ເຂົ້າຮ່ວມການເຮັດວຽກຍັງມີ: ທ່ານພົນໂທ ເຈິ່ນເດີນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນໂທ ຫງວຽນຈ້ອງເຫງຍ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງຫົວໜ້າກົມໃຫຍ່ການເມືອງ ແລະຜູ້ຕາງໜ້າການນໍາ, ຜູ້ບັນຊາການບາງກົມທີ່ກ່ຽວຂ້ອງ.

ພາຍຫຼັງຮັບຟັງທ່ານພົນໂທ ເລຫື້ວດຶກ, ປະທານສະພາບໍລິຫານ MB ລາຍງານກ່ຽວກັບສະພາບການ, ຜົນແຫ່ງການເຄື່ອນໄຫວຂອງ MB ໄລຍະ 2011-2017, ກໍ່ຄືວິໄສທັດຂອງ MB ແຕ່ປີ 2017-2021.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ເຈື່ອງຢາງ

ທ່ານພົນເອກ ໂງຊວນລິກ ຕາງໜ້າຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຮັບຮູ້ ແລະຕີລາຄາສູງບັນດາໝາກຜົນເຊິ່ງ MB ບັນລຸໄດ້. ທ່ານລັດຖະມົນຕີ ໂງຊວນລິກ ໃສ່ໃຈ MB ຢຶດໝັ້ນຍຸດທະສາດພັດທະນາ, ສຸມໃສ່ປະຕິບັດ 4 ກຸ່ມວິທີການແກ້ໄຂຢ່າງມີປະສິດທິຜົນນັ້ນແມ່ນການຄຸ້ມຄອງບໍລິຫານ, ດໍາເນີນທຸລະກິດ, ເຕັກໂນໂລຢີ ແລະບຸກຄະລາກອນ. ພ້ອມທັງມຸ່ງໄປເຖິງຮູບແບບກຸ່ມບໍລິສັດການເງິນຫຼາຍພາລະບົດບາດຄື MB ໄດ້ຍົກອອກ. ເຖິງຢ່າງໃດກໍ່ຕາມ, ໂດຍແມ່ນກົມກອງໃນກອງທັບ,  MB ຕ້ອງປະຕິບັດທຸກຂໍ້ກຳນົດໃນກອງທັບ. ຍ້ອນແນວນັ້ນ, MB ຄວນສຸມໃສ່ສ້າງອົງການຈັດຕັ້ງພັກ, ແກ້ໄຂສາຍພົວພັນລະຫວ່າງປະທານສະພາບໍລິຫານ, ຜູ້ອຳນວຍການໃຫຍ່, ເລຂາຄະນະພັກ... ເພື່ອກໍ່ສ້າງຄະນະພັກ MB ແລະບັນດາອົງການຈັດຕັ້ງພັກໃຫ້ເປັນແບບຢ່າງໃນກອງທັບ. MB ຕ້ອງມີນະໂຍບາຍດຶງດູດຜູ້ເກັ່ງກ້າສາມາດສົມທົບກັບບັນດາອົງການ, ກົມກອງ, ວິສາຫະກິດໃນກອງທັບເປັນຢ່າງດີເພື່ອເສີມຂະຫຍາຍທ່າແຮງ, ປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ.

leftcenterrightdel
ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: ເຈື່ອງຢາງ

ທ່ານພົນເອກ ໂງຊວນລິກ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງ MB ໃນຊຸມປີມໍ່ໆມານີ້ທີ່ໄດ້ສ້າງອິດທິພົນຊື່ສຽງ, ຄວາມໄວ້ເນື້ອເຊື່ອໃຈພາຍໃນ ແລະນອກກອງທັບແຕ່ການພັດທະນາທຸກຢ່າງຂອງທະນາຄານຕ້ອງປະຕິບັດຕາມກົດໝາຍ, ຂໍ້ກໍານົດຂອງທະນາຄານແຫ່ງລັດຫວຽດນາມ ແລະຕິດພັນກັບການນໍາພາຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ. ການນໍາ, ພະນັກງານ, ພາລະກອນ  MB ຕ້ອງຍົກສູງຈິດໃຈ “ບັນດານັກຮົບເຮັດເສດຖະກິດ”, ຕ້ອງດີກວ່າຜູ້ອື່ນໆໃນຂົງເຂດນີ້.

ທ່ານລັດຖະມົນຕີ ໂງຊວນລິກ ເນັ້ນໜັກວ່າ, ໃນວິວັດແຫ່ງການດໍາເນີນທຸລະກິດທະນາຄານຄວນມີກໍາໄລແຕ່ກໍ່ຕ້ອງຮັກສາອິດທິພົນຊື່ສຽງ ແລະຕ້ອງເອົາໃຈໃສ່ເປັນພິເສດເຖິງການເບິ່ງແຍງຊີວິດການເປັນຢູ່ຂອງພະນັກງານ, ພາລະກອນທະນາຄານ. ພ້ອມທັງມີພັນທະປະກອບສ່ວນກໍ່ສ້າງກອງທັບ. ເນື່ອງໃນໂອກາດຕົ້ນປີໃໝ່, ທ່ານພົນເອກ ໂງຊວນລິກ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ, ອວຍພອນປີໃໝ່ເຖິງສະພາບໍລິຫານ, ຄະນະການນໍາ, ພະນັກງານ, ພາລະກອນ, ຜູ້ອອກແຮງງານ MB ທຸກທົ່ວໜ້າ.

 

ແປໂດຍ: ເຈິ່ນຮວ່ຽນ