າຂອງແມ່ຍິງທຸກຂັ້ນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງໃນການເປັນເສນາທິການຕໍ່ຄະນະພັກ, ຊີ້ນຳຜັນຂະຫຍາຍບັນດາການເຄື່ອນໄຫວຢູ່ກົມກອງ, ສ້າງເງື່ອນໄຂໃຫ້ແມ່ຍິງສູ້ຊົນ ແລະເຕີບໃຫຍ່.

leftcenterrightdel
                                 ບັນຍາກາດທີ່ກອງປະຊຸມ. ພາບ: ຢຸຍແທ່ງ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ເລຈຽມ ຕີລາຄາສູງບັນດາໝາກຜົນທີ່ຄະນະເພື່ອຄວາມກ້າວໜ້າຂອງແມ່ຍິງທຸກຂັ້ນບັນລຸໄດ້ໃນປີ 2017. ກ່ຽວກັບທິດທາງ, ໜ້າທີ່ວຽກງານເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍໃນກອງທັບປີ 2018, ທ່ານພົນໂທ ເລຈຽມ ຮຽກຮ້ອງວ່າ: ຄະນະເພື່ອຄວາມກ້າວໜ້າຂອງແມ່ຍິງຄວນສຸມໃສ່ຊາບຊຶມ, ຫັນເປັນລະອຽດ ແລະຜັນຂະຫຍາຍການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກອງທັບຄັ້ງທີ X, ຄໍາສັ່ງເລກທີ 05 ຂອງກົມການເມືອງ, ຄໍາສັ່ງເລກທີ 87 ຂອງຄະນະພັກການທະຫານສູນກາງກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ ຕິດພັນກັບບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດສະຕິປັນຍາ, ສົມເປັນທະຫານລຸງໂຮ່” ໃນທົ່ວກອງທັບ ແລະມີປະສິດທິຜົນ.

ໂດຍອີງຕາມພາລະບົດບາດ, ຄະນະເພື່ອຄວາມກ້າວໜ້າຂອງແມ່ຍິງທຸກຂັ້ນເປັນເສນາທິການນໍາເນື້ອໃນວຽກງານ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະຄວາມສະເໝີພາບລະຫວ່າງຍິງ-ຊາຍເຂົ້າໃນມະຕິນໍາພາຂອງຄະນະພັກ, ແຜນການປະຕິບັດງານຂອງຜູ້ບັນຊາການ; ຈັດຕັ້ງປະເມີນຜົນ, ສະຫຼຸບຖອດຖອນບົດຮຽນວຽກງານຊີ້ນໍາ, ນໍາພາ, ແນະນໍາ, ກວດກາການປະຕິບັດເປັນປະຈໍາ...

 

ແປໂດຍ: ກວຽດເຕີມ