ນີ້ແມ່ນໂອກາດເພື່ອໃຫ້ທົ່ວຊົນຊາດເສີມຂະຫຍາຍມູນເຊື້ອຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ຍາມໃດກໍ່ຈົດຈຳບຸນຄຸນ ແລະຕອບບຸນແທນຄຸນບັນດາທະຫານເສຍອົງຄະ, ຄອບຄົວທີ່ມີນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບ, ເອກະພາບແຫ່ງຊາດ; ເພື່ອຄວາມຜາສຸກຂອງປະຊາຊົນຕະຫຼອດໄປ.

ສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ພວກເຮົາ ຍິ່ງຈາລຶກ ແລະປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈິມິນ: “ທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ສະນັ້ນພວກເຮົາຕ້ອງຮູ້ບຸນຄຸນ, ຕ້ອງຮັກແພງ ແລະຊ່ວຍເຫຼືອເຂົາເຈົ້າ”.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດ. ພາບ: dantri.com.vn.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ນັບຖື ແລະຕີລາຄາສູງບັນດາການອຸທິດສ່ວນ, ການເສຍສະຫຼະຊີວິດອັນໃຫຍ່ຫຼວງຂອງປະຊາຊົນ, ນັກຮົບທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ. ນະໂຍບາຍພິເສດສຳລັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ຍາມໃດກໍ່ມີທີ່ຕັ້ງສຳຄັນແຖວໜ້າໃນລະບົບນະໂຍບາຍສັງຄົມ; ພ້ອມທັງເອົາໃຈໃສ່ເປັນສຳຄັນໃນການສຶກສາກ່ຽວກັບສະຕິ, ຄວາມຮັບຜິດຊອບ, ພັນທະຂອງພົນລະເມືອງ ແລະຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຂອງປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນຄົນຮຸ່ນໜຸ່ມຕໍ່ກັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.

ເຖິງວ່າໃນປີຜ່ານມາ, ສະພາບການເສດຖະກິດຂອງປະເທດຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ພັກ, ລັດ ຍາມໃດກໍ່ເອົາໃຈໃສ່, ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີ ແລະຍູ້ແຮງວຽກງານຕອບບຸນແທນຄຸນ; ຜັນຂະຫຍາຍການປະຕິບັດບັນດານະໂຍບາຍ, ລະບອບບຸລິມະສິດສຳລັບຜູ້ທີ່ມີຄຸນງາມຄວາມດີ. ວຽກງານຊອກຄົ້ນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ; ກໍ່ສ້າງ, ບູລະນະປະຕິສັງຂອນສຸສານໄດ້ຮັບຄວາມເອົາໃຈໃສ່ປະຕິບັດ. ຂະບວນການ “ຕອບບຸນແທນຄຸນ” ພັດທະນາຢ່າງເລິກເຊິ່ງກວ້າງຂວາງ ແລະບັນລຸປະສິດທິຜົນຢ່າງແທດຈິງ, ກາຍເປັນຄວາມງາມດ້ານວັດທະນະທຳ ແລະມີລັກສະນະມະນຸດສະທຳຢ່າງເລິກເຊິ່ງໃນຊີວິດສັງຄົມ.

ເຖິງຢ່າງໃດກໍ່ຕາມ, ຍັງມີຜູ້ທີ່ມີຄຸນງາມຄວາມດີພາກສ່ວນໜຶ່ງ ແລະຄອບຄົວຜູ້ທີ່ມີຄຸນງາມຄວາມດີປະສົບກັບຄວາມຫຍຸ້ງຍາກໃນຊີວິດການເປັນຢູ່ ຫຼື ບໍ່ທັນໄດ້ຮັບບັນດານະໂຍບາຍ, ລະບອບບຸລິມະສິດຈາກລັດ ຢ່າງຄົບຖ້ວນ. ບາງກໍລະນີຜູ້ທີ່ມີຄຸນງາມຄວາມດີບໍ່ທັນໄດ້ຮັບການແກ້ໄຂກ່ຽວກັບລະບອບ, ນະໂຍບາຍຢ່າງທັນການ;  ຍັງມີຫຼາຍອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດບໍ່ທັນໄດ້ທ້ອນໂຮມ...

ສະເຫຼີມສະຫຼອງ 71 ປີ ແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ແມ່ນໂອກາດເພື່ອໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບສືບຕໍ່ເສີມຂະຫຍາຍມູນເຊື້ອຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ”, ຍູ້ແຮງວຽກງານຕອບບຸນແທນຄຸນຜູ້ທີ່ມີຄຸນງາມຄວາມດີ ແລະຍາດຕິພີ່ນ້ອງຂອງຜູ້ທີ່ມິຄຸນງາມຄວາມດີ. ໃນຕະຫຼອດຊຸມມື້ຜ່ານມາ, ແຕ່ຂັ້ນສູນກາງລົງຮອດບັນດາທ້ອງຖິ່ນ, ກົມກອງໄດ້ຈັດຕັ້ງການຢ້ຽມຢາມຖາມຂ່າວ, ມອບຂອງຂວັນ, ໜູນຊ່ວຍຜູ້ທີ່ມີຄຸນງາມຄວາມດີ ແລະຍາດຕິພີ່ນ້ອງຂອງຜູ້ທີ່ມີຄຸນງາມຄວາມດີ, ອັນໄດ້ສ້າງຄວາມປະທັບໃຈອັນດີງາມທີ່ສຸດ.

ປະເທດຊາດມີຄວາມສັນຕິສຸກ, ວິລະກຳທຳອິດແມ່ນຂຶ້ນກັບບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ. ສະນັ້ນ, ໃນໄລຍະຈະມາເຖິງ, ທົ່ວລະບົບການເມືອງ ແລະທົ່ວສັງຄົມຄວນຕັດສິນໃຈສູງເພື່ອມີການກະທຳທີ່ດີກວ່າອີກ, ມີຫຼາຍການກະທຳຢ່າງລະອຽດ, ແທດຈິງໃນການເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີ ແລະຍາດຕິພີ່ນ້ອງຂອງຜູ້ທີ່ມີຄຸນງາມຄວາມດີ, ດ້ວຍຄວາມມານະພະຍາຍາມສູ້ຊົນຍົກສູງຄຸນນະພາບຊີວິດການເປັນຢູ່ຂອງຜູ້ທີ່ມີຄຸນງາມຄວາມດີໃຫ້ສູງກວ່າ. ກ່ອນອື່ນໝົດຄວນຍູ້ແຮງການໂຄສະນາເຜີຍແຜ່ ແລະປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ສຳລັບຜູ້ທີ່ມີຄຸນງາມຄວາມດີເປັນຢ່າງດີ; ສຸມໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງກ່ຽວກັບການປະຕິບັດນະໂຍບາຍສຳລັບຜູ້ທີ່ມີຄຸນງາມຄວາມດີ. ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີທັງແມ່ນຄວາມຮັບຜິດຊອບ, ທັງແມ່ນພາລະໜ້າທີ່ຂອງແຕ່ລະຄົນ ແລະທົ່ວສັງຄົມ.

ພ້ອມກັບການຍູ້ແຮງການເຄື່ອນໄຫວຂະບວນການ “ຕອບບຸນແທນຄຸນ” ດ້ວຍບັນດາການກະທຳຢ່າງລະອຽດ, ແທດຈິງ, ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງແຕ່ລະອົງການ, ກົມກອງ, ຄວນສ້າງເງື່ອນໄຂສະດວກເພື່ອໃຫ້ຜູ້ທີ່ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງຂອງຜູ້ທີ່ມີຄຸນງາມຄວາມດີເສີມຂະຫຍາຍມູນເຊື້ອ, ເຈດຈຳນົງກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງພັດທະນາການຜະລິດ, ປົວແປງຊີວິດການເປັນຢູ່ ແລະເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ຕັ້ງໜ້້າປະກອບສ່ວນກໍ່ສ້າງບ້ານເກີດເມືອງນອນ, ປະເທດດ້ວຍທິດນຳ: ລັດ, ປະຊາຊົນ ແລະຜູ້ໄດ້້ຮັບການຊົມໃຊ້ນະໂຍບາຍບຸລິມະສິດພ້ອມກັນສູ້ຊົນ, ມານະພະຍາຍາມບືນຕົວຂຶ້ນ.

ເກືອບ 74 ປີ ແຫ່ງການກໍ່ສ້າງ, ສູ້ຮົບ ແລະເຕີບໃຫຍ່ຂະຫຍາຍຕົວ, ກອງທັບປະຊາຊົນຫວຽດນາມ ໄດ້ມີການເສຍສະຫຼະ ແລະປະກອບສ່ວນອັນໃຫຍ່ຫຼວງຫຼາຍຢ່າງເຂົ້າໃນພາລະກິດປະຕິວັດຂອງພັກ, ຂອງຊາດ. ດ້ວຍທາດແທ້ອັນດີງາມ, ມູນເຊື້ອອັນສະຫງ່າລາສີ, ພະນັກງານ, ນັກຮົບທົ່ວກອງທັບຍາມໃດກໍ່ເປັນແບບຢ່າງນຳໜ້າໃນບັນດາຂະບວນການກະທຳປະຕິວັດ, ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີ, ຍາດຕິພີ່ນ້ອງຂອງຜູ້ທີ່ມີຄຸນງາມຄວາມດີຢ່າງມີປະສິດທິຜົນ.

ບັນດາຂະບວນການ “ຕອບບຸນແທນຄຸນ” ກໍ່ແມ່ນໂອກາດເພື່ອໃຫ້ທົ່ວກອງທັບເສີມຂະຫຍາຍທາດແທ້, ມູນເຊື້ອອັນດີງາມຂອງທະຫານລຸງໂຮ່-ທະຫານຂອງປະຊາຊົນ, ເພີ່ມທະວີຄວາມສາມັກຄີລະຫວ່າງກອງທັບ ແລະປະຊາຊົນ, ປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຕໍ່ກັບການນຳພາຂອງພັກ, ການຄຸ້ມຄອງ, ການບໍລິຫານຂອງລັດ. ການປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກໍ່ແມ່ນມາດຕະການກໍ່ສ້າງກອງທັບປະຊາຊົນປະຕິວັດ, ກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວຢ່າງມີປະສິດທິຜົນ, ປະຕິບັດສຳເລັດບັນດາໜ້າທີ່ການເມືອງຢ່າງມີໄຊ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ; ປົກປັກຮັກສາພັກ, ລັດ ແລະລະບອບສັງຄົມ; ປົກປັກຮັກສາຄວາມຜາສຸກຂອງປະຊາຊົນ.

ແປໂດຍ: ແສງເດືອນ