ຫວຽດນາມ ເຂົ້າເປັນສະມາຊິກຂອງສະຫະປະຊາຊາດ (ສປຊ) ຢ່າງເປັນທາງການໃນວັນທີ 20 ກັນຍາ 1977. ນັບແຕ່ນັ້ນມາ,  ການພົວພັນຂອງຫວຽດນາມ  ກັບ ສປຊ ນັບມື້ນັບພັດທະນາ. ພາຍຫຼັງເຂົ້າຮ່ວມ ສປຊ, ຫວຽດນາມ ໄດ້ຍາດແຍ່ງຄວາມເຫັນດີເຫັນພ້ອມ ແລະການສະໜັບສະໜູນຂອງບັນດາປະເທດສະມາຊິກ ສປຊ ເພື່ອໃຫ້ສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 32 (ປີ 1977) ຮັບຮອງເອົາມະຕິເລກທີ 32/2 ທີ່ຮຽກຮ້ອງບັນດາປະເທດ, ອົງການຈັດຕັ້ງສາກົນຕ່າງໆຊ່ວຍເຫຼືອ ຫວຽດນາມ ກໍ່ສ້າງຄືນໃໝ່ພາຍຫຼັງສົງຄາມ. ດ້ານອື່ນ, ຫວຽດນາມ ຍາດແຍ່ງໄດ້ການຊ່ວຍເຫຼືອກ່ຽວກັບແຫຼ່ງທຶນ, ພູມປັນຍາ, ເຕັກນິກຂອງ ສປຊ ຮັບໃຊ້ໃຫ້ພາລະກິດພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດ.

ໃນເວທີ ສປຊ, ຫວຽດນາມ ກໍ່ຍູ້ແຮງນະໂຍບາຍພົວພັນຕ່າງປະເທດຊ່ວຍໃຫ້ຖານະບົດບາດຂອງຫວຽດນາມ ຢູ່ສປຊ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ຫວຽດນາມ ໄດ້ເປັນເຈົ້າການ, ຕັ້ງໜ້າສົມທົບກັບບັນດາປະເທດບໍ່ຮ່ວມກຸ່ມ ແລະບັນດາປະເທດກໍາລັງພັດທະນາເພື່ອຕໍ່ສູ້, ປົກປ້ອງບັນດາຫຼັກການພື້ນຖານຂອງກົດບັດ ສປຊ.

leftcenterrightdel
ວາລະປະຊຸມຢູ່ສໍານັກງານສະຫະປະຊາຊາດ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະແຕ່ປີ 1977 ຮອດ ປີ 1986, ຫວຽດນາມ ທັງຕ້ອງແກ້ໄຂຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງຈາກສົງຄາມ, ທັງຕ້ອງຈັດຕັ້ງພື້ນຖານເສດຖະກິດທຸກຍາກ, ຫຼ້າຫຼັງ, ຟື້ນຟູການຜະລິດຄືນໃໝ່ເທື່ອລະກ້າວ. ສປຊ ໄດ້ຕັ້ງໜ້າຊ່ວຍໃຫ້ຫວຽດນາມ ແກ້ໄຂບັນດາຄວາມຫຍຸ້ງຍາກໃນຫຼາຍດ້ານດ້ວຍຍອດເງິນທຶນຊ່ວຍເຫຼືອບັນລຸກວ່າ 500 ລ້ານ ໂດລາສະຫະລັດ.

ໃນໄລຍະແຕ່ປີ 1986 ຮອດ ປີ 1996, ຫວຽດນາມ ປະຕິບັດແນວທາງປ່ຽນແປງໃໝ່ດ້ວຍໜ້າທີ່ແຖວໜ້າແມ່ນດໍາເນີນການປ່ຽນແປງໃໝ່ນະໂຍບາຍເສດຖະກິດ-ສັງຄົມ. ໃນໄລຍະນີ້, ທຶນຊ່ວຍເຫຼືອລ້າຂອງ ສປຊ ໃຫ້ແກ່ຫວຽດນາມ ບັນລຸກວ່າ 630 ລ້ານ ໂດລາສະຫະລັດ. ສປຊ ໄດ້ມີການປະກອບສ່ວນທີ່ລໍ້າຄ່າສໍາລັບເລື່ອງຍົກສູງລະດັບຄວາມຮູ້ດ້ານເຕັກນິກການຜະລິດ, ພັດທະນາແຫຼ່ງຊັບພະຍາກອນມະນຸດດ້ານວິທະຍາສາດ-ເຕັກນິກ, ແກ້ໄຂບັນດາບັນຫາສັງຄົມອື່ນໆຂອງຫວຽດນາມ.

ໃນໄລຍະ 1997-2011, ສປຊ ສະຫງວນບຸລິມະສິດໃຫ້ບັນດາຂົງເຂດເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ ແລະບັນດານະໂຍບາຍສັງຄົມ; ປະຕິຮູບ ແລະຄຸ້ມຄອງພັດທະນາ; ຄຸ້ມຄອງສິ່ງແວດລ້ອມ ແລະຊັບພະຍາກອນທໍາມະຊາດ; ປະສານງານທຶນຊ່ວຍເຫຼືອ, ຄຸ້ມຄອງລັດ ແລະລະດົມແຫຼ່ງກໍາລັງໃຫ້ແກ່ຫວຽດນາມ.

ໃນໄລຍະຮ່ວມມືແຕ່ປີ 2012 ຮອດ ປີ 2016, ໃນຂອບເຂດຂໍ້ລິເລີ່ມເປັນເອກະພາບໃນການກະທໍາ - ໜຶ່ງສະຫະປະຊາຊາດ (DaO), ລັດຖະບານຫວຽດນາມ ແລະ ສປຊ ໄດ້ຕັ້ງໜ້າສົມທົບກັນຜັນຂະຫຍາຍແຜນການຮ່ວມຕໍ່ໄປຂອງ ສປຊ ໃນໄລຍະ 2012-2016, ສອດຄ່ອງກັບຮ່າງແຜນການພັດທະນາເສດຖະກິດ-ສັງຄົມ (SEDP)  ແລະຍຸດທະສາດພັດທະນາເສດຖະກິດ-ສັງຄົມ (SEDS) ຂອງຫວຽດນາມ.

ໃນໄລຍະ 2017-2021, ແຜນການຍຸດທະສາດຮ່ວມລະຫວ່າງຫວຽດນາມ ແລະ ສປຊ ສຸມໃສ່ຄາດໝາຍໜູນຊ່ວຍລັດຖະບານ ຫວຽດນາມ ປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 2016-2020 ແລະບັນດາຄາດໝາຍພັດທະນາແບບຍືນຍົງ (SDGs).

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຈະເຂົ້າຮ່ວມກອງປະຊຸມ ຊຸດທີ 73 ຂອງສະມັດຊາໃຫຍ່ ສະຫະປະຊາຊາດ. ພາບ: baochinhphu.vn.

ການເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຊຸດທີ 73 ສະມາຊາໃຫຍ່ ສະຫະປະຊາຊາດ ຂອງທ່ານ ຫງວຽນຊວນຟຸກ ສະແດງໃຫ້ເຫັນວ່າຫວຽດນາມ ເຂົ້າຮ່ວມນັບມື້ນັບເລິກເຊິ່ງ, ກວ້າງຂວາງ, ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນຢ່າງມີຄວາມຮັບຜິດຊອບໃນວຽກງານລວມຂອງປະຊາຄົມສາກົນໃນຖານະຕໍາແໜ່ງເປັນປະເທດສະມາຊິກຂອງ ສປຊ.

ພວກຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າການເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງ ຊຸດທີ 73 ສະມັດຊາໃຫຍ່ ສະຫະປະຊາຊາດ ຂອງທ່ານ ຫງວຽນຊວນຟຸກ ຈະປະສົບຜົນສໍາເລັດຢ່າງຈົບງາມ, ເປີດໄລຍະໃໝ່ໃນສາຍພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ.

ໂດຍ: ທູຈາງ