ດ້ວຍຫົວຂໍ້ “ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະຮັດແຄບຊ່ອງຫວ່າງພັດທະນາຜ່ານບັນດາການເຄື່ອນໄຫວສົມທົບຢູ່ຂັ້ນພາກພື້ນ ແລະທົ່ວໂລກ”, ການພົບປະລະຫວ່າງບັນດາການນໍາອາຊຽນ (ALG) ຄາດຄະເນວ່າຈະມີການເຂົ້າຮ່ວມຂອງການນໍາບັນດາປະເທດອາຊຽນ, ເລຂາທິການໃຫຍ່ ສະຫະປະຊາຊາດ (ສປຊ), ເລຂາທິການໃຫຍ່ອາຊຽນ, ຜູ້ອໍານວຍການບໍລິຫານ  IMF ແລະປະທານ WB.

ຈຸດປະສົງຂອງການພົບປະ ALG ແມ່ນເພື່ອແນໃສ່ແລກປ່ຽນແນວຄວາມຄິດ, ກໍານົດທິດ ແລະມາດຕະການເພີ່ມທະວີການຮ່ວມມື, ສົມທົບກັນລະຫວ່າງອາຊຽນ ແລະ ສປຊ, IMF, WB ໃນຄວາມມານະພະຍາຍາມຫຼຸດຜ່ອນຄວາມທຸກຍາກ, ຮັດແຄບຊ່ອງຫວ່າງ ພັດທະນາ ແລະຊຸກຍູ້ການເຕີບໂຕເສດຖະກິດ, ເຊື່ອມໂຍງເຂົ້າກັບພາກພື້ນ; ປຶກສາຫາລືທິດທາງ ແລະມາດຕະການຜັນຂະຫຍາຍວິໄສທັດອາຊຽນ 2025 ໃນສາຍພົວພັນໜູນຊ່ວຍ ເຊິ່ງກັນ ແລະກັນກັບໂຄງການດໍາເນີນງານ 2030 ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງ ສປຊ; ພ້ອມທັງເພີ່ມທະວີບົດບາດໃຈກາງຂອງອາຊຽນ. ຄາດຄະເນວ່າການພົບປະ ALG ຈະສຸມໃສ່ປຶກສາຫາລືກ່ຽວກັບສະພາບການ, ແງ່ຫວັງເສດຖະກິດອາຊຽນ ແລະບັນດາສິ່ງທ້າທາຍທີ່ວາງອອກໃນສະພາວະເສດຖະກິດຂອງພາກພື້ນ ແລະທົ່ວໂລກໃນປັດຈຸບັນ; ອັບເດັດໝາກຜົນ, ບົດຮຽນແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ການປະຕິບັດ SDGs ແລະຮັດແຄບຊ່ອງຫວ່າງພັດທະນາ; ສະເໜີການກໍານົດທິດ ແລະມາດຕະການໃຫ້ແກ່ອາຊຽນໃນບັນດາບັນຫາເສດຖະກິດ ແລະພັດທະນາ, ປະຕິບັດ SDGs.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Joko Widodo, ປະທານາທິບໍດີອິນໂດເນເຊຍ. ພາບ: baochinhphu.vn.

ໂດຍແມ່ນສະມາຊິກເປັນເຈົ້າການ, ຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງອາຊຽນ, ຄະນະຜູ້ແທນຂັ້ນສູງຫວຽດນາມຈະຕັ້ງໜ້າເຂົ້າຮ່ວມບັນດາເນື້ອໃນປຶກສາຫາລືຂອງການພົບປະ ALG, ສົມທົບພ້ອມກັບບັນດາປະເທດສະມາຊິກຂອງອາຊຽນ  ຊຸກຍູ້ການພົວພັນລະຫວ່າງອາຊຽນ ເວົ້າລວມ ແລະຫວຽດນາມເວົ້າສະເພາະກັບ IMF, WB ແລະສປຊ, ຜ່ານນັ້ນສ້າງກໍາລັງໜູນຊຸກຍູ້ວິວັດທະນາການກໍ່ສ້າງປະຊາຄົມອາຊຽນບົນພື້ນຖານເພີ່ມທະວີລັກສະນະໜູນຊ່ວຍເຊິ່ງກັນ ແລະກັນກັບໂຄງການດໍາເນີນງານ 2030 ກ່ຽວກັບ SDGs ຂອງສປຊ,  ຮັດແຄບຊ່ອງຫວ່າງພັດທະນາ, ເພີ່ມທະວີການເຊື່ອມຕໍ່ໃນອາຊຽນ, ຮັກສາສະຖຽນລະພາບດ້ານການເງິນໄວ້ໃຫ້ໝັ້ນຄົງ, ຊຸກຍູ້ການພັດທະນາເສດຖະກິດ ແລະການເຊື່ອມໂຍງເຂົ້າກັບພາກພື້ນ.

ນອກຈາກເຂົ້າຮ່ວມການພົບປະ ALG ແລ້ວ, ທ່ານ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນສັ້ນສູງຫວຽດນາມ ຍັງຢ້ຽມຢາມ ແລະເຮັດວຽກຢູ່ອິນໂດເນເຊຍ. ພວກເຮົາເຊື່ອໝັ້ນວ່າການເຂົ້າຮ່ວມການພົບປະ ALG, ການຢ້ຽມຢາມ ແລະເຮັດວຽກຢູ່ອິນໂດເນເຊຍ ຂອງຄະນະຜູ້ແທນຂັ້ນສູງຫວຽດນາມຈະປະສົບຜົນສໍາເລັດຢ່າງຈົບງາມ, ຜ່ານນັ້ນຢ້ັງຢືນຄໍາໝັ້ນສັນຍາ, ການປະກອບສ່ວນທີ່ມີຄວາມຮັບຜິດຊອບຂອງຫວຽດນາມ ເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງພາກພື້ນ ແລະທົ່ວໂລກສໍາລັບບັນດາບັນຫາພັດທະນາ, ຊຸກຍູ້ການພັດທະນາແບບຍືນຍົງ, ການເຕີບໂຕຂຽວ, ພ້ອມທັງປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍ ພັດທະນາໃຫ້ນັບມື້ນັບຮອບດ້ານ ແລະແທດຈິງກວ່າອີກ.

ໂດຍ: ທູຈາງ