ໃນໄລຍະ 2014-2018, ບັນດາອົງການສື່ມວນຊົນໃນທົ່ວກອງທັບໄດ້ບູລະນະອົງການຈັດຕັ້ງ, ສັບຊ້ອນພະນັກງານ, ເພີ່ມເຕີມພາລະບົດບາດໜ້າທີ່. ສິ້ນສຸດແຜນຮ່າງ, ໄດ້ມີຕື່ມ 13 ອົງການສື່ມວນຊົນກອງທັບໂດຍກະຊວງຖະແຫຼງຂ່າວ ແລະສື່ສານ ອອກໃບອະນຸຍາດເຄື່ອນໄຫວ; ປະກອບສ່ວນເພີ່ມທະວີກໍາລັງສື່ມວນຊົນໃນກອງທັບເພື່ອແນໃສ່ເພີ່ມທະວີ ແລະຍົກສູງຄຸນນະພາບຂໍ້ມູນຂ່າວສານ, ການໂຄສະນາແນວທາງ, ແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ, ໜ້າທີ່ການທະຫານ, ການປ້ອງກັນຊາດ, ການພົວພັນຕ່າງປະເທດດ້ານປ້ອງກັນຊາດ, ຕໍ່ສູ້ປະຕິເສດທັດສະນະທີ່ຜິດພາດຂອງບັນດາອິດທິກໍາລັງເປັນປໍລະປັກ, ກໍານົດທິດຫາງສຽງ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຮວ່າງຮວ່າງ

ລວມຄ່າໃຊ້ຈ່າຍທັງໝົດຂອງແຜນຮ່າງແມ່ນ 121,4 ຕື້ດົ່ງ, ໄດ້ແບ່ງປັນໃຫ້ບັນດາອົງການສື່ມວນຊົນທີ່ບັນລຸໄດ້ 100% ຕາມແຜນການທີ່ໄດ້ວາງອອກ. ບັນດາອົງການໄດ້ປະຕິບັດສໍາເລັດການກໍ່ສ້າງພື້ນຖານໂຄງລ່າງ, ລົງທຶນຊື້ເຄື່ອງອຸປະກອນ, ພາຫະນະຕາມແຜນຮ່າງໄດ້ອະນຸຍາດຜ່ານ.

ໃນວິວັດການປະຕິບັດແຜນຮ່າງ, ບັນດາອົງການ, ກົມກອງ, ເປັນຕົ້ນແມ່ນບັນດາສື່ມວນຊົນໄດ້ຊາບຊຶມ, ປະຕິບັດການຊີ້ນໍາ, ນໍາພາຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ຫົວໜ້າກົມໃໝ່ການເມືອງ ແລະຄໍາແນະນໍາຂອງບັນດາອົງການທີ່ກ່ຽວຂ້ອງຢ່າງເຂັ້ມງວດ; ປະຕິບັດບັນດາຂໍ້ກໍານົດຂອງລັດ ແລະກະຊວງປ້ອງກັນປະເທດຢ່າງເຂັ້ມງວດກ່ຽວກັບການຄຸ້ມຄອງການລົງທຶນ ແລະກໍ່ສ້າງ, ຊື້ເຄື່ອງອຸປະກອນ, ພາຫະນະ, ສູ້ຊົນເພື່ອປະຕິບັດແຜ່ນຮ່າງໃຫ້ສໍາເລັດກ່ອນ 1 ປີ.

leftcenterrightdel
ທ່ານພັນເອກພິເສດ ຮ່າແມ້ງເຕື່ອງ, ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມກອງທັບປະຊາຊົນ ຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ຮວ່າງຮວ່າງ

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈ້ອງເຫງ້ຍ ເນັ້ນໜັກວ່າ, ແຜນຮ່າງໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຈາກຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຕໍ່ກັບສື່ມວນຊົນກອງທັບຢ່າງລະອຽດ, ປາດຖະໜາວ່າປະສິດທິຜົນຂອງແຜນຮ່າງແມ່ນພື້ນຖານຊ່ວຍໃຫ້ສື່ມວນຊົນກອງທັບຍົກສູງຄຸນນະພາບເນື້ອໃນ ແລະຮູບການ, ປະກອບສ່ວນກໍ່ສ້າງກອງທັບໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ. ທ່ານຍັງຕີລາຄາສູງບັນດາອົງການສື່ມວນຊົນກອງທັບ ແລະບັນດາອົງການທີ່ກ່ຽວຂ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດແຜນຮ່າງຢ່າງມີປະສິດທິຜົນ, ປະກອບສ່ວນນໍາສື່ມວນຊົນກອງທັບໄປກ່ອນບາດໜຶ່ງກ່ຽວກັບການຫັນເປັນທັນສະໄໝ.

ໃນໄລຍະຈະມາເຖິງ, ທ່ານຮອງຫົວໜ້າກົມໃຫຍ່ການເມືອງ ຮຽກຮ້ອງໃຫ້ແຕ່ລະອົງການສື່ມວນຊົນຕ້ອງໃກ້ຊິດຕິດແທດກັບຫຼັກມູນ, ເປົ້າໝາຍແກ້ໄຂຄວາມຫຍຸ້ງຍາກ, ເສີມຂະຫຍາຍກໍາລັງແຮງພາຍໃນເພື່ອປະຕິບັດສໍາເລັດໜ້າທີ່. ບັນດາອົງການສື່ມວນຊົນກອງທັບຕ້ອງກໍາແໜ້ນສະພາບການພັດທະນາຂອງຊີວິດ, ເປັນຕົ້ນແມ່ນໃນຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ກໍ່ສ້າງອົງການໃຫ້ໝັ້ນຄົງເຂັ້ມແຂງ, ກໍ່ສ້າງຊັບພະຍາກອນມະນຸດມີຄຸນນະທາດການເມືອງໝັ້ນຄົງ, ມີລະດັບຄວາມຮູ້ດ້ານວິຊາສະເພາະທີ່ດີ, ຕັ້ງໜ້າຕໍ່ສູ້ໃນຂົງເຂດຕ້ານການຫັນປ່ຽນໂດຍສັນຕິ, ການຫັນປ່ຽນໂດຍຕົນເອງ, ການປ່ຽນແປງໂດຍຕົນເອງ ແລະປະຕິເສດບັນດາທັດສະນະທີ່ຜິດພາດ.

 

ແປໂດຍ:ເກື່ອງດັ້ງ