ການໄປຢ້ຽມຢາມ ສະຫະພັນ ລັດເຊຍ ໃນຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ດຳເນີນກ່ອນບັນດາເຫດການໃຫຍ່ຂອງສອງປະເທດ: ສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ຫວຽດນາມ - ສະຫະພັນ ລັດເຊຍ ໃນປີ 2019 ແລະ70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ສະຫະພັນ ລັດເຊຍ ໃນປີ 2020.

leftcenterrightdel
ທ່ານ ຫງວຽນຟູ໋ຈ້ອງ ເລຂາທິການໃຫຍ່່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ  ແລະທ່ານ Vladimir Putin ປະທານາທິບໍດີ ສະຫະພັນ ລັດເຊຍ. ພາບ: ສຳນັກຂ່າວສານຫວຽດນາມ.

ຕັ້ງຢູ່ທາງທິດເໜືອທະວີບອາຊີ-ເອີລົບ, ປະເທດ ລັດເຊຍ ມີເນື້ອທີ່ກວ້າງຂວາງ, ກວ່າ 17,125 ລ້ານ km2 ດ້ວຍປະຊາກອນກວ່າ 146,880 ລ້ານຄົນ. ນັບແຕ່ເມື່ອທ່ານ V.Putin ປະທານາທິບໍດີລັດເຊຍ  ກໍາອໍານາດ (ປີ 2000), ສະພາບການເມືອງ-ສັງຄົມຂອງ ລັດເຊຍ ຄ່ອຍໆກ້າວເຂົ້າສູ່ສະຖຽນລະພາບ; ເສດຖະກິດໄດ້ຮັບການຟື້ນຟູ ແລະພັດທະນາ. ບົດບາດຂອງລັດ ແລະອໍານາດການປົກຄອງສູນກາງໄດ້ເພີ່ມທະວີ, ຊີວິດການເປັນຢູ່ປະຊາຊົນສືບຕໍ່ໄດ້ປົວແປງ.

ປະຈຸບັນ, ລັດເຊຍ ແມ່ນໜຶ່ງໃນ 5 ປະເທດສະມາຊິກປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ແມ່ນສະມາຊິກຂອງ G20, BRICS ພ້ອມກັບຫຼາຍອົງການຈັດຕັ້ງສາກົນ ແລະພາກພື້ນ. ໃນນະໂຍບາຍການພົວພັນຕ່າງປະເທດຂອງ ລັດເຊຍ, ພາກພື້ນ ອາຊີ-ປາຊີຟິກ ມີທີ່ຕັ້ງສຳຄັນ. ລັດເຊຍ ຕັ້ງໜ້າເຂົ້າຮ່ວມບັນດາກົນໄກຮ່ວມມືພາກພື້ນ ຄື: APEC, ຂັ້ນສູງ ລັດເຊຍ-ອາຊຽນ, EAS, ARF, ASEM, ADMM+…; ເພີ່ມທະວີການຮ່ວມມືສອງຝ່າຍກັບບັນດາປະເທດໃນພາກພື້ນ, ໃນນ້ັນມີ ຫວຽດນາມ.

ປະຫວັດສາດໄດ້ຊີ້ໃຫ້ເຫັນສາຍພົວພັນລະຫວ່າງ ຫວຽດນາມ ກັບ ໂຊຫວຽດ ໃນເມື່ອກ່ອນ ແລະກັບ ສະຫະພັນ ລັດເຊຍ ໃນປະຈຸບັນຍາມໃດກໍ່ມີຄວາມໄວ້ເນື້ອເຊື່ອໃຈ, ຜ່ານຜ່າທຸກສິ່ງທ້າທາຍຂອງການເວລາ ແລະການຜັນແປຂອງຍຸກສະໄໝ. ໂຊຫວຽດ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກຮັບຮອງ ແລະສ້າງຕັ້ງການພົວພັນທາງການທູດກັບ ຫວຽດນາມ ໃນວັນທີ 30 ມັງກອນ 1950 ເປັນທາງການ, ສ້າງພື້ນຖານໃຫ້ນ້ຳໃຈມິດຕະພາບຢ່າງໝັ້ນແກ່ນ ແລະການພົວພັນຮ່ວມມືອັນດີງາມລະຫວ່າງສອງປະເທດ.

ພາຍຫຼັງທີ່ ໂຊຫວຽດ ແຕກສະລາຍ (ເດືອນທັນວາ 1991), ການພົວພັນຮ່ວມມືຫຼາຍດ້ານ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ຫວຽດນາມ ແລະສະຫະພັນ ລັດເຊຍ ສືບຕໍ່ໄດ້ຖືເປັນສຳຄັນ ແລະນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ. ເລື່ອງເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງ ຫວຽດນາມ ແລະສະຫະພັນ ລັດເຊຍ ໃນວັນທີ 16 ມິຖຸນາ 1994 ເນື່ອງໃນໂອກາດການຢ້ຽມຢາມ ລັດເຊຍ ຂອງທ່ານນາຍົກລັດຖະມົນຕີ ຫວໍວັນກຽດ ໄດ້ເປີດອອກໄລຍະພັດທະນາໃໝ່ໃນການພົວພັນສອງປະເທດ.

ແຕ່ປີ 2008, ຫວຽດນາມ ແລະລັດເຊຍ ໄດ້ສ້າງຕັ້ງກົນໄກເຈລະຈາຍຸດທະສາດທາງການທູດ-ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຈຳປີຂັ້ນຮອງລັດຖະມົນຕີປະຈຳການການຕ່າງປະເທດ; ປີ 2013 ໄດ້ສ້າງຕັ້ງກົນໄກເຈລະຈາຍຸດທະສາດຂັ້ນຮອງລັດຖະມົນຕີປ້ອງກັນປະເທດ. ນອກຈາກນັ້ນ, ສອງຝ່າຍໄດ້ດຳເນີນການທາບທາມຄຳເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະຂັ້ນກົມໃນຂອບເຂດການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ. ສອງຝ່າຍສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນກັນໃນບັນດາເວທີປາໄສສາກົນຄື: ສະຫະປະຊາຊາດ, ເວທີປາໄສຮ່ວມມືເສດຖະກິດພາກພື້ນອາຊີ - ປາຊີຟິກ, ເວທີປາໄສຮ່ວມມືອາຊີ - ເອີລົບ, ເວທີປາໄສພາກພື້ນອາຊຽນ...

ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ຫວຽດນາມ - ສະຫະພັນ ລັດເຊຍ ໃນໄລຍະຜ່ານມາພັດທະນາຢ່າງຂະຫຍັນຂັນເຄື່ອນ. ການຄ້າສອງສົ້ນຂອງສອງປະເທດໄດ້ພັດທະນາໄວ, ພິເສດໃນສະພາບທີ່ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະພັນທະມິດເສດຖະກິດອາຊີ -ເອີລົບ ມີຜົນສັກສິດນັບແຕ່ເດືອນ ຕຸລາ 2016. ເລື່ອງຜັນຂະຫຍາຍສັນຍາສະບັບນີ້ຈະແມ່ນໂອກາດສ້າງບາດກ້າວບຸກທະລຸ, ກ້າວໄປເຖິງເປົ້າໝາຍຍົກວົງເງິນການຄ້າສອງສົ້ນຂຶ້ນເຖິງ 10 ຕື້ໂດລາສະຫະລັດ ໃນປີ 2020.

ປະຈຸບັນ ສະຫະພັນ ລັດເຊຍ ຢືນອັນດັບ 26 ກ່ຽວກັບຕະຫຼາດສົ່ງອອກ ແລະຢືນອັນດັບ 22 ກ່ຽວກັບຕະຫຼາດນຳເຂົ້າຂອງຫວຽດນາມ. ປີ 2017, ຍອດວົງເງິນການຄ້າສອງສົ້ນ ຫວຽດນາມ - ສະຫະພັນ ລັດເຊຍ ບັນລຸ 3,5 ຕື້ໂດລາສະຫະລັດ. ກ່ຽວກັບການລົງທຶນ, ປະຈຸບັນລັດເຊຍ ຢືນອັນດັບ 22/117 ປະເທດ ແລະເຂດແຄ້ວນລົງທຶນເຂົ້າຫວຽດນາມ ດ້ວຍ 116 ໂຄງການຍັງມີຜົນສັກສິດ, ຍອດທຶນຈົດທະບຽນປະມານ 990 ລ້ານໂດລາສະຫະລັດ. ການລົງທຶນຂອງ ລັດເຊຍ ສຸມໃສ່ຫຼາຍທີ່ສຸດໃນຂົງເຂດນ້ຳມັນອາຍແກັດ, ອຸດສາຫະກຳ, ພະລັງງານ, ຂຸດຄົ້ນບໍ່ແຮ່, ຄົມມະນາຄົມ... ການລົງທຶນຂອງ ຫວຽດນາມ ເຂົ້າ ລັດເຊຍ ໃນສອງປີມໍ່ໆມານີ້ເພີ່ມຂຶ້ນຢ່າງໄວວາ, ນັບແຕ່ເງິນລົງທຶນພຽງແຕ່ປະມານກວ່າ 100 ລ້ານໂດລາສະຫະລັດ ໃນປີ 2008, ປະຈຸບັນຫວຽດນາມ ມີ 23 ໂຄງການລົງທຶນຢູ່ ລັດເຊຍ ດ້ວຍຍອດເງິນລົງທຶນທັງໝົດເກືອບ 3 ຕື້ໂດລາສະຫະລັດ, ສຸມໃສ່ຕົ້ນຕໍເຂົ້າຂົງເຂດນ້ຳມັນອາຍແກັດ, ການຄ້າ, ກະສິກຳ...

ບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳໄດ້ຈັດຕັ້ງເປັນປະຈຳ, ປະກອບສ່ວນເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ມິດຕະພາບລະຫວ່າງປະຊາຊົນສອງປະເທດ. ສະຫະພັນ ລັດເຊຍ ສືບຕໍ່ແມ່ນໜຶ່ງໃນ 10 ຕະຫຼາດທີ່ມີການເຕີບໂຕໃນແຖວໜ້າກ່ຽວກັບການທ່ອງທ່ຽວຢູ່ ຫວຽດນາມ. ລັດເຊຍ ກໍ່ແມ່ນຈຸດນັດພົບນັບມື້ນັບດູດດື່ມສຳລັບແຂກທ່ອງທ່ຽວ ຫວຽດນາມ.

ການໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກແມ່ນການຢ້ຽມຢາມ ລັດເຊຍ ຄັ້ງທຳອິດຂອງການນຳຂັ້ນສູງສຸດຂອງ ຫວຽດນາມ ພາຍຫຼັງທີ່ທ່ານ Vladimir Putin ໄດ້ຮັບການຄັດເລືອກເປັນປະທານາທິບໍດີ ລັດເຊຍ ຄືນໃໝ່ໃນ ເດືອນ ມີນາ 2018. ການຢ້ຽມຢາມຄັ້ງນີ້ແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີຄວາມສະໜິດຕິດພັນຍຸດທະສາດ, ຍົກສູງປະສິດທິຜົນການຮ່ວມມື, ຢືນຢັນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຖື ລັດເຊຍ ແມ່ນຄູ່ຮ່ວມມືບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບສະຫະພັນ ລັດເຊຍ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

 

ໂດຍ: ສົມເພັດ