ຫວຽດນາມ ແລະການາດາ ສ້າງຕັ້ງການພົວພັນທາງການທູດໃນວັນທີ 21 ສິງຫາ 1973 ແລະຮອດເດືອນ ພະຈິກ 2017, ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Justin Trudeau ນາຍົກລັດຖະມົນຕີ ການາດາ. ຖະແຫຼງການຮ່ວມກ່ຽວກັບເລື່ອງ ຫວຽດນາມ ແລະການາດາ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານໄດ້ວາງອອກບັນດາຫຼັກການພື້ນຖານກຳນົດທິດໃຫ້ແກ່ການພົວພັນສອງປະເທດ, ບັນດາທິດທາງ ແລະມາດຕະການຊຸກຍູ້ການພົວພັນສຸມໃສ່ເຂົ້າໃນ 7 ຂົງເຂດຮ່ວມມືແມ່ນ: ການເມືອງ-ການທູດ, ການຄ້າ-ການລົງທຶນ, ການຮ່ວມມືພັດທະນາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວັດທະນະທຳ-ການສຶກສາ, ວິທະຍາສາດ-ເຕັກໂນໂລຢີ ແລະການພົບປະແລກປ່ຽນປະຊາຊົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະທ່ານ Justin Trudeau ນາຍົກລັດຖະມົນຕີ ການາດາ. ພາບ: ສຳນັກຂ່າວສານຫວຽດນາມ.

ກ່ຽວກັບການຮ່ວມມືດ້ານການຄ້າ-ການລົງທຶນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ການາດາ ໃນສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN). ໃນປີ 2017 ວົງເງິນການຄ້າສອງສົ້ນບັນລຸເກືອບ 5 ຕື້ໂດລາສະຫະລັດ. ການາດາ ຢືນອັນດັບ 14/112 ປະເທດ ແລະເຂດແຄວ້ນລົງທຶນເຂົ້າ ຫວຽດນາມ ດ້ວຍ 149 ໂຄງການທີ່ມີມູນຄ່າ 4,1 ຕື້ໂດລາສະຫະລັດ. ກ່ຽວກັບການໜູນຊ່ວຍພັດທະນາ (ODA), ໃນໄລຍະມໍ່ໆມານີ້, ການາດາ ປະກາດທຶນຊ່ວຍເຫຼືອ ODA ໃຫ້ໂຄງການພັດທະນາສະຫະກອນ ຢູ່ ຫວຽດນາມ, ໂຄງການຊ່ວຍໃຫ້ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ການຮ່ວມມືດ້ານການສຶກສາ-ບຳລຸງສ້າງລະຫວ່າງ ຫວຽດນາມ ແລະການາດາ ກໍ່ແມ່ນໜຶ່ງໃນບັນດາຂົງເຂດທີ່ມີຫຼາຍບາດກ້າວພັດທະນາຢ່າງແຮງ. ຈຳນວນນັກສຶກສາຫວຽດນາມ ໄປຮ່ຳຮຽນຢູ່ ການາດາ ໄດ້ເພີ່ມຂຶ້ນທົບສອງເທົ່າໃນ 10 ປີຜ່ານມາ.

ການພົວພັນຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງ ຫວຽດນາມ ແລະການາດາ ໄດ້ຮັບການຮັກສາໄວ້ຜ່ານການແລກປ່ຽນຄະນະທຸກຂັ້ນ, ການພົບປະຢູ່ນອກບັນດາເວທີປາໄສຫຼາຍຝ່າຍ, ຜ່ານການແລກປ່ຽນບົດຮຽນ ແລະຮ່ວມມືກ່ຽວກັບການບຳລຸງສ້າງພາສາອັງກິດ, ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ, ຊອກຫາກູ້ຊີບ-ກູ້ໄພເພື່ອມະນຸດສະທຳ, ຕ້ານ ແລະສະກັດກັ້ນອາດຊະຍາກຳ ແລະເຂົ້າມາຕັ້ງຖິ່ນຖານ.

ທີ່ບັນດາເວທີປາໄສສາກົນ ແລະພາກພື້ນ, ສອງຝ່າຍຕັ້ງໜ້າສົມທົບກັນໃນຫຼາຍຂົງເຂດ: ຄວາມໝັ້ນຄົງຢູ່ພາກພື້ນ, ການຄ້າສາກົນ, ສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ສອງປະເທດກໍ່ແມ່ນສະມາຊິກຂອງສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ກອງປະຊຸມສຸດຍອດ G7 ປີ 2018 ໄດ້ດຳເນີນໃນລະຫວ່າງວັນທີ 8 ຫາວັນທີ 9 ມິຖຸນາ ທີ່ Charlevoix, Quebec, ການາດາ ດ້ວຍການເຂົ້າຮ່ວມຂອງ 7 ປະເທດອຸດສາຫະກຳພັດທະນາ (ຍີ່ປຸ່ນ, ອາເມລິກາ, ອັງກິດ, ຝະລັ່ງ, ເຢຍລະມັນ, ການາດາ ແລະອິຕາລີ) ແລະສະຫະພາບເອີລົບ.

ໂຄງການດຳເນີນງານຂອງກອງປະຊຸມສຸດຍອດ G7 ປີນີ້ສຸມໃສ່ປຶກສາຫາລື: ການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະມອບສິດໃຫ້ຜູ້ຍິງ; ການປົກປັກຮັກສາມະຫາສະໝຸດ ແລະການພັດທະນາພະລັງງານສະອາດ; ການກໍ່ສ້າງໂລກແຫ່ງສັນຕິພາບ ແລະມີຄວາມປອດໄພກວ່າ. ດ້ວຍຖານະແມ່ນປະທານ G7, ການາດາ ໃຫ້ບູລິມະສິດສູງຕໍ່ຫົວຂໍ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະສິດຂອງແມ່ຍິງ.

ໃນຂະນະນັ້ນ, ກອງປະຊຸມສຸດຍອດ G7 ເປີດກວ້າງ ປີ 2018 ເຊິ່ງຈັດຕັ້ງໃນວັນທີ 9 ມິຖຸນາ ທີ່ Charlevoix, Quebec, ການາດາ ດ້ວຍການເຂົ້າຮ່ວມຂອງບັນດາປະເທດ G7, ສະຫະພາບເອີລົບ ແລະບັນດາແຂກຖືກເຊີນ.

ເລື່ອງ ການາດາ ເຊີນທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງປີນີ້ສະແດງໃຫ້ເຫັນບົດບາດ ແລະຖານະບົດບາດຂອງຫວຽດນາມ ບົນເວທີສາກົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ສິ່ງເປັນໜ້າສົນໃຈ, ບັນດາຫົວຂໍ້ ແລະເນື້ອໃນຂອງກອງປະຊຸມສອດຄ່ອງກັບຄວາມເອົາໃຈໃສ່ ແລະຜົນປະໂຫຍດຂອງ ຫວຽດນາມ ໂດຍພື້ນຖານ.

ການຢ້ຽມຢາມ ການາດາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ດຳເນີນໃນສະພາວະການທີ່ ຫວຽດນາມ ແລະການາດາ ກຳລັງມຸ່ງເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (21-8-1973 / 21-8-2018).

ພວກເຮົາເຊື່ອໝັ້ນວ່າ, ການຢ້ຽມຢາມ ການາດາ ແລະການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງໃນຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະປະສົມຜົນສຳເລັດຢ່າງຈົບງາມ, ຜ່ານນັ້ນຍົກສູງບົດບາດ ແລະຖານະບົດບາດຂອງຫວຽດນາມ, ພ້ອມທັງສືບຕໍ່ຮັກສາທ່າພັດທະນາການພົວພັນ ຫວຽດນາມ-ການາດາ ແລະເປີດອອກບັນດາໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດ.

 

ແປໂດຍ: ຮຸຍດົງ