ພາຍຫຼັງຮໍ່າຮຽນ ແລະຄົ້ນຄວ້າຢູ່ມະຫາວິທະຍາໄລປ້ອງກັນຊາດຫວຽດນາມ ມາເປັນເວລາໜຶ່ງເດືອນປາຍ, ເຈົ້າໜ້າທີ່ປ້ອງກັນຊາດ 22 ຄົນທີ່ມາຈາກ 14 ປະເທດໄດ້ຄົ້ນຄວ້າກ່ຽວກັບປະຫວັດສາດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດຂອງປະເທດຊາດຫວຽດນາມ; ວັດທະນະທໍາການທະຫານ, ສົງຄາມປະຊາຊົນ ແລະພື້ນຖານປ້ອງກັນຊາດທົ່ວປວງຊົນຢູ່ຫວຽດນາມ; ລະບົບການເມືອງ, ນະໂຍບາຍການພົວພັນຕ່າງປະເທດ, ນະໂຍບາຍການປ້ອງກັນຊາດ ແລະກໍາລັງແຮງການປ້ອງກັນຊາດຫວຽດນາມ; ກ່ຽວກັບທາດແທ້, ມູນເຊື້ອ ແລະການຈັດຕັ້ງຂອງກອງທັບປະຊາຊົນຫວຽດນາມ, ກ່ຽວກັບສະພາບການປ້ອງກັນຄວາມສະຫງົບໃນພາກພື້ນ, ໃນໂລກ ແລະທັດສະນະຂອງຫວຽດນາມ ໃນການແກ້ໄຂບັນດາບັນຫາໃນພາກພື້ນ ແລະໃນໂລກ, ເປັນຕົ້ນແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງໝູ່ເກາະ, ທະເລກັບປະເທດຕ່າງໆ... ບັນດາເຈົ້າໜ້າທີ່ປ້ອງກັນຊາດຍັງໄປທັດສະນະສຶກສາຕົວຈິງຢູ່ບາງສະຖານທີ່, ປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາຂອງປະເທດ ຫວຽດນາມ.

leftcenterrightdel
ທ່ານພົນຕີ ເຈີ່ນຫວຽດຄວາ ຜູ້ອໍານວຍການວິທະຍາຄານປ້ອງກັນຊາດຫວຽດນາມ  ກ່າວປາໄສທີ່ພິທີປິດຊຸດບໍາລຸງສ້າງເຈົ້າໜ້າທີ່ປ້ອງກັນຊາດສາກົນ. ພາບ: ຫງອັກທື

ກ່າວຄໍາເຫັນທີ່ພິທີປິດຊຸດບໍາລຸງສ້າງ, ທ່ານພົນຕີ ເຈີ່ນຫວຽດຄວາ ໄດ້ຊົມເຊີຍຕໍ່ໝາກຜົນຂອງບັນດາເຈົ້າໜ້າທີ່ປ້ອງກັນຊາດສາກົນທີ່ບັນລຸໄດ້ໃນຊຸດບໍາລຸງສ້າງທີ່ຜ່ານມາ, ພ້ອມທັງສະແດງຄວາມປາດຖະໜາວ່າ ບັນດາເຈົ້າໜ້າທີ່ປ້ອງກັນຊາດສາກົນໃນຖານະຕໍາແໜ່ງຂອງຕົນຈະມີບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນເຂົ້າໃນການພັດທະນານໍ້າໃຈສາມັກຄີ, ມິດຕະພາບ ແລະການຮ່ວມມືລະຫວ່າງປະຊາຊົນ ແລະກອງທັບບັນດາປະເທດ ແລະກອງທັບຫວຽດນາມ, ປະກອບສ່ວນປັບປຸງ ແລະຮັກສາສັນຕິພາບ, ສະຖຽນລະພາບໃນພາກພື້ນ ແລະໃນໂລກໄວ້ໃຫ້ໝັ້ນຄົງ.

 

ແປໂດຍ: ທູຈາງ