ຫວຽດນາມ ແລະ ສປປ. ເກົາຫຼີ ສ້າງຕັ້ງການພົວພັນທາງການທູດແຕ່ວັນທີ 31 ມັງກອນ 1950. ສປປ. ເກົາຫຼີ ກໍ່ແມ່ນໜຶ່ງໃນບັນດາປະເທດທຳອິດສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ. ເກືອບ 70 ປີ ຜ່ານມາ, ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງສອງຊາດຫວຽດນາມ - ສປປ. ເກົາຫຼີ ໂດຍປະທານໂຮ່ຈິມິນ ແລະປະທານ Kim Il-sung ກໍ່ສ້າງ, ເພີ່ມພູນຄູນສ້າງໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

leftcenterrightdel
ປະທານ ໂຮ່ຈິມິນ ຕ້ອນຮັບປະທານ Kim Il-sung. ພາບ: ສຳນັກຂ່າວສານຫວຽດນາມ.

ຈາກຄວາມມານະພະຍາຍາມສ້າງພື້ນຖານຂອງການນຳສອງຊາດ, ສາຍພົວພັນມິດຕະພາບລະຫວ່າງສອງປະເທດໄດ້ຮັບການຮັກສາໄວ້ເປັນປະຈຳ, ຜ່ານການຢ້ຽມຢາມຂອງບັນດາການນຳສອງປະເທດ, ໃນນັ້ນສອງຝ່າຍໄດ້ແລກປ່ຽນກວ່າ 50 ຄະນະຜູ້ແທນຂັ້ນສູງ (ຈາກຂັ້ນລັດຖະມົນຕີຂຶ້ນໄປ). ແຕ່ວັນທີ 8 ຫາວັນທີ 12 ກໍລະກົດ 1957, ປະທານໂຮ່ຈິມິນ ຢ້ຽມຢາມ ສປປ. ເກົາຫຼີ ຢ່າງເປັນທາງການ ຄັ້ງທຳອິດ. ຕໍ່ຈາກນັ້ນແມ່ນບັນດາການຢ້ຽມຢາມ ສປປ. ເກົາຫຼີ ຂອງທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີຫວຽດນາມ (ເດືອນ ມິຖຸນາ 1961), ທ່ານ ເລຢວນ ລາຂາທິການໃຫຍ່ (1965), ທ່ານ ຫວໍຈິກົງ ປະທານສະພາແຫ່ງລັດ (ເດືອນ ກັນຍາ 1988), ທ່ານ ຫງວຽນແມ້ງເກ່ີມ ລັດຖະມົນຕີກະຊວງການຕ່າງປະເທດ (ເດືອນ ພຶດສະພາ 1997), ທ່ານ ຫງວຽນຢິນຽນ ລັດຖະມົນຕີກະຊວງການຕ່າງປະເທດ (ເດືອນ ສິງຫາ 2000), ທ່ານ ເຈິ່ນດຶກເລືອງ ປະທານປະເທດ (ເດືອນ ພຶດສະພາ 2002) ທ່ານ ນົງດຶກແມ້ງ ເລຂາທິການໃຫຍ່ (ເດືອນ ຕຸລາ 2007)...

ຫວ່າງແລ້ວນີ້, ແຕ່ວັນທີ 12 ຫາວັນທີ 14 ກຸມພາ 2019, ທ່ານ ຟ້າມບິ່ງມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຢ້ຽມຢາມ ສປປ. ເກົາຫຼີ ຢ່າງເປັນທາງການ, ທ່ານຢັ້ງຢືນວ່າ ບົນພື້ນຖານການປະຕິບັດແນວທາງພົວພັນຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ພ້ອມແລ້ວທີ່ຈະເປັນເພື່ອນມິດເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ; ພັກ, ລັດຖະບານ, ປະຊາຊົນຫວຽດນາມ ຖືເປັນສຳຄັນ ແລະປາດຖະໜາຢາກຮັກສາ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບພັກ, ລັດຖະບານ, ປະຊາຊົນ ສປປ. ເກົາຫຼີ.

ບັນດາຄະນະຜູ້ແທນ ສປປ. ເກົາຫຼີ ຢ້ຽມຢາມ ສສ. ຫວຽດນາມ ລວມມີ: ທ່ານ Kim Il-sung ນາຍົກລັດຖະມົນຕີ (ຄັ້ງທຳອິດແຕ່ວັນທີ 28 ພະຈິກ ຫາວັນທີ 2 ທັນວາ 1958 ແລະຄັ້ງທີ 2 ໃນເດືອນພະຈິກ 1964; ທ່ານ Kim Yong Nam ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ (ເດືອນມັງກອນ 1992), ທ່ານ Kim Yong Nam ປະທານສະພາປະຊາຊົນສູງສຸດ ສປປ. ເກົາຫຼີ (ເດືອນກໍລະກົດ 2001 ແລະເດືອນສິງຫາ 2012), ທ່ານ Kim Yong Il ນາຍົກລັດຖະມົນຕີ (ເດືອນ ຕຸລາ 2007)... ໃນການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 29 ພະຈິກ ຫາວັນທີ 2 ທັນວາ 2018, ທ່ານ Ri Yong Ho ລັດຖະມົນຕີກະຊວງການຕ່າງປະເທດ ສປປ. ເກົາຫຼີ ເນັ້ນໜັກວ່າ ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດຖະບານ ສປປ. ເກົາຫຼີ ແມ່ນຖືເປັນສຳຄັນ ແລະປາດຖະໜາຢາກສືບຕໍ່ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ; ເຫັນດີເປັນເອກະພາບສົມທົບກັນພິຈາລະນາບັນດາມາດຕະການເໝາະສົມເພື່ອປັບປຸງ ແລະພັດທະນາການພົວພັນ ສປປ. ເກົາ ຫຼີ - ຫວຽດນາມໃຫ້ສອດຄ່ອງກັບສະພາບການໃໝ່.

ໃນຊຸມປີຜ່ານມາ, ສອງປະເທດໄດ້ແລກປ່ຽນນະໂຍບາຍໝູນວຽນຂັ້ນຮອງລັດຖະມົນຕີການຕ່າງປະເທດຫວຽດນາມ - ສປປ. ເກົາຫຼີ; ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ ແລະວິທະຍາສາດເຕັກນິກຫວຽດນາມ - ສປປ. ເກົາຫຼີ. ຄຽງຄູ່ກັນນັ້ນ, ມີສັນຍາສຳຄັນຫຼາຍສະບັບໄດ້ຮັບການລົງນາມ ຄື: ສັນຍາການຮ່ວມມືດ້ານວັດທະນະທຳ, ສັນຍາການຮ່ວມມືວິທະຍາສາດເຕັກນິກ, ສົນທິສັນຍາມິດຕະພາບ ແລະການຮ່ວມມື, ສັນຍາການຄ້າ ແລະການເດີນທະເລ, ສັນຍາການຮ່ວມມືຂົນສົ່ງທາງທະເລ, ສັນຍາການຄ້າ, ສັນຍາຊ່ວຍເຫຼືອດ້ານຍຸດຕິທຳ, ສັນຍາສົ່ງເສີມ ແລະອາລັກຂາການລົງທຶນ...

ກ່ຽວກັບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ວົງເງິນການຄ້າສອງສົ້ນປີ 2014 ບັນລຸ 8 ລ້ານໂດລາສະຫະລັດ; ປີ 2015 ບັນລຸ 11,6 ລ້ານໂດລາສະຫະລັດ. ປີ 2016 ຫວຽດນາມ ສົ່ງອອກໄປຍັງ ສປປ. ເກົາຫຼີ 2,99 ລ້ານໂດລາສະຫະລັດ; ປີ 2017 ສົ່ງອອກ ສປປ. ເກົາຫຼີ 7,322 ລ້ານໂດລາສະຫະລັດ, ເປັນຕົ້ນແມ່ນສະບຽງອາຫານ, ເຂົ້າໜົມ.

ຫວຽດນາມ ກໍ່ໄດ້ຊ່ວຍເຫຼືອໃຫ້ ສປປ. ເກົາຫຼີ ເຂົ້າສານ 100 ໂຕນ (ປີ 1995), 13.000 ໂຕນ (ປີ 1997). ໄລຍະ 2000-2012, ຫວຽດນາມ ໜູນຊ່ວຍເຂົ້າສານ 22.700 ໂຕນ, ຢາງພະລາ 5 ໂຕນ, ຊ່ວຍເຫຼືອເງິນ 50.000 ໂດລາສະຫະລັດ ແລະ 70.000 ໂດລາສະຫະລັດ (ປີ 2016).

ກ່ຽວກັບການຮ່ວມມືດ້ານວັດທະນະທຳ, ການສຶກສາ, ໃນຊຸມປີ 60 ແລະ 70 ຂອງສັດຕະວັດກ່ອນ, ສປປ. ເກົາຫຼີ ໄດ້ຊ່ວຍເຫຼືອໃຫ້ຫວຽດນາມ ໃນການກໍ່ສ້າງນັກສຶກສາຫຼາຍຮ້ອຍຄົນ. ປະຈຸບັນຄະນະກຳມະການການສຶກສາ ສປປ. ເກົາຫຼີ ແລະກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ຊຸກຍູ້ການລົງນາມໃນຂໍ້ຕົກລົງຮ່ວມມືໃນຂົງເຂດການສຶກສາ. ນອກຈາກນັ້ນ, ແຕ່ປີ 2013, ສອງປີເທື່ອໜຶ່ງ, ຫວຽດນາມຈັດສົ່ງຄະນະສິລະປະໄປ ສປປ. ເກົາຫຼີ ເຂົ້າຮ່ວມງານມະໂຫລານສິລະປະລະດູບານໃໝ່ເດືອນ ເມສາ ທີ່ຈັດຕັ້ງຢູ່ນະຄອນຫຼວງພຽງຢາງ.

ການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງທ່ານ Kim Jong Un ປະທານ ສປປ. ເກົາຫຼີ ໄດ້ດຳເນີນໃນສະພາວະທີ່ສອງປະເທດກະກຽມສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2020. ປະຊາຊົນຫວຽດນາມ ເຊື່ອໝັ້ນວ່າ, ການຢ້ຽມຢາມຄັ້ງນີີ້ຈະແມ່ນຂີດໝາຍປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງພັກ, ສອງລັດຫວຽດນາມ - ສປປ. ເກົາຫຼີ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງພັກ, ສອງລັດໃນທຸກໆຂົງເຂດເໝາະສົມກັບຜົນປະໂຫຍດ, ຂໍ້ກຳນົດຂອງກົດໝາຍ ແລະຄຳໝັ້ນສັນຍາສາກົນຂອງແຕ່ລະປະເທດ, ມີຜົນປະໂຫຍດໃຫ້ການຮັກສາສັນຕິພາບ, ການພັດທະນາຂອງພາກພື້ນ.

ໂດຍ: ແສງເດືອນ