ກ່ອນໜ້ານີ້ 43 ປີ, ວັນທີ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດລາວ ໄດ້ອອກມະຕິປະຫວັດສາດສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ນີ້ແມ່ນໄຊຊະນະດັງກ້ອງກັງວານເຊິ່ງປະຊາຊົນລາວບັນດາເຜົ່າອ້າຍນ້ອງຍາດໄດ້ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ປົດປ່ອຍປະເທດລາວ ອອກຈາກແອກປົກຄອງຂອງລັດທິຈັກກະພັດ, ລ່າເມືອງຂຶ້ນ, ນຳມາເຊິ່ງເອກະລາດ, ອິດສະຫຼະພາບໃຫ້ປະຊາຊົນ, ນຳປະເທດລາວ ກ້າວຂຶ້ນສັງກາດພັດທະນາໃໝ່, ສັງກາດຂອງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະວັດທະນາຖາວອນ.

leftcenterrightdel
ພາບປະກອບຄັດຈາກ: qdnd.vn.

ໃນຕະຫຼອດ 43 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວບັນດາເຜົ່າອ້າຍນ້ອງບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ມີຄວາມໝາຍປະຫວັດສາດ, ສ້າງໂສມໜ້າໃໝ່ໃຫ້ແກ່ປະເທດຊາດ. ເອກະລາດຊົນຊາດ, ອຳນາດອະທິປະໄຕແຫ່ງຊາດ ແລະຜືນແຜ່ນດິນອັນຄົບຖ້ວນໄດ້ຮັບການຮັກສາ; ການເມືອງ, ສັງຄົມມີຄວາມໝັ້ນຄົງ; ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໄດ້ຮັບການຮັບປະກັນ; ບົດບາດ ແລະທີ່ຕັ້ງສາກົນຂອງປະເທດລາວ ນັບມື້ນັບໄດ້ຍົກສູງຂຶ້ນ. ເສດຖະກິດຮັກສາໄດ້ທ່າເຕີບໂຕ; ຊີວິດການເປັນຢູ່ດ້ານວັດຖຸ, ຈິດໃຈຂອງປະຊາຊົນໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ; ປະຊາຊົນລາວບັນດາເຜົ່າມີຄວາມສາມັກຄີ, ເຊື່ອໝັ້ນຕໍ່ອະນາຄົດອັນສົດໃສຂອງປະເທດຊາດ.

ເຊິ່ງແມ່ນສອງປະເທດບ້ານໃກ້ເຮືອນຄຽງໃກ້ຊິດສະໜິດຕິດພັນ, ມີພູຜາປ່າດົງ, ຫ້ວຍນ້ຳລຳເຊຫລາຍສາຍໄຫຼຜ່ານໄປມາລະຫວ່າງສອງປະເທດ, ຮ່ວມກັນດື່ມນ້ຳໃນລຳແມ່ນ້ຳຂອງ, ພ້ອມກັນອີງຫຼັງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ປະຊາຊົນສອງປະເທດຫວຽດນາມ - ລາວ ມີສາຍພົວພັນທີ່ເປັນມູນເຊື້ອ, ສັດຊື່ບໍລິສຸດ.

ຂະບວນການປະຕິວັດຂອງສອງປະເທດຫວຽດນາມ - ລາວ ໄດ້ຕິດພັນກັນຢ່າງແໜ້ນແຟ້ນພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ. ສາຍພົວພັນພິເສດນັ້ນໄດ້ສ້າງເປັນກຳລັງແຮງດ້ານຈິດໃຈ ແລະວັດຖຸ. ປະຊາຊົນສອງປະເທດຍາມໃດກໍ່ສາມັກຄີ, ຮ່ວມທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍນຳກັນ. ພະນັກງານ, ນັກຮົບຫວຽດນາມລຸ້ນຕ່າງໆ ໄດ້ຜ່ານຜ່າຄວາມທຸກຍາກລຳບາກຫຼາຍຢ່າງ, ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບ ແລະປະຊາຊົນລາວອ້າຍນ້ອງປະກອບສ່ວນຍາດໄດ້ໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຈັກກະພັດອາເມລິກາ. “ເຂົ້າເມັດຫັກ, ຜັກໃບໜຶ່ງກໍ່ແບ່ງປັນກັນ” ນັ້ນແມ່ນມູນເຊື້ອ, ມໍລະດົກອັນລ້ຳຄ່າ ແລະແມ່ນແບບຢ່າງບໍລິສຸດຜຸດຜ່ອງຂອງນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບແບບພິເສດລະຫວ່າງສອງປະເທດ.

ພວກເຮົາມີຄວາມເອກອ້າງທະນົງໃຈກ່ຽວກັບວິວັດການກຳເນີດ ແລະເຕີບໃຫຍ່ຂອງສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ທີ່ຫາຍາກນັ້ນ. ນັ້ນແມ່ນສາຍພົວພັນສາມັກຄີ, ຊ່ວຍເຫຼືອກັນຕ້ານສັດຕູໂຕດຽວກັນ, ສ້າງການພົວພັນ ສະເໝີພາບ, ເປັນເຈົ້າຕົນເອງ, ມິດຕະພາບ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດ. ນັ້ນກໍ່ແມ່ນສາຍພົວພັນຮ່ວມມືຮອບດ້ານ, ຍືນຍົງໃນພາລະກິດຕໍ່ສູ້ຍາດເອົາເອກະລາດຊົນຊາດໃນເມື່ອກ່ອນ ແລະພາລະກິດປ່ຽນແປງໃໝ່, ສ້າງສາປະເທດກ້າວຂຶ້ນສັງຄົມນິຍົມໃນປະຈຸບັນ.

ປະຈຸບັນ, ໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໂດຍປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ກໍ່ຕ້ັງເຊິ່ງບັນດາການນຳ, ປະຊາຊົນຮຸ່ນຕ່າງໆຂອງສອງປະເທດໄດ້ ເພີ່ມພູນຄູນສ້າງ, ສືບຕໍ່ໃຫ້ແຕກດອກອອກຜົນໃນທຸກດ້ານ, ຄື: ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ...

ໃນສະພາວະສະພາບການໂລກ ແລະພາກພື້ນກຳລັງພັດທະນາຢ່າງວ່ອງໄວ, ໄດ້ສ້າງກາລະໂອກາດຫຼາຍຢ່າງ, ແຕ່ກໍ່ມີສິ່ງທ້າທາຍສຳລັບທັງສອງປະເທດ, ຍິ່ງກວ່າເວລາໃດໝົດ, ປະຊາຊົນສອງປະເທດຍາມໃດກໍ່ຕ້ອງຈົດຈຳໄວ້ວ່າ, ສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ ແມ່ນຊັບສົມບັດອັນລ້ຳຄ່າຂອງສອງພັກ, ສອງຊາດພວກເຮົາ.

ໂດຍ: ວຽງຄຳ