ເຂົ້າຮ່ວມພ້ອມກັບຄະນະມີທ່ານພົນໂທ ຫງວຽນເຟືອງນາມ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ທ່ານພົນຈັດຕະວາ ຫວູຫາຍສານ, ກໍາມະການສູນກາງພັກ, ຜູ້ບັນຊາການທະຫານເຂດ 3;  ທ່ານ ຫງວຽນວັນດ້ອກ, ເລຂາພັກແຂວງ ກວາງນິງ.

ພາຍຫຼັງກວດກາສະພາບຕົວຈິງຢູ່ສູນບັນຊາພື້ນຖານນະຄອນ ຮ້າລອງ ແລະຢ້ຽມຊົມກຳລັງຕຳຫຼວດແຂວງຝຶກຊ້ອມວິທີການຕີຈັບຕົວກຳລັງກໍໍ່ການຮ້າຍ, ກູ້ເອົາຕົວປະກັນ, ຄະນະປະຕິບັດງານກໍ່ໄດ້ມີການເຮັດວຽກກັບການນຳແຂວງ ກວາງນິງ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ໄປກວດກາເຂດສູນບັນຊາພື້ນຖານຂອງກອງບັນຊາການທະຫານແຂວງ ຮ້າລອງ. ພາບ: qdnd.vn

ທີ່ການເຮັດວຽກ, ພາຍຫຼັງຮັບຟັງການນໍາທ້ອງຖິ່ນລາຍງານກ່ຽວກັບວຽກງານກະກຽມການຝຶກຊ້ອມ, ທ່ານພົນໂທ ຟານວັນຢາງ ຕີລາຄາສູງຄວາມເດັດດ່ຽວຂອງການນຳຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໃນການຊີ້ນຳ, ນຳພາບັນດາພະແນກ, ຄະນະ, ຂະແໜງການ, ທ້ອງຖິ່ນ... ປະຕິບັດວຽກງານກະກຽມໃຫ້ການຝຶກຊ້ອມເຂດປ້ອງ ກັນຕົວ.

ກ່ຽວກັບກຳລັງທະຫານ, ຕຳຫຼວດເຮັດວຽກງານເປັນເສນາທິການໃຫ້ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ແລະຜັນຂະຫຍາຍໂດຍກົງບັນດາເນື້ອໃນວຽກງານຮັບປະກັນຄວາມຄືບໜ້າ, ຄຸນນະພາບຢ່າງມີປະສິດທິຜົນ.

leftcenterrightdel
ທ່ານພົນໂທ ຟານວັນຢາງ ແລະຄະນະປະຕິບັດງານກະຊວງປ້ອງກັນປະເທດປຶກສາຫາລື ແລະຖອດຖອນບົດຮຽນພາຍຫຼັງຢ້ຽມຊົມກຳລັງຕຳຫຼວດຝຶກຊ້ອມຕີຈັບຕົວກຳລັງກໍ່ການຮ້າຍ, ກູ້ເອົາຕົວປະກັນ. ພາບ: qdnd.vn

ເພື່ອໃຫ້ການຝຶກຊ້ອມເຂດປ້ອງກັນຕົວບັນລຸໄດ້ເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ, ທ່ານຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ສະເໜີຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນແຂວງ ກວາງນິງ ສືບຕໍ່ຊີ້ນຳ, ນຳພາກຳລັງປະກອບອາວຸດແຂວງປະຕິບັດສຳເລັດບັນດາວຽກງານກະກຽມຢ່າງຮີບດ່ວນ, ຮັບປະກັນຄຸນນະພາບ. ທ່ານພົນໂທ ຟານວັນຢາງ ເນັ້ນໜັກວ່າ, ເວລາບໍ່ມີຫຼາຍ, ສະນັ້ນບັນດາອົງການກ່ຽວຂ້ອງກະຊວງປ້ອງກັນປະເທດ ແລະຄະນະພັກ, ກອງບັນຊາການທະຫານເຂດ 3, ສືບຕໍ່ຊີ້ນຳ, ແນະນຳກຳລັງປະກອບອາວຸດແຂວງ ກວາງນິງ ເຮັດວຽກງານກະກຽມໃຫ້ການຝຶກຊ້ອມຢ່າງແໜ້ນແຟ້ນ, ຖືກຕາມເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ. ພ້ອມທັງ, ຈັດຕັ້ງການການຝຶກຊ້ອມ, ຝຶກແອບໃຫ້ບັນດາກຳລັງສຳຮອງ, ທະຫານລາດປ້ອງກັນຕົວ ແລະບັນດາກຳລັງອື່ນເຂົ້າຮ່ວມການຝຶກຊ້ອມຕັ້ງສົມມຸດຖານຍິງສູ້ຮົບຕ້ອງຮັບປະກັນຄວາມແໜ້ນແຟ້ນ, ຄວາມປອດໄພຢ່າງເດັດຂາດ.

 

ແປໂດຍ: ຮຸຍດົງ