ຄວາມສາມັກຄີລະຫວ່າງທະຫານ ແລະປະຊາຊົນແມ່ນກົກເຄົ້າກຳລັງແຮງຂອງທະຫານລຸງໂຮ່. ປະຊາຊົນບໍ່ພຽງແຕ່ແມ່ນແຫຼ່ງສະໜອງຜູ້ມີຄວາມເກັ່ງກ້າສາມາດ, ສະໜອງວັດຖຸ ແລະກຳລັງໃຫ້ແກ່ກອງທັບເທົ່ານັ້ນ, ຫາກຍັງລ້ຽງດູ, ຊ່ວຍເຫຼຶອ ພະນັັກງານ, ນັກຮົບທະຫານລຸງໂຮ່ອີກດ້ວຍ. ໃນຊຸມເດືອນປີສູ້ຮົບທີ່ເຕັມໄປດ້ວຍຄວາມລຳບາກກາກກຳ, ການເສຍສະຫຼະຊີວິດ, ປະຊາຊົນໃນທົ່ວປະເທດໄດ້ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຂາດເຂີນ... ຊ່ວຍເຫຼືອທະຫານ. ໃນເງື່ອນໄຂສັນຕິພາບສ້າງສາປະເທດຊາດ, ປະຊາຊົນຍາມໃດກໍ່ຊ່ວຍເຫຼືອທະຫານໃນການຝຶກຊ້ອມ, ກຽມພ້ອມສູ້ຮົບ, ປະຕິບັດສຳເລັດໜ້າທີ່... ຍ້ອນເຫດນັ້ນ, ກຳລັງແຮງຂອງກອງທັບຈຶ່ງໄດ້ຮັບການປັບປຸງ ແລະເພີ່ມທະວີຢ່າງບໍ່ຢຸດຢັ້ງ.

leftcenterrightdel
ພາບປະກອບຄັດຈາກ: qdnd.vn.

74 ປີ ຜ່ານມາ, ບັນດາພະນັກງານ, ນັກຮົບທະຫານລຸງໂຮ່ ຮຸ່ນຕ່າງໆຍາມໃດກໍ່ປະຕິບັດຄວາມຜູກພັນລະຫວ່າງທະຫານ ກັບປະຊາຊົນເປັນຢ່າງດີ; ກຳນົດເລື່ອງປົກປັກຮັກສາ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ ຄືຄຳສັ່ງຂອງຫົວໃຈ. ບັນດາການເຄື່ອນໄຫວໃນວຽກງານຂົນຂວາຍຂອງບັນດາກົມກອງໃນກອງທັບໄດ້ສະແດງໃຫ້ເຫັນຄວາມຈິງໃຈ, ມີຊີວິດຊີວາຂອງນ້ຳໃຈທະຫານ ແລະປະຊາຊົນຄືປາກັບນ້ຳ.

ໃນຊຸມປີມໍ່ໆມານີ້, ໄພແຫ້ງແລ້ງ, ນ້ຳຖ້ວມ, ພາຍຸ, ດິນເຊາະເຈື່ອນກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດ, ຊັບສິນຂອງປະຊາຊົນ. ຈິດໃຈກຽມພ້ອມເສຍສະຫຼະຊີວິດເພື່ອຮັບໃຊ້ປະຊາຊົນໂດຍບໍ່ມີເງື່ອນໄຂຂອງທະຫານຫວຽດນາມ; ຖືການຕ້ານໄພແຫ້ງແລ້ງກໍ່ຄືໄພອຶດຫິວ, ຕ້ານໄພນ້ຳຖ້ວມກໍ່ຄືຕ້ານສັດຕູ, ທັງໝົດສິ່ງເຫຼົ່ານັ້ນແມ່ນເພື່ອຊີວິດຂອງປະຊາຊົນ, ໂດຍໄດ້ຮັບຄວາມຍ້ອງຍໍສັນລະເສີນ, ຄວາມຮູ້ບຸນຄຸນຈາກປະຊາຊົນ.

ເກືອບ 30 ປີ ຜ່ານມາ, ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໄດ້ມີບັນດາການເຄື່ອນໄຫວທີ່ມີູຄວາມອຸດົມສົມບູນ, ມີຫົວຄິດປະດິດສ້າງ ເພື່ອວັນບຸນທົ່ວປວງຊົນປ້ອງກັນຊາດໃຫ້ນັບມື້ນັບມີຄວາມໝາຍຂຶ້ນຕື່ມ, ຄື: ງານໂຮມຊຸມນຸມມິດຕິ່ງ, ກອງປະຊຸມສຳມະນາ, ກອງປະຊຸມສາມັກຄີທະຫານ-ປະຊາຊົນ, ການສຶກສາມູນເຊື້ອ, ຈັດຕັ້ງການພົບປະສັງສັນ, ຢ້ຽມຢາມຖາມຂ່າວລະດົມກຳລັງໃຈນັກຮົບເກົ່າ, ຊາວໜຸ່ມຕະລຸມບອນ. ຄອບຄົວຜູ້ທີ່ມີຄຸນງາມຄວາມດີ; ຢ້ຽມຢາມບັນດາກົມກອງຂອງກອງທັບ; ສະແດງສິລະປະ, ແຂ່ງຂັນກິລາ... ຜ່ານນັ້ນ, ສະຕິລະວັງຕົວຂອງປະຊາຊົນທຸກຊັ້ນວັນນະຕໍ່ທຸກກົນອຸບາຍ, ເລ່ລ່ຽມຂອງບັນດາກຳລັງອິດທິປໍລະປັກມ້າງເພທຳລາຍປະຕິວັດຂອງຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ; ກຽມພ້ອມສູ້ຮົບ ເພື່ອປົກປັກຮັກສາປະເທດຊາດ.

ຍິ່ງກວ່າເວລາໃດໝົດ, ວັນບຸນທົ່ວປວງຊົນປ້ອງກັນຊາດຕ້ອງປະກອບສ່ວນເຂົ້າໃນການກໍ່ສ້າງບັ້ນຮົບໃນຈິດໃຈປະຊາຊົນ ໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງຢ່າງແທ້ຈິງ, ນຳຄວາມຜູກພັນລະຫວ່າງທະຫານ ແລະປະຊາຊົນ ກາຍເປັນສັນຍາລັກອັນສູງສົ່ງ. ບົນຈິດໃຈດັ່ງກ່າວ, ພະນັກງານ, ນັກຮົບທະຫານລຸງໂຮ່ຄວນຍູ້ແຮງວຽກງານການສຶກສາ, ໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ ແລະປົກປັກຮັກສາປະເທດຊາດ. ປັບປຸງ ແລະເພີ່ມທະວີສາຍພົວພັນສະໜິດຕິດພັນເລືອດເນື້ອລະຫວ່າງທະຫານກັບປະຊາຊົນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນທຸກຊັ້ນວັນນະມີສະຕິຢ່າງເລິກເຊິ່ງກ່ຽວກັບໜ້າທີ່ເບິ່ງແຍງດູແລກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ; ເຮັດໃຫ້ພະນັກງານ, ນັກຮົບໃນກອງທັບທຸກຄົນມີຄວາມຮັບຮູ້ກ່ຽວກັບພັນທະ, ໜ້າທີ່, ອາລົມຈິດຕໍ່ກັບປະຊາຊົນ, ເພື່ອຈາກນັ້ນຍົກສູງຄຸນທາດດ້ານການເມືອງ, ຝຶກຝົນຫຼໍ່ຫຼອມຄຸນນະທາດກຳລັງຄວາມສາມາດ, ວິທີການ, ເສີມຂະຫຍາຍຄຸນນະທາດ, ມູນເຊື້ອອັນດີງາມຂອງທະຫານລຸງໂຮ່, ກຽມພ້ອມຜ່ານຜ່າທຸກຄວາມຫຍຸ້ງຍາກ, ລຳບາກກາກກຳ, ສູ້ຮົບ, ເສຍສະຫຼະຊີວິດເພື່ອຄວາມຜາສຸກຂອງປະຊາຊົນ.

ໂດຍ: ສົມເພັດ