ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຖືເປັນສຳຄັນການພົວພັນກັບ ອາເມລິກາ ແລະປາດຖະໜາວ່າການພົວພັນ ຫວຽດນາມ - ອາເມລິກາ ຈະສືບຕໍ່ພັດທະນາຢ່າງແທດຈິງ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໂລກ.

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດອາເມລິກາ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມ ຫວຽດນາມ ຄັ້ງທຳອິດ ແລະສົ່ງຄຳຢື້ຢາມຖາມຂ່າວຂອງທ່ານປະທານາທິບໍດີ Donald Trump ມາຍັງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຢືນຢັນວ່າ: ອາເມລິກາ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ແລະໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ການພົວພັນນີ້ໃນໄລຍະຈະມາເຖິງ.

ສອງຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີສະພາບການຢູ່ທະເລຕາເວັນອອກ. ທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ຢືນຢັນຄືນໃໝ່ຫຼັກໝັ້ນຂອງ ອາເມລິກາ ສະໜັບສະໜູນເລື່ອງແກ້ໄຂບັນດາຂໍ້ຂັດແຍ່ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982; ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນກວ່າ.

ແປໂດຍ: ແສງເພັດ