ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບບັນດາຈຸດຕົ້ນຕໍຂອງກອງປະຊຸມ AMM-51 ແດ່?

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ: ກອງປະຊຸມຄັ້ງນີ້ໄດ້ດໍາເນີນໃນສະພາບການໂລກ ແລະພາກພື້ນມີການຜັນແປໃໝ່ຫຼາຍຢ່າງ, ໝາກຜົນໄດ້ສະແດງອອກຜ່ານບາງຈຸດດັ່ງລຸ່ມນີ້:

ທີໜຶ່ງ: ອາຊຽນ ບັນລຸໄດ້ໝາກຜົນສໍາຄັນຫຼາຍຢ່າງໃນການຜັນຂະຫຍາຍຫົວຂໍ້ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະມີຫົວຄິດປະດິດສ້າງ”. ບັນດາປະເທດອາຊຽນໄດ້ເນັ້ນໜັກເຖິງເລື່ອງເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ-ພັດທະນາທັງພາຍໃນກຸ່ມກໍຄືຕໍ່ກັບຄູ່ຮ່ວມມື; ສຸມໃສ່ຍູ້ແຮງການເຊື່ອມຕໍ່ໃນພາກພື້ນ, ພັດທະນາແບບຍືນຍົງ, ປ່ຽນແປງໃໝ່ ແລະມີຫົວຄິດປະດິດສ້າງເພື່ອໝູນໃຊ້ບັນດາຄວາມກ້າວໜ້າຂອງເຕັກໂນໂລຢີໃໝ່ຈາກການປະຕິວັດອຸດສາຫະກໍາ 4.0. ອາຊຽນ ໄດ້ສະແດງໃຫ້ເຫັນຄຸນນະທາດໃນການຮັບມືກັບບັນດາບັນຫາໃນພາກພື້ນຢ່າງມີປະສິດທິຜົນ; ສະແດງໃຫ້ເຫັນນໍ້າໃຈສາມັກຄີ ແລະການໜູນຊ່ວຍໃຫ້ປະເທດລາວ ພາຍຫຼັງເຫດເຂື່ອນໄຟຟ້າແຕກຜ່ານບັນດາການເຄື່ອນໄຫວຊ່ວຍເຫຼືອຂອງສູນປະສານງານໜູນຊ່ວຍມະນຸດສະທໍາອາຊຽນ-AHA.

leftcenterrightdel
ທ່ານ ຫງວຽນກວກຢຸງ ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າ SOM ອາຊຽນ ຫວຽດນາມ. ພາບ: baoquocte.vn.

ທີສອງ, ອາຊຽນ ແລະບັນດາຄູ່ຮ່ວມມືບັນລຸຄວາມເຫັນດີເປັນເອກະພາບສູງກ່ຽວກັບຄໍາໝັ້ນສັນຍາສະໜັບສະໜູນ ແລະຊຸກຍູ້ລະບົບຫຼາຍຝ່າຍຂອງສາກົນໂດຍອີງໃສ່ລະບຽບກົດໝາຍ, ຮັກສາການຮ່ວມສຳພັນດ້ານເສດຖະກິດ, ຫັນການຄ້າ ແລະການລົງທຶນເປັນເສລີໃນສະພາບການທ່າອ່ຽງອາລັກຂາ, ຕ້ານການຫັນເປັນໂລກາພິວັດເພີ່ມຂຶ້ນ. ບັນດາຄູ່ຮ່ວມມືເກືອບທັງໝົດລ້ວນແຕ່ແບ່ງປັນກັບອາຊຽນ ກ່ຽວກັບຄວາມສໍາຄັນຂອງການຮັກສາຄວາມເປັນລະບຽບຮຽບຮ້ອຍອີງໃສ່ລະບຽບກົດໝາຍ, ເຄົາລົບກົດໝາຍສາກົນ, ສະໜັບສະໜູນບົດບາດຂອງບັນດາລະບອບລະບຽບການຫຼາຍຝ່າຍ, ໃນນັ້ນມີ WTO, ຢັ້ງຢືນວ່າໄດ້ສົມທົບກັນຢ່າງຕັ້ງໜ້າ, ປະຕິບັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ແລະໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ສຳເລັດໂດຍໄວ.

ທີສາມ, ອາຊຽນ ເຫັນດີຄວນເປັນເຈົ້າການສ້າງວິທີສໍາຜັດກັບບັນດາຂໍ້ລິເລີ່ມ/ຂໍ້ສະເໜີຮ່ວມມືໃໝ່ທີ່ໄດ້ຍົກອອກມາຢູ່ພາກພື້ນ. ບັນດາຄູ່ຮ່ວມມືໄດ້ຊົມເຊີຍວິທີສໍາຜັດດັ່ງກ່າວຂອງອາຊຽນ.  ບາງປະເທດສືບຕໍ່ປາດຖະໜາຢາກໃຫ້ ອາຊຽນສວມບົດບາດໃຈກາງໃນຍຸດທະສາດມະຫາສະໝຸດອິນເດຍ-ປາຊີຟິກ; ໃນຂະນະທີ່ຈີນ ສະເໜີຕິດພັນຢ່າງແໜ້ນແຟ້ນກັບຂໍ້ລິເລີ່ມ “ໜຶ່ງແລວທາງ, ໜຶ່ງເສັ້ນທາງ” ກັບແຜນການສັງລວມເຊື່ອມຈອດອາຊຽນ (MPAC) 2025.

ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບບັນຍາກາດລວມຂອງກອງປະຊຸມໃນຄັ້ງນີ້ແດ່ ?

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ: ບັນດາລັດຖະມົນຕີໄດ້ມີບັນດາລາຍການເຄື່ອນໄຫວຫຼາຍຝ່າຍ ແລະສອງຝ່າຍ, ບັນດາເນື້ອໃນປຶກສາຫາລືທີ່ສໍາຄັນ, ແທດຈິງ, ມີປະສິດທິຜົນ. ທ່ານ ຟ້າມບິິ່ນມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ  ໄດ້ມີການພົບປະສອງຝ່າຍກັບບັນດາຄູ່ຮ່ວມມືຢູ່ນອກກອງປະຊຸມ 15 ຄັ້ງ. ເຖິງວ່າຍັງມີທັດສະນະແຕກຕ່າງກັນກໍ່ຕາມ, ແຕ່ໂດຍພື້ນຖານແລ້ວ, ກອງປະຊຸມໄດ້ດໍາເນີນໄປໃນບັນຍາກາດທີ່ຕັ້ງໜ້າ ແລະມີຄວາມສະດວກ.

leftcenterrightdel
ທ່ານ ຟ້າມບິ່ນມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ຂໍໃຫ້ທ່ານຮອງລັດຖະມົນຕີ ໃຫ້ຮູ້ກ່ຽວກັບການເຂົ້າຮ່ວມ ແລະການປະກອບສ່ວນຂອງຫວຽດນາມທີ່ກອງປະຊຸມໃນຄັ້ງນີ້ແດ່?

ທ່ານ ຫງວຽນກວກຢຸງ, ຮອງລັດຖະມົນຕີການຕ່າງປະເທດ: ຫວຽດນາມ ເຂົ້າຮ່ວມກອງປະຊຸມບົນຈິດໃຈເປັນເຈົ້າການ, ຕັ້ງໜ້າສະໜັບສະໜູນບັນດາບູລິມະສິດໂດຍປະເທດປະທານສິງກະໂປ ສະເໜີ. ໃນຕົວຈິງ, ບັນດາບູລິມະສິດກ່ຽວກັບການສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຫົວຄິດປະດິດສ້າງໂດຍສິງກະໂປ ສະເໜີໃນປີນີ້ແມ່ນເໝາະສົມກັບຄວາມເອົາໃຈໃສ່ ແລະການໃຫ້ບູລິມະສິດຂອງຫວຽດນາມ ໃນອາຊຽນຢູ່ໃນໄລຍະນີ້. ໂດຍລະອຽດ, ຫວຽດນາມໄດ້ຕັ້ງໜ້າເຂົ້າຮ່ວມເຄືອຂ່າຍບັນດານະຄອນອາຊຽນສະຫຼາດ, ເປັນເຈົ້າການພ້ອມກັບອາຊຽນຊຸກຍູ້ການຮ່ວມມືກ່ຽວກັບການເຊື່ອມຕໍ່ໃນພາກພື້ນ, ໝູນໃຊ້ການປະຕິວັດອຸດສາຫະກໍາ 4.0... ກໍ່ຄືໃນການປັບປຸງກໍາລັງຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງຜ່ານບົດບາດໃຈກາງຂອງອາຊຽນ. ພາຍຫຼັງດໍາລົງຕໍາແໜ່ງເປັນປະເທດປະສານງານການພົວພັນຄູ່ຮ່ວມມື ອາຊຽນ-ອິນເດຍ ມາເປັນເວລາ 3 ປີ (8-2015 / 8-2018), ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ນີ້ໃນອາຊຽນຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການຮ່ວມມື ອາຊຽນ-ອິນເດຍ ໃຫ້ບັນລຸໝາກຜົນຕັ້ງໜ້າຫຼາຍຢ່າງ. ເນື່ອງໃນໂອກາດນີ້, ຫວຽດນາມ ກໍ່ໄດ້ຮັບດໍາລົງຕໍາແໜ່ງເປັນປະເທດປະສານງານການພົວພັນ ອາຊຽນ-ຍີ່ປຸ່ນ ໃນໄລຍະ 2018-2021 ຢ່າງເປັນທາງການ.

ນັກຂ່າວ: ຂໍຂອບໃຈທ່ານຮອງລັດຖະມົນຕີ !

 

ແປໂດຍ: ທູຈາງ