leftcenterrightdel
ລາຍການສະແດງສິລະປະຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ. ພາບ: ມິງຈູງ.

ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1999, ຄະນະຕິດຕໍ່ນັກຮົບເກົ່າອົງການການເມືອງກອງບັນຊາການ 719 ໄດ້ຕັ້ງໜ້າຍູ້ແຮງບັນດາການເຄື່ອນໄຫວທີ່ເຕັມໄປດ້ວຍນໍ້າໃຈເພື່ອນຮ່ວມກອງ, ຢື້ຢາມຖາມຂ່າວ, ຊ່ວຍເຫຼືອສະມາຊິກສະມາຄົມ. ທີ່ກອງປະຊຸມໃຫຍ່ບັນດາຜູ້ແທນໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວບາງຢ່າງຂອງຄະນະຕິດຕໍ່ໃນຊຸມປີຜ່ານມາ ແລະໜ້າທີ່, ລາຍການຂອງສະມາຄົມອາຍຸການ 2018-2023. ກອງປະຊຸມໃຫຍ່ໄດ້ປະກາດຂໍ້ຕົກລົງຂອງສູນກາງສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ອະດີດທະຫານອາສາສະໝັກອົງການການເມືອງກອງບັນຊາການ 719.

leftcenterrightdel
ຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ອະດີດທະຫານອາສາສະໝັກອົງການການເມືອງກອງບັນຊາການ 719 (ອາຍຸການ 2018-2023). ພາບ: ມິງຈູງ.

ໃນອາຍຸການທໍາອິດນີ້, ໜ້າທີ່ຈຸດສຸມຂອງສະມາຄົມແມ່ນສ້າງສະມາຄົມໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄວາມຄິດ ແລະການຈັດຕັ້ງ, ປຸກລະດົມສະມາຊິກສະມາຄົມຍົກສູງຄຸນນະທາດທະຫານ ລຸງໂຮ່, ເສີມຂະຫຍາຍມູນເຊື້ອ, ຕັ້ງໜ້າປະກອບສ່ວນສ້າງຄວາມສາມັກຄີລະຫວ່າງກອງທັບ ແລະປະຊາຊົນສອງປະເທດຫວຽດນາມ-ກໍາປູເຈຍ, ປະຕິບັດນໍ້າໃຈເພື່ອນຮ່ວມກອງເປັນຢ່າງດີ...

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ມິງຈູງ.

ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ເລຂາຟຽວ ຕີລາຄາສູງຄວາມໝາຍຂອງການສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ-ກໍາປູເຈຍ ອະດີດທະຫານອາສາສະໝັກອົງການການເມືອງກອງບັນຊາການ  719; ພ້ອມທັງປາດຖະໜາວ່າສະມາຄົມສືບຕໍ່ພັດທະນາ ແລະເປີດກວ້າງຂອບຂະໜາດການເຄື່ອນໄຫວໃຫ້ເໝາະສົມກັບຄວາມສາມາດຂອງສະມາຄົມ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບທີ່ເປັນມູນເຊື້ອຫວຽດນາມ - ກໍາປູເຈຍ.

 

ແປໂດຍ:ເກື່ອງດັ້ງ