ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ Miguel Mario Diáz Canel Bermúdez ປະທານສະພາແຫ່ງລັດ ແລະສະພາລັດຖະມົນຕີ ສາທາລະນະລັດ ກູບາ ໄດ້ດຳເນີນໃນສະພາວະການພົວພັນສອງປະເທດພັດທະນາຢ່າງບໍ່ຢຸດຢ້ັງ, ນຳຜົນປະໂຫຍດຫຼາຍດ້ານມາໃຫ້ບັນດາຂົງເຂດຮ່ວມມື. ນີ້ແມ່ນເຫດການການເມືອງສຳຄັນໃນການພັດທະນາສາຍພົວພັນແບບພິເສດ ຫວຽດນາມ - ກູບາ ໂດຍປະທານ ໂຮ່ຈິມິນ ແລະຜູ້ນຳ Fidel Castro ສ້າງພື້ນຖານ ກໍ່ຄືຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງທີ່ບັນລຸໄດ້ໃນການຢ້ຽມຢາມກູບາ ຂອງທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເມື່ອເດືອນ ມິນາ 2018.

leftcenterrightdel
ທ່ານ ຫງວຽນຝູ໋ຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະທ່ານ Miguel Mario Diáz Canel Bermúdez ປະທານສະພາແຫ່ງລັດ ແລະສະພາລັດຖະມົນຕີແຫ່ງ ສາທາລະນະລັດ ກູບາ ກວດແຖວກຽດຕິຍົດກອງທັບປະຊາຊົນຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ຫວຽດນາມ ແລະກູບາ ສ້າງຕັ້ງການພົວພັນທາງການທູດໃນວັນທີ 2 ທັນວາ 1960. ກູບາ ແມ່ນປະເທດນຳໜ້າໃນຂະບວນການປະຊາຊົນໂລກສະໜັບສະໜູນການຕໍ່ສູ້ຍາດເອົາເອກະລາດ, ອິດສະຫຼະພາບ ແລະກໍ່ສ້າງປະເທດຫວຽດນາມ. ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດປະຕິວັດຂອງພັກ, ລັດ ແລະປະຊາຊົນກູບາ.

ໃນຊຸມປີມໍ່ໆມານີ້, ເຖິງວ່າສະຖານະການຂອງໂລກມີການປ່ຽນແປງຫຼາຍຢ່າງກໍ່ຕາມ, ແຕ່ການພົວພັນສາມັກຄີທີ່ເປັນມູນເຊື້ອ, ການສະໜັບສະໜູນ ແລະການຮ່ວມມືຮອບດ້ານຫວຽດນາມ - ກູບາ ໄດ້ຮັບຄວາມເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະພັດທະນາໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການກໍ່ສ້າງ, ການສຶກສາ...

ສອງຝ່າຍໄດ້ດຳເນີນການແລກປ່ຽນຫຼາຍຄະນະຜູ້ແທນຂັ້ນສູງໄປມາຢ້ຽມຢາມເຊິ່ງກັນ ແລະກັນ, ປະກອບສ່ວນສ້າງການພົວພັນດ້ານການເມືອງໃຫ້ນັບມື້ນັບສະໜິດຕິດພັນ, ພົ້ນເດັ່ນແມ່ນການຢ້ຽມຢາມກູບາຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ໃນເດືອນ ມິນາ 2018 ແລະການຢ້ຽມຢາມຫວຽດນາມຂອງທ່ານ Salvador Valdés Mesa, ຮອງປະທານຜູ້ທີ 1 ສະພາແຫ່ງລັດ ແລະສະພາລັດຖະມົນຕີ ສ. ກູບາ ໃນເດືອນ ກັນຍາ 2018. ໃນການຢ້ຽມຢາມກູບາຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ, ສອງຝ່າຍໄດ້ຢັ້ງຢືນຈະສືບຕໍ່ສືບທອດ ແລະເສີມຂະຫຍາຍມູນເຊື້ອອັນດີງາມ; ເອົາໃຈໃສ່ນຳການພົວພັນແບບພິເສດສອງປະເທດກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ໃນນັ້ນສຸມໃສ່ຍົກສູງລະດັບການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນຂຶ້ນໃຫ້ທຽບເທົ່າກັບການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດ. ໃນເດືອນ ກັນຍາ ຜ່ານມາ, ທ່ານ Salvador Valdés Mesa ຮອງປະທານຜູ້ທີ 1 ສະພາແຫ່ງລັດ ແລະສະພາລັດຖະມົນຕີ ສ. ກູບາ ໄດ້ຢ້ຽມຢາມຫວຽດນາມ ແລະເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນຜູ້ນຳ Fidel Castro ມາຢ້ຽມຢາມເຂດປົດປ່ອຍພາກໃຕ້ຫວຽດນາມ.

ຫວຽດນາມ ແລະກູບາ ຍັງຜັນຂະຫຍາຍບັນດາກົນໄກຄະນະກຳມະການຮ່ວມມືລະຫວ່າງລັດຖະບານ, ກອງປະຊຸມສຳມະນາທິດສະດີລະຫວ່າງສອງພັກ, ການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີປ້ອງກັນປະເທດ, ທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະຫົວໜ້າກົມນະໂຍບາຍພົວພັນຕ່າງປະເທດ.

ກ່ຽວກັບການແລກປ່ຽນດ້ານການຄ້າ, ປີ 2016 ແລະ 2017 ວົງເງິນການຄ້າສອງສົ້ນໄດ້ຮັກສາໃນລະດັບ 230 ລ້ານໂດລາສະຫະລັດ. ກ່ຽວກັບການຮ່ວມມືດ້ານກະສິກຳ, ບັນດາໂຄງການພັດທະນາດ້ານກະສິກຳໂດຍຫວຽດນາມ ຊ່ວຍເຫຼືອກູບາ ໄດ້ບັນລຸໝາກຜົນຢ່າງຕັ້ງໜ້າ. ປະຈຸບັນ, ສອງຝ່າຍສືບຕໍ່ຄົ້ນຄວ້າ ແລະຜັນຂະຫຍາຍບັນດາໂຄງການກະສິກຳ-ສິນໃນນ້ຳຕ່າງໆໃນໄລຍະຈະມາເຖິງ, ໃນນັ້ນລັດຖະບານຫວຽດນາມ ຫາກໍ່ໃຫ້ສັດຕະຍາບັນໂຄງການ “ຫວຽດນາມ-ກູບາ ຮ່ວມມືພັດທະນາການຜະລິດເຂົ້າສານ ໄລຍະ 2018-2022”. ນອກຈາກນັ້ນ, ສອງຝ່າຍຍັງຮ່ວມມືໃນຂົງເຂດນ້ຳມັນອາຍແກັສ, ໂທລະຄົມມະນາຄົມ, ການກໍ່ສ້າງພື້ນຖານໂຄງລ່າງ...

ໃນຂົງເຂດການພົວພັນຕ່າງປະເທດຫຼາຍຝ່າຍ, ຫວຽດນາມ ແລະກູບາ ຮັກສາການພົວພັນຮ່ວມມື ແລະສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາອົງການສາກົນ ກໍ່ຄືເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ. ຫວຽດນາມໃຫ້ຄຳໝ້ັນສັນຍາສະໜັບສະໜູນ ກູບາ ອອກຮັບສະໝັກເລືອກເຂົ້າສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2021-2023; ຮັກສາຫຼັກໝັ້ນສະໜັບສະໜູນເລື່ອງຍົກເລິກຄຳສັ່ງຂວ້ຳບາດດ້ານເສດຖະກິດຂອງອາເມລິກາ ສຳລັບກູບາ ຢ່າງສະເໝີຕົ້ນສະເໝີປາຍ.

ການຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການຂອງທ່ານ Salvador Valdés Mesa ຮອງປະທານຜູ້ທີ 1 ສະພາແຫ່ງລັດ ແລະສະພາລັດຖະມົນຕີ ສ.ກູບາ ແມ່ນກາລະໂອກາດເພື່ອໃຫ້ການນຳສອງປະເທດແບ່ງປັນບາງຜົນງານດ້ານເສດຖະກິດ ກໍ່ຄືບົດຮຽນໃນບັນດາຂົງເຂດ (ວຽກງານກໍ່ສ້າງພັກ, ການປະຕິຮູບລັດວິສາຫະກິດ...)

ພວກເຮົາເຊື່ອໝັ້ນຢ່າງແນ່ວແນວ່າ, ການຢ້ຽມຢາມຫວຽດນາມ ໃນຄັ້ງນີ້ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ ແລະຮັດແໜ້ນການພົວພັນມິດຕະພາບ, ຄວາມສາມັກຄີບໍລິສຸດຜຸດຜ່ອງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ການຮ່ວມມືຮອບດ້ານລະຫວ່າງພັກ, ລັດ, ລັດຖະບານ ແລະປະຊາຊົນສອງປະເທດກວ່າອີກ.

ໂດຍ: ແສງເດືອນ