ເອທິໂອເປຍ ແມ່ນໜຶ່ງໃນບັນດາລາຊະອານາຈັກທີ່ມີມາແຕ່ດົນນານທີ່ສຸດຢູ່ ອາຟຣິກາ. ຜ່ານການປ່ຽນແປງດ້ານປະຫວັດສາດ ແລະລະບອບການເມືອງ, ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເອທິໂອເປຍ ໄດ້ຮັບການສ້າງຕັ້ງເມື່ອປີ 1987 ໂດຍອຳນາດການປົກຄອງຂອງທ່ານ Mengistu Haile Mariam  ນຳພາດ້ວຍຖະແຫຼງການໄປຕາມກຳນົດທິດສັງຄົມນິຍົມ. ປີ 1991, ລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ເອທິໂອເປຍ ຖືກແຕກສະລາຍ. ຮອດເດືອນ ມິນາ 1995, ອົງການຈັດຕັ້ງແນວໂຮມປະຕິວັດ ປະຊາທິປະໄຕ ປະຊາຊົນ ເອທິໂອເປຍ (EPRDR) ຍາດໄດ້ໄຊຊະນະໃນການເລືອກຕັ້ງສະພາແຫ່ງຊາດ ແລະນັບແຕ່ວັນທີ 22 ສິງຫາ 1995, ປະເທດນີ້ມີຊື່ທາງການວ່າ ສາທາລະນະລັດ ປະຊາທິປະໄຕ ສະຫະພາບ  ເອທິໂອເປຍ ຄືປະຈຸບັນ.

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະພັນລະນາ. ພາບ: vov.vn.

ດ້ວຍນະໂຍບາຍເສດຖະກິດຂ້າມຜ່ານ (TEP), ເອທິໂອເປຍ ກຳລັງແມ່ນບ່ອນດຶງດູດການລົງທຶນຍ້ອນມີກຳລັງແຮງງານໃຫຍ່, ລາຄາຖືກ, ດິນກະສິກຳຫຼາຍ, ໂດຍສະເພາະແມ່ນບັນດາບຸລິມະສິດດ້ານພາສີ.

ລັດຖະບານ ເອທິໂອເປຍ ໄດ້ຮັບຮອງເອົາແຜນການພັດທະນາ ແລະຫັນປ່ຽນຄັ້ງທີ 2. ຕາມນັ້ນ, ເອທິໂອເປຍ ໃຫ້ບຸລິມະສິດແກ່ການຫັນເປັນປະເທດອຸດສາຫະກຳ  ແລະລົງທຶນໃຫ້ພື້ນຖານໂຄງລ່າງ. ເອທິໂອເປຍ ໄດ້ຮັບການຕີລາຄາແມ່ນໜຶ່ງໃນບັນດາຕະຫຼາດໂທລະຄົມມະນາຄົມທີ່ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງດ້ວຍຈຳນວນພົນລະເມືອງຫຼາຍ.

ປະຈຸບັນ, ດ້ວຍພື້ນຖານເສດຖະກິດເຕີບໂຕຢ່າງໝັ້ນຄົງ, ມີລະດັບການເຕີມໂຕດ້ານເສດຖະກິດໄວທີ່ສຸດຢູ່ພາກພື້ນ, ເອທິໂອເປຍ ໄດ້ຮັບຖືວ່າແມ່ນແບບຢ່າງພັດທະນາຢູ່ ອາຟຣິກາ. ການເຕີບໂຕສະເລ່ຍຂອງ ເອທິໂອເປຍ ບັນລຸປະມານ 10%.

ຫວຽດນາມ ມີການພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນດີງາມກັບ ເອທິໂອເປຍ. ພາຍໃຕ້ການນຳພາຂອງທ່ານ Mengistu Haile Mariam, ເອທິໂອເປຍ ສະໜັບສະໜູນ ແລະສົມທົບກັບ ຫວຽດນາມ ໃນບັນດາເວທີປາໄສສາກົນເປັນຢ່າງດີ. ຫວ່າງມໍ່ໆມານີ້, ເອທິໂອເປຍ ໄດ້ຢັ້ງຢືນວ່າຈະສະໜັບສະໜູນ ຫວຽດນາມ ອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021. ຫວຽດນາມ ກໍ່ສະໜັບສະໜູນ ເອທິໂອເປຍ ອອກສະໝັກຮັບເລືອກຕັ້ງເປັນຜູ້ອຳນວຍການອົງການອະນາໄມໂລກ (WTO). ເດືອນ ເມສາ 2014, ເອທິໂອເປຍ ໄດ້ຮັບຮອງກົດລະບຽບເສດຖະກິດຕະຫຼາດໃຫ້ຫວຽດນາມ.

ຫວຽດນາມ ແລະເອທິໂອເປຍ ໄດ້ມີບັນດາການເຄື່ອນໄຫວແລກປ່ຽນຄະນະ. ກ່ຽວກັບຝ່າຍຫວຽດນາມ, ປີ 1978, ທ່ານຮອງປະທານປະເທດ ຫງວຽນຫຶວທໍ້ ຢ້ຽມຢາມ ເອທິໂອເປຍ; ທ່ານພົນເອກ ຫວໍງວຽນຢ໋າບ, ຮອງປະທານສະພາລັດຖະມົນຕີ ຢ້ຽມຢາມ ເອທິໂອເປຍ ເມື່ອເດືອນທັນວາ 1980. ກ່ຽວກັບຝ່າຍ ເອທິໂອເປຍ, ປີ 2016, ລັດຖະມົນຕີແຮງງານ ແລະບັນດາບັນຫາສັງຄົມ, ລັດຖະມົນຕີກະຊວງວິສາຫະກິດແຫ່ງລັດ ຂອງປະເທດເພື່ອນມິດ ໄດ້ມາຢ້ຽມຢາມ ຫວຽດນາມ...

leftcenterrightdel
ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແລະທ່ານ Mulatu Teshome ປະທານາທິບໍດີ ເອທິໂອເປຍ. ພາບ: ສຳນັກຂ່າວສານຫວຽດນາມ.

ສິ່ງເປັນໜ້າສົນໃຈ, ສອງປະເທດໄດ້ລົງນາມໃນສັນຍາແມ່ກ່ຽວກັບການຮ່ວມມືດ້ານວັດທະນະທຳ ແລະສັນຍາແມ່ວ່າດ້ວຍການຮ່ວມມືເສດຖະກິດ, ວິທະຍາສາດ ແລະເຕັກນິກໃນປີ 1987. ສອງປະເທດກໍ່ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງຫ້ອງການການຄ້າ ແລະອຸດສາຫະກຳ ເອທິໂອເປຍ ໃນປີ 2009.

ການພົວພັນດ້ານເສດຖະກິດລະຫວ່າງຫວຽດນາມ ແລະເອທິໂອເປຍ ໄດ້ຮັບການຕີລາຄາວ່າມີບັນດາບາດກ້າວພັດທະນາແຕ່ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນຂອງສອງປະເທດເທື່ອ. ມາຮອດປະຈຸບັນ, ໝາກຜົນການຮ່ວມມືໃນຂົງເຂດນີ້ຍັງຈຳກັດຢູ່. ປີ 2017, ວົງເງິນການຄ້າສອງຝ່າຍບັນລຸ 11,3 ລ້ານໂດລາສະຫະລັດ, ໃນນັ້ນຫວຽດນາມ ສົ່ງອອກ 2,2 ລ້ານໂດລາສະຫະລັດ ຕົ້ນຕໍແມ່ນບັນດາຜະລິດຕະພັນຕ່ຳແຜ່ນຕັດຫຍິບ, ເກີບໜັງ, ຜະລິດຕະພັນເຄມີ. ປະຈຸບັນກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ພວມມີແຜນການເປີດກວ້າງການລົງທຶນ ແລະດຳເນີນທຸລະກິດ ຢູ່ ເອທິໂອເປຍ. Viettel ໄດ້ສ້າງຕັ້ງຫ້ອງການຜູ້ຕາງໜ້າຢູ່ນະຄອນຫຼວງ Addis Ababa ຂອງ ເອທິໂອເປຍ ແຕ່ເດືອນ ສິງຫາ 2016.

ການຢ້ຽມຢາມ ເອທິໂອເປຍ  ຂອງທ່ານປະທານປະເທດຫວຽດນາມ ບໍ່ພຽງແຕ່ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງຫວຽດນາມ ກັບ ເອທິໂອເປຍ ເທົ່ານັ້ນ, ຫາກຍັງເປີດກາລະໂອກາດຮ່ວມມືກັບບາງອົງການຈັດຕັ້ງພາກພື້ນຢູ່ ອາຟຣິກາ ອີກດ້ວຍ. ຜ່ານນັ້ນປະກອບສ່ວນຢັ້ງຢືນແນວທາງການຕ່າງປະເທດຫັນບັນດາສາຍພົວພັນກັບສາກົນຂອງ ຫວຽດນາມ ເປັນຫຼາຍຮູບ, ຫຼາຍແບບ ແລະຫຼາຍຝ່າຍ, ໃນນັ້ນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນເລື່ອງເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດ ອາຟຣິກາ ເວົ້າລວມ.

ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມທາງລັດຖະກິດ ເອທິໂອເປຍ ຂອງທ່່ານປະທານປະເທດຫວຽດນາມ ພ້ອມດ້ວຍພັນລະຍາ ຈະປະສົບຜົນສຳເລັດຢ່າງຈົບງາມ. ສ້າງກາລະໂອກາດພັດທະນາສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະເອທິໂອເປຍ ກວ່າອີກ.

 

ໂດຍ: ສົມເພັດ