ຫວ່າງແລ້ວນີ້, ທີ່ນະຄອນ ຕາມກີ (ແຂວງ ກວາງນາມ), ຄະນະຜູ້ແທນກອງບັນຊາການທະຫານແຂວງ ເຊກອງ (ລາວ) ໂດຍທ່ານພັນໂທ ທອງສີ ກຸນສະນະ ຫົວໜ້າການທະຫານກອງບັນຊາການແຂວງ ເຊກອງ ເປັນຫົວໜ້າຄະນະພົບປະເຈລະຈາກັບຄະນະຜູ້ແທນທະຫານຊາຍແດນ ສາມແຂວງ ກວາງນາມ, ກອນຕູມ ແລະເທື່ອທຽນເຫວ້ (ຫວຽດນາມ).

ຕາມຂໍ້ມູນຂ່າວສານທີ່ການພົບປະເຈລະຈາ, ປີ 2017, ສະພາບການອະທິປະໄຕ, ການປ້ອງກັນຄວາມສະຫງົບຢູ່ເສັ້ນຊາຍແດນຂອງແຂວງ ກວາງນາມ, ກອນຕູມ ແລະເທື່ອທຽນເຫວ້ ທີ່ຕິດກັບແຂວງ ເຊກອງ ຍາມໃດກໍ່ເປັນປົກກະຕິ. ກໍາລັງປົກປັກຮັກສາຊາຍແດນສອງຝ່າຍໄດ້ຈັດຕັ້ງການລາດຕະເວນສອງຝ່າຍ 29 ຄັ້ງໂດຍການເຂົ້າຮ່ວມຂອງພະນັກງານ, ນັກຮົບກວ່າ 600 ຄົນ; ສົມທົບກັນໃນວຽກງານຕ້ານ ແລະສະກັດກັ້ນອາດຊະຍາກຳ ແລະບັນດາການເຄື່ອນໄຫວແຊກຊຶມເຂົ້າຊາຍແດນຢ່າງແໜ້ນແຟ້ນ.

leftcenterrightdel
ບັນຍາກາດການພົບປະເຈລະຈາ. ພາບ: bienphong.com.vn

ພົ້ນເດັ່ນແມ່ນກອງບັນຊາການທະຫານຊາຍແດນແຂວງ ກວາງນາມ ໄດ້ເປັນເສນາທິການໃຫ້ແກ່ຄະນະກໍາມະການປະຊາຊົນແຂວງ ກວາງນາມ ຊ່ວຍ ລາວ ກໍ່ສ້າງປ້ອມກວດກາ ດັກຕ່າອອກ ດ້ວຍງົບປະມານການໃຊ້ຈ່າຍທັງໝົດແມ່ນ 48 ຕື້ດົ່ງ; ໜູນຊ່ວຍເຂົ້າສານໃຫ້ແກ່ປະຊາຊົນຢູ່ບັນດາບ້ານທີ່ຕິດກັບຊາຍແດນຈໍານວນ 8 ໂຕນ, ຮັບຊ່ວຍເຫຼືອນັກສຶກສາ 3 ຄົນຂອງປະເທດ ລາວ ດ້ວຍຈໍານວນເງິນໜູນຊ່ວຍປະຈໍາເດືອນແມ່ນ 500.000 ດົ່ງ/ຄົນ. ກອງບັນຊາການທະຫານຊາຍແດນແຂວງ ເທື່ອທຽນເຫວ້ ໄດ້ເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນໜູນຊ່ວຍເງິນຈໍານວນ 20 ລ້ານດົ່ງໃຫ້ກອງຮ້ອຍ 531 (ລາວ); ມອບຂອງຂວັນ 408 ພູດ ໃຫ້ແກ່ບັນດາຄອບຄົວຢູ່ຕິດກັບຊາຍແດນ; ຊ່ວຍເຫຼືອນັກສຶກສາ 4 ຄົນຂອງລາວ ດ້ວຍຈໍານວນເງິນໜູນຊ່ວຍແມ່ນ 500.000 ດົ່ງ/ຄົນ/ເດືອນ…

ບົນຈິດໃຈສາມັກຄີ, ມິດຕະພາບ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບຕໍ່ທິດທາງສົມທົບປີ 2018, ນັ້ນແມ່ນການຮັກສາວຽກງານລາດຕະເວນສອງຝ່າຍ, ກວດກາບັນດາການເຄື່ອນໄຫວຜ່ານຊາຍແດນຢ່າງແໜ້ນແຟ້ນ. ສືບຕໍ່ເປັນເສນາທິການໃຫ້ອໍານາດການປົກຄອງທ້ອງຖິ່ນ ສສ ຫວຽດນາມ ແລະລັດຖະບານ ສປປ ລາວ ກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີໃນເຂດຊາຍແດນສອງປະເທດ.

ຄຽງຂ້າງນັ້ນ, ສືບຕໍ່ຮັກສາການແຈ້ງໃຫ້ຊາບ, ແລກປ່ຽນສະພາບການ, ສົມທົບກັນແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຄວາມລະບຽບຮຽບຮ້ອຍຢູ່ເຂດຊາຍແດນ; ສົມທົບກັນໃນວຽກງານຕ້ານ ແລະສະກັດກັ້ນອາດຊະຍາກຳຢ່າງແໜ້ນແຟ້ນ; ຊ່ວຍເຫຼືອເຊິ່ງກັນ ແລະກັນເມື່ອມີໄພທໍາມະຊາດເກີດຂື້ນຢູ່ເຂດຊາຍແດນ…

ສິ້ນສຸດການພົບປະເຈລະຈາ, ການນໍາທະຫານຊາຍແດນ 3 ແຂວງ ກວາງນາມ, ກອນຕູມ, ເທື່ອທຽນເຫວ້ ແລະກອງບັນຊາການທະຫານແຂວງ ເຊກອງ ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາເພື່ອເປັນພື້ນຖານປະຕິບັດເນື້ອໃນດັ່ງກ່າວໃນໄລຍະຈະມາເຖິງເປັນຢ່າງດີ.

 

ແປໂດຍ: ຈາງຫງວຽນ