ສອງປະເທດຫວຽດນາມ ແລະອິນເດຍ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ. ປີ 1954, ອິນເດຍ ສ້າງຕັ້ງສະຖານກົງສູນໃຫຍ່ປະຈໍາຮ່າໂນ້ຍ. ປີ 1956, ຫວຽດນາມ ສ້າງຕັ້ງສະຖານກົງສູນໃຫຍ່ປະຈໍາ New Delhi. ວັນທີ 7 ມັງກອນ 1972, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຂັ້ນເອກອັກຄະລັດຖະທູດ. ອິນເດຍຕັ້ງໜ້າສະໜັບສະໜູນຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ແລະທ້ອນໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດປ່ຽນແປງໃໝ່ ແລະພັດທະນາເສດຖະກິດໃນປະຈຸບັນ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Ram Nath Kovind ປະທານາທິບໍດີອິນເດຍ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະໄດ້ຍົກຂຶ້ນລະດັບສູງໃໝ່ເມື່ອສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2007. ພິເສດ, ໃນເດືອນກັນຍາ 2016, ສອງປະເທດໄດ້ມີບາດກ້າວເດີນທີ່ມີລັກສະນະປະຫວັດສາດເມື່ອສອງປະເທດຍົກລະດັບສາຍພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຂອງທ່ານ Ram Nath Kovind ປະທານາທິບໍດີອິນເດຍ ແລະພັນລະຍາໄດ້ດໍາເນີນໃນສະພາບທີ່ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ ສືບຕໍ່ໄດ້ຮັບການພັດທະນາຢ່າງດີງາມ. ຄຽງຂ້າງນັ້ນ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດກໍ່ນັບມື້ນັບໄດ້ຮັດແໜ້ນຜ່ານການຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ ແລະທຸກຂັ້ນເປັນປະຈໍາ.

ການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດກໍ່ໄດ້ຮັບການພັດທະນາຢ່າງວ່ອງໄວ ແລະມີຄວາມສາມາດບົ່ມຊ້ອນຊຸກຍູ້ຫຼາຍຢ່າງ. ປັດຈຸບັນອິນເດຍ ແມ່ນ 1 ໃນ 10 ຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງຫວຽດນາມ. ວົງເງິນການຄ້າສອງຝ່າຍເຕີບໂຕສະເລ່ຍແມ່ນ 16%/ປີ ໃນໄລຍະ 2008 - 2013. ໄລ່ຮອດທ້າຍເດືອນກັນຍາ 2018, ວົງເງິນການຄ້າສອງສົ້ນບັນລຸໄດ້ປະມານ 8,3 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 4,1% ເມື່ອທຽບໃສ່ໄລຍະດຽວກັນ). ບັນດາການນໍາສອງປະເທດໄດ້ວາງຄາດໝາຍນໍາວົງເງິນການຄ້າສອງສົ້ນໃຫ້ບັນລຸໄດ້ 15 ຕື້ໂດລາສະຫະລັດໃນປີ 2020.

ກ່ຽວກັບການລົງທຶນ, ໄລ່ຮອດທ້າຍເດືອນພຶດສະພາ 2018, ລວມຍອດເງິນຈົດທະບຽນລົງທຶນຂອງອິນເດຍ ເຂົ້າຫວຽດນາມ ບັນລຸ 816 ລ້ານໂດລາສະຫະລັດ, ດ້ວຍ 182 ໂຄງການ, ຢືນອັນດັບທີ 28/126 ປະເທດ/ເຂດແຄວ້ນທີ່ລົງທຶນເຂົ້າຫວຽດນາມ. ຫວຽດນາມ ມີ 7 ໂຄງການລົງທຶນຢູ່ອິນເດຍ ດ້ວຍລວມຍອດເງິນຈົດທະບຽນເກືອບ 6,15 ລ້ານໂດລາສະຫະລັດ. ປະຈຸບັນ, ຫວຽດນາມ ແລະອິນເດຍ ລ້ວນແຕ່ແມ່ນສະມາຊິກຂອງສັນຍາລົງທຶນອາຊຽນ - ອິນເດຍ ໃນຂອບເຂດສັນຍາການຄ້າເສລີອາຊຽນ - ອິນເດຍ.

ກ່ຽວກັບການຮ່ວມມືພັດທະນາ, ບໍາລຸງສ້າງ, ອິນເດຍ ສືບຕໍ່ສະໜອງໃຫ້ຫວຽດນາມ ບັນດາການຊ່ວຍເຫຼືອລ້າເພື່ອພັດທະນາ, ODA ແລະບັນດາບ້ວງສິນເຊື່ອບຸລິມະສິດໃນຫຼາຍຂົງເຂດ ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ, ເສດຖະກິດ, ກົດໝາຍ, ພາສາອັງກິດ... ໂດຍຜ່ານບັນດາທຶນສຶກສາທັງໄລຍະສັ້ນ ແລະໄລຍະຍາວ. ການຮ່ວມມືດ້ານວັດທະນະທໍາ, ການທ່ອງທ່ຽວ ແລະການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດນັບມື້ນັບໄດ້ສະໜິດຕິດພັນ. ການພົວພັນຮ່ວມມືໃນບັນດາຂົງເຂດຕ່າງໆ ຄື: ກະສິກໍາ, ພະລັງງານ, ວິທະຍາສາດ - ເຕັກໂນໂລຢີລ້ວນແຕ່ມີບາດກ້າວພັດທະນາທີ່ດີ.

leftcenterrightdel
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Ram Nath Kovind ປະທານາທິບໍດີອິນເດຍ ເປັນສັກຂີພິຍານພິທີເຊັນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລະກະຊວງສື່ສານອິນເດຍ. ພາບ: ສຳນັກຂ່າວສານຫວຽດນາມ.

ພິເສດ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດສືບຕໍ່ໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ກາຍເປັນເສົາຄໍ້າສໍາຄັນ ແລະຍຸດທະສາດ; ໄດ້ເປີດກວ້າງທັງເຫຼົ່າທັບ - ເຫຼົ່າຮົບ: ທະຫານເຮືອ, ທະຫານບົກ, ທະຫານອາກາດ ແລະສຸມໃສ່ເຂົ້າໃນ 3 ຂົງເຂດ: ບໍາລຸງສ້າງ, ອຸດສາຫະກໍາປ້ອງກັນຊາດ ແລະກໍາປັ່ນຢ້ຽມຢາມໄມຕີຈິດມິດຕະພາບ...

ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນສະຫະປະຊາຊາດ. ຫວຽດນາມສະໜັບສະໜູນອິນເດຍ ປະຕິບັດນະໂຍບາຍ “ການກະທໍາມຸ່ງໄປເຖິງທິດຕາເວັນອອກ”, ບັນດາຂໍ້ລິເລີ່ມເຊື່ອມຕໍ່ພາກພື້ນ, ໜູນຊ່ວຍພັດທະນາອະນຸພາກພື້ນກໍາປູເຈຍ - ລາວ - ມຽນມາ - ຫວຽດນາມ, ແມ່ນ້ຳຄົງຄາ - ແມ່ນ້ຳຂອງ (MGC). ອິນເດຍ ສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນໂຄງປະກອບພາກພື້ນ, ຊຸກຍູ້ນະໂຍບາຍ “ການກະທໍາມຸ່ງໄປເຖິງທິດຕາເວັນອອກ” ຢ່າງແຮງ ແລະຖືຫວຽດນາມ ແມ່ນເສົາຄໍ້າສໍາຄັນຂອງນະໂຍບາຍນີ້.

ດ້ວຍບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນການພົວພັນສອງຝ່າຍໃນໄລຍະຜ່ານມາ, ພວກເຮົາເຊື່ອໝັ້ນວ່າການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ຄັ້ງນີ້ຂອງທ່ານ Ram Nath Kovind ປະທານາທິບໍດີອິນເດຍ ແລະພັນລະຍາຈະປະສົບຜົນສໍາເລັດອັນດີງາມ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນໍາຂັ້ນສູງສອງປະເທດ, ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ ເລິກເຊິ່ງກວ່າອີກ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາຢູ່ພາກພື້ນອາຊີ - ປາຊີຟິກ ກໍ່ຄືໃນໂລກ.

ໂດຍ: ທະນາພອນ