ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ, ຄື: ກອງປະຊຸມສຸດຍອດ ASEAN+3, ກອງປະຊຸມສຸດຍອດ  ASEAN+1, ກອງປະຊຸມສຸດຍອດອາຊີຕາເວັນອອກ (EAS)… ໄດ້ດໍາເນີນໃນສະພາບການອາຊຽນ ໄດ້ກ້າວເຂົ້າສູ່ອາຍຸ 51 ປີ ແລະ 3 ປີແຫ່ງການສ້າງຕັ້ງປະຊາຄົມອາຊຽນ ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນການປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະບັນດາແຜນການສັງລວມໃນ 3 ເສົາຄໍ້າປະຊາຄົມກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິິດ, ວັດທະນະທໍາ - ສັງຄົມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່ຽວກັບດ້ານການເມືອງ - ຄວາມໝັ້ນຄົງ, ອາຊຽນສືບຕໍ່ບັນດາຄວາມ ມານະພະຍາຍາມປັບປຸງ, ແບ່ງປັນບັນດາບັນທັດຖານກ່ຽວກັບການປະພຶດຢູ່ພາກພື້ນຜ່ານສັນຍາສະໜິດສະໜົມ ແລະຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC), ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ມຸ່ງໄປເຖິງການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)...; ຍົກສູງຄວາມສາມັກຄີ, ເສີມຂະຫຍາຍບັນດາເຄື່ອງມື ແລະກົນໄກຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ, ສະແດງທັດສະນະລວມ, ຫຼັກໝັ້ນລວມສໍາລັບບັນດາສິ່ງທ້າທາຍສາກົນ ແລະພາກພື້ນຜ່ານບັນດາກົນໄກຮ່ວມມືຢູ່ພາກພື້ນທີ່ມີຢູ່ແລ້ວ, ປະກອບສ່ວນຊຸກຍູ້ການຮ່ວມມື, ການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະກອບສ່ວນໃຫ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຢູ່ພາກພື້ນ.

ກ່ຽວກັບດ້ານເສດຖະກິດ, ອາຊຽນສືບຕໍ່ຍູ້ແຮງບັນດາມາດຕະການຮ່ວມມືມຸ່ງໄປເຖິງຫັນການຄ້າເປັນເສລີ. ພ້ອມກັນນັ້ນ, ອາຊຽນສືບຕໍ່ເຊື່ອມຕໍ່ກັບບັນດາພື້ນຖານເສດຖະກິດຄູ່ຮ່ວມມືຜ່ານການດັດປັບ ແລະຍົກລະດັບບັນດາສັນຍາການຄ້າເສລີ (FTA) ທີ່ມີຢູ່ແລ້ວ, ເຊັນ ແລະເຈລະຈາບັນດາ FTA ໃໝ່.

ກ່ຽວກັບດ້ານວັດທະນະທໍາ - ສັງຄົມ, ອາຊຽນເອົາໃຈໃສ່ຊຸກຍູ້ບັນດາຂົງເຂດຮ່ວມມືຢ່າງແທດຈິງມຸ່ງໄປເຖິງຊີວິດການເປັນຢູ່ຂອງປະຊາຊົນ, ຄື: ຮັບມືກັບໄພທໍາມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ສະຫວັດດີການສັງຄົມ... ພ້ອມທັງມານະພະຍາຍາມຍູ້ແຮງການໂຄສະນາເຜີຍແຜ່ກ່ຽວກັບປະຊາຄົມອາຊຽນເຖິງປະຊາຊົນ, ວິສາຫະກິດ ແລະຄູ່ຮ່ວມມືຝ່າຍນອກ.

ພ້ອມກັນນັ້ນ, ບັນດາຄູ່ຮ່ວມມືຕ່າງໆນັບມື້ນັບຖືເປັນສໍາຄັນ ແລະເປັນເຈົ້າການຊຸກຍູ້ການຮ່ວມມືຫຼາຍດ້ານກັບອາຊຽນຜ່ານຫຼາຍໂຄງການ, ຂໍ້ລິເລີ່ມ ແລະມາດຕະການລະອຽດ; ໃຫ້ຄໍາໝັ້ນສັນຍາສືບຕໍ່ໜູນຊ່ວຍອາຊຽນກໍ່ສ້າງປະຊາຄົມ, ສະໜັບສະໜູນບົດບາດເປັນໃຈກາງຂອງກຸ່ມກ້ອນຢູ່ພາກພື້ນ.

ທີ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊຽນ ປີ 2018 (WEF ASEAN 2018) ຢູ່ຫວຽດນາມ ໃນເດືອນກັນຍາ 2018 ແລະການພົບປະລະຫວ່າງບັນດາການນໍາອາຊຽນ (ALG) ເນື່ອງໃນໂອກາດກອງປະຊຸມປະຈໍາປີກອງທຶນເງິນຕາສາກົນ (IMF) - ທະນາຄານໂລກ (WB) ຢູ່ອິນໂດເນເຊຍໃນເດືອນຕຸລາ 2018, ການນໍາບັນດາປະເທດອາຊຽນໄດ້ເຫັນດີເປັນເອກະພາບບັນດາເນື້ອໃນ ແລະທິດທາງຮ່ວມມືເພື່ອແນໃສ່ຍົກສູງກໍາລັງຄວາມສາມາດໃນການປັບຕົວຂອງອາຊຽນຕໍ່ບັນດາການຫັນປ່ຽນຢ່າງເລິກເຊິ່ງກວ້າງຂວາງຂອງເສດຖະກິດໂລກ, ກຳແໜ້ນກາລະໂອກາດຂອງການປະຕິວັດອຸດສາຫະກໍາ 4.0.

ດ້ວຍສະພາບການຄືດັ່ງກ່າວ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຄັ້ງນີ້ແມ່ນໂອກາດເພື່ອໃຫ້ບັນດາການນໍາອາຊຽນສືບຕໍ່ປຶກສາຫາລື, ຍູ້ແຮງການຮ່ວມມື ແລະຮ່ວມສໍາພັນຕາມຈິດໃຈຂອງຫົວຂໍ້ອາຊຽນ 2018 ແມ່ນ “ເພື່ອອາຊຽນທີ່ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ”, ກໍານົດທິດຮ່ວມມືໃຫ້ອາຊຽນໃນຊຸມປີຕໍ່ໆໄປ. ບັນດາການນໍາກໍ່ຈະປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງຝ່າຍຕ່າງໆ, ໃນນັ້ນມີການເພີ່ມເຕີມການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ພັດທະນາພື້ນຖານໂຄງລ່າງ, ເພີ່ມທະວີການເຊື່ອມຕໍ່; ຮ່ວມມືຮັບມືກັບບັນດາການຜັນປ່ຽນຂອງເສດຖະກິດໂລກ, ປັບຕົວເຂົ້າກັບການປະຕິວັດອຸດສາຫະກໍາ 4.0...

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ສະແດງໃຫ້ເຫັນການສະໜັບສະໜູນຂອງຫວຽດນາມ ສໍາລັບສິງກະໂປ ໃນບົດບາດເປັນປະທານອາຊຽນປີ 2018, ກໍ່ຄືການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາເນື້ອໃນຮ່ວມມືຢູ່ພາກພື້ນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມ ຊຸກຍູ້ ແລະຫັນບັນດາຂໍ້ສະເໜີ, ຂໍ້ລິເລີ່ມຂອງຫວຽດນາມໃຫ້ປະກົດຜົນເປັນຈິງຢູ່ກອງປະຊຸມ WEF ASEAN 2018 ແລະ ALG ທີ່ຜ່ານມາ, ພ້ອມທັງຍາດແຍ່ງການສະໜັບສະໜູນຂອງບັນດາປະເທດອາຊຽນ ແລະຄູ່ຮ່ວມມືຕ່າງໆ ເພື່ອກໍານົດທິດຫົວຂໍ້, ຜ່ານນັ້ນສ້າງປະຖົມປັດໄຈໃຫ້ແກ່ການຮັບດໍາລົງຕໍາແໜ່ງເປັນປະທານອາຊຽນໃນປີ 2020 ປະສົບຜົນສໍາເລັດ.

ພວກເຮົາເຊື່ອໝັ້ນວ່າ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ແລະບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຈະປະສົບຜົນສໍາເລັດຢ່າງຈົບງາມ, ປະກອບສ່ວນສົ່ງສານກ່ຽວກັບອາຊຽນທີ່ມີຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ, ເປີດກວ້າງ ແລະເຮັດໃຫ້ການພົວພັນຂອງອາຊຽນກັບບັນດາຄູ່ຮ່ວມມືຕ່າງໆເລິກເຊິ່ງກວ່າອີກ, ຊຸກຍູ້ຄວາມສາມັກຄີ, ເປັນເອກະພາບ ແລະຮັກສາບົດບາດເປັນໃຈກາງຂອງອາຊຽນໃນໂຄງສ້າງຢູ່ພາກພື້ນເປີດ, ກະຈ່າງແຈ້ງ ແລະອີງໃສ່ລະບຽບກົດໝາຍໄວ້ຢ່າງໝັ້ນຄົງ.

ໂດຍ: ຫງວຽນກຸກ