ຫວຽດນາມ ແລະອິນໂດເນເຊຍ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 30 ທັນວາ 1955. ນັບແຕ່ປີ 1955 ຮອດປີ 1965, ບັນດາການນໍາສູງສຸດຂອງພັກ, ລັດຫວຽດນາມ ຄືທ່ານປະທານ ໂຮ່ຈິມິນ, ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ... ໄດ້ໄປຢ້ຽມຢາມອິນໂດເນເຊຍ; ໃນຂະນະນັ້ນທ່ານປະທານາທິບໍດີ Sukarno ກໍ່ໄດ້ມາຢ້ຽມຢາມຫວຽດນາມ. ປີ 1957, ສະມາຄົມມິດຕະພາບ ຫວຽດນາມ-ອິນໂດເນເຊຍ ໄດ້ຮັບການສ້າງຕັ້ງ. ແຕ່ປີ 1990, ການພົວພັນສອງປະເທດກ້າວເຂົ້າສູ່ໄລຍະໃໝ່ດ້ວຍການຢ້ຽມຢາມທີ່ມີຄວາມໝາຍປະຫວັດສາດຂອງທ່ານປະທານາທິບໍດີ Suharto ໃນເດືອນພະຈິກ 1990. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທໍາອິດຂອງທ່ານປະທານາທິບໍດີອິນໂດເນເຊຍ ໃນເວລາກວ່າ 30 ປີຜ່ານມາ. ນັບແຕ່ນັ້ນມາ, ການພົວພັນລະຫວ່າງສອງປະເທດໄດ້ສືບຕໍ່ເພີ່ມພູນຄູນສ້າງພັດທະນາບັນດາການນໍາລຸ້ນຕ່າງໆ. ໃນເດືອນມິຖຸນາ 2013, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ອິນໂດເນເຊຍຂອງທ່ານປະທານປະເທດຫວຽດນາມ ເຈືອງເຕິ໋ນຊາງ, ສອງຝ່າຍໄດ້ອອກຖະແຫຼງການຮ່ວມສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ. ເດືອນສິງຫາ 2017, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ໄດ້ໄປຢ້ຽມຢາມອິນໂດເນເຊຍ ຢ່າງເປັນທາງການ,  ໃນການຢ້ຽມຢາມອິນໂດເນເຊຍຄັ້ງທໍາອິດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມນັ້ນ ໄດ້ເປີດໜ້າປະຫວັດສາດໃໝ່ໃນການພົວພັນລະຫວ່າງສອງປະເທດ.

leftcenterrightdel
ທ່ານ Joko Widodo ປະທານາທິບໍດີແຫ່ງສາທາລະນະລັດອິນໂດເນເຊຍ ແລະພັນລະຍາ. ພາບ: BNG.

ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດເສດຖະກິດ-ການຄ້າ-ການລົງທຶນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທໍາ-ກິລາ, ກະສິກໍາ, ການເງິນ, ພະລັງງານ, ການສຶກສາໄດ້ຮັບການຊຸກຍູ້ຢ່າງບໍ່ຢຸດຢັ້ງ, ໃນນັ້ນການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນໄດ້ຮັບການພັດທະນາຫຼາຍຢ່າງ.

ວົງເງິນການຄ້າ ຫວຽດນາມ-ອິນໂດເນເຊຍ ຄ່ອຍໆເພີ່ມຂຶ້ນ, ເປັນຕົ້ນແມ່ນຊຸມປີມໍ່ໆມານີ້ ແລະເພີ່ມຂຶ້ນຕາມທິດສົມດຸນກວ່າ, ບັນລຸໄດ້ 6,5 ຕື້ໂດລາສະຫະລັດໃນປີ 2017 ແລະ 4,7 ຕື້ໂດລາສະຫະລັດໃນ 7 ເດືອນຕົ້ນປີ 2018. ສອງປະເທດພວມສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ຂຶ້ນເຖິງ 10 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງ. ຄິດໄລ່ຮອດເດືອນມິຖຸນາ 2018, ອິນໂດເນເຊຍ ສືບຕໍ່ຢືນອັນດັບທີ 5 ໃນອາຊຽນ ແລະທີ 30/126 ປະເທດລົງທຶນເຂົ້າຫວຽດນາມດ້ວຍ 71 ໂຄງການມີມູນຄ່າກວ່າ 500 ລ້ານໂດລາສະຫະລັດ, ສຸມໃສ່ເຂົ້າບັນດາຂົງເຂດສໍາຫຼວດ ແລະຂຸດຄົ້ນນໍ້າມັນອາຍແກັສ, ຂຸດຄົ້ນຖ່ານຫີນ, ທະນາຄານ... ດ້ວຍບາງໂຄງການລົງທຶນໃຫຍ່ຄື: ເຂດຕົວເມືອງທັງລອງໃຕ້-Ciputra, ຮ່ວມທຸລະກິດໂຮງແຮມ Horizon-Pullman ຮ່າໂນ້ຍ. ໃນປະຈຸບັນ, ຫວຽດນາມມີ 13 ໂຄງການລົງທຶນເຂົ້າ ອິນໂດເນເຊຍ ດ້ວຍຍອດມູນຄ່າກວ່າ 54 ລ້ານໂດລາສະຫະລັດໃນບັນດາຂົງເຂດນໍ້າມັນອາຍແກັສ ແລະຂຸດຄົ້ນແຮ່ທາດ.

ອິນໂດເນເຊຍ ແມ່ນໜຶ່ງໃນບັນດາປະເທດຢູ່ພາກພື້ນມີການພົວພັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບກັບ ຫວຽດນາມ ໄວທີ່ສຸດ. ປີ 1964, ອິນໂດເນເຊຍ ໄດ້ສ້າງຕັ້ງຫ້ອງການທູດທະຫານ ປະຈໍາ ຮ່າໂນ້ຍ; ປີ 1985, ຫວຽດນາມ ກໍ່ໄດ້ຕັ້ງຫ້ອງການທູດທະຫານ ປະຈໍາ ຈາກາຕາ. ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນຂັ້ນລັດຖະມົນຕີ, ນາຍພົນຂັ້ນສູງກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດຫຼາຍຄະນະ ແລະຜັນຂະຫຍາຍການຮ່ວມມືຢູ່ບາງຂົງເຂດ. ສອງຝ່າຍໄດ້ລົງນາມໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດໄລຍະ 2017-2022...

ນອກຈາກນັ້ນ, ສອງປະເທດກໍ່ພວມມານະພະຍາຍາມເປີດກວ້າງການຮ່ວມມື, ແລກປ່ຽນຄະນະ, ຖອດຖອນບົດຮຽນກ່ຽວກັບການບໍລິຫານ, ນິຕິບັນຍັດ, ຕຸລາການຢູ່ທັງສູນກາງ, ທ້ອງຖິ່ນ ແລະອົງການຈັດຕັ້ງມະຫາຊົນ. ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທໍາ, ກິລາກໍ່ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. ແຕ່ລະປີ, ອິນໂດເນເຊຍ ສະໜອງໃຫ້ແກ່ຫວຽດນາມທຶນການສຶກສາໄລຍະສັ້ນ, ໄລຍະກາງ ແລະໄລຍະຍາວຈຳນວນໜຶ່ງໃນບັນດາຂົງເຂດການສຶກສາ, ວັດທະນະທໍາ, ພາສາ. ສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການຮ່ວມມືອາຊີບຫາປາ ແລະບັນດາບັນຫາທະເລ (ເດືອນຕຸລາ 2010), MOU ກ່ຽວກັບກະສິກໍາ, ການເງິນ, ພະລັງງານ (ປີ 2013), MOU ກ່ຽວກັບການຮ່ວມມືດ້ານການສຶກສາ (ປີ 2017)...

ຫວຽດນາມ ແລະອິນໂດເນເຊຍ ກໍ່ສົມທົບກັນຢ່າງແໜ້ນແຟ້ນເປັນປະຈໍາຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນໃນຂອບເຂດອາຊຽນ. ນັບແຕ່ເມື່ອຫວຽດນາມເຂົ້າເປັນສະມາຊິກອາຊຽນ, ການພົວພັນສອງປະເທດໃນຂອບເຂດນີ້ນັບມື້ນັບໄດ້ມີເງື່ອນໄຂພັດທະນາຢ່າງແຮງ.

ໂດຍ: ເກື່ອງດັ້ງ