ສົມເປັນກໍາລັງຫຼັກແຫຼ່ງ

ຕາມທ່ານ ໂດ໊ດຶກຢຸຍ ປະທານຄະນະກໍາມະການປະຊາຊົນແຂວງ ອຽນບ໋າຍ ແລ້ວ: ເພື່ອຊ່ວຍປະຊາຊົນຢູ່ບັນດາເຂດປະສົບນໍ້າແກ້ງມີການດໍາລົງຊີວິດເປັນປົກກະຕິຄືໃນປັດຈຸບັນ, ໄປຄຽງຄູ່ກັບແຫຼ່ງງົບປະມານຂອງຂັ້ນເທິງ, ການໜູນຊ່ວຍຄ່າໃຊ້ຈ່າຍຂອງຂັ້ນ, ຂະແໜງການຕ່າງໆນັ້ນໄດ້ມີການຄຽງບ່າຄຽງໄຫຼ່, ການຮ່ວມແຮງຮ່ວມໃຈຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 2 ນັບພັນຄົນໄດ້ອອກແຮງງານຊ່ວຍເຫຼືອອໍານາດການປົກຄອງ ແລະປະຊາຊົນຊອກຫາ, ກູ້ຊີບ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ.

leftcenterrightdel
ພະນັກງານ, ນັກຮົບ ກອງພົນ 316 (ທະຫານເຂດ 2) ຊ່ວຍປະຊາຊົນຢູ່ບ້ານ ຟິ່ນໂຮ່, ເມືອງ ໝູ່ກາງຈາຍ (ແຂວງອຽນບ໋າຍ) ຍ້າຍເຮືອນ ໄປຢູ່ບ່ອນສ້າງຖິ່ນຖານຄົງທີ່ໃໝ່. ພາບ: ຈຸແອງ

ຕາມຕົວເລກສະຖິຕິຂອງກົມກູ້ໄພ-ກູ້ຊີບ (ກົມໃຫຍ່ເສນາທິການ), ພຽງແຕ່ຄິດໄລ່ສະເພາະໃນປີ 2017, ທົ່ວປະເທດໄດ້ເກີດໄພທໍາມະຊາດ, ອຸບັດຕິເຫດກວ່າ 2.700 ເຫດການ,  ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອິນຊີ,  ຊັບສິນຂອງລັດ ແລະປະຊາຊົນ.  ກະຊວງປ້ອງກັນປະເທດ ໄດ້ຈັດສົ່ງພະນັກງານ, ນັກຮົບ, ທະຫານລາດປ້ອງກັນຕົວ ແລະພາຫະນະຕ່າງໆ ເຂົ້າຮ່ວມວຽກງານຮັບມືກັບໄພພິບັດທໍາມະຊາດ ແລະຊອກຫາກູ້ໄພກູ້ຊີບ. ໝາກຜົນ: ໄດ້ແກ້ໄຂ 2.120 ເຫດການ, ກູ້ໄພໄດ້ເກືອບ 5.440 ຄົນ ແລະພາຫະນະເກືອບ 360 ປະເພດ. ອົງການກ່ຽວຂ້ອງຍັງເປັນເສນາທິການໃຫ້ກະຊວງປ້ອງກັນປະເທດ ຊີ້ນໍາບັນດາກໍາລັງ: ທະຫານຊາຍແດນ, ຕໍາຫຼວດທະເລ, ທະຫານເຮືອ ໄດ້ຮຽກຮ້ອງ,  ແນະນໍາໃຫ້ບັນດາພາຫະນະຮູ້ໄດ້ທິດພັດຂອງພາຍຸ,  ຄວາມກົດດັນອາກາດຕໍ່າເພື່ອຫຼີກລ້ຽງ, ເຂົ້າຊົ້ນຢູ່ບ່ອນທີ່ມີຄວາມປອດໄພ, ປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍກ່ຽວກັບຊີວິດອິນຊີ ແລະຊັບສິນຍ້ອນໄພທໍາມະຊາດກໍ່ຂຶ້ນ.

ເພື່ອຊ່ວຍເຫຼືອປະຊາຊົນຜ່ານຜ່າບັນດາຄວາມຫຍຸ້ງຍາກ, ເຮັດໃຫ້ການດໍາລົງຊີວິດເປັນປົກກະຕິໂດຍໄວ, ປີ 2017, ທົ່ວກອງທັບໄດ້ໜູນຊ່່ວຍປະຊາຊົນອາຫານແຫ້ງ 59 ໂຕນ, ເຂົ້າສານເກືອບ 162 ໂຕນ, ສິນຄ້າ 82,6 ໂຕນ... ດ້ວຍມູນຄ່ານັບເປັນສິບຕື້ດົ່ງ.

ຖືການກູ້ໄພກູ້ຊີບ ແມ່ນໜ້າທີ່ຈຸດສຸມ

ທີ່ກອງປະຊຸມການເມືອງການທະຫານທົ່ວກອງທັບ 2017 ຜັນຂະຫຍາຍໜ້າທີ່ປີ 2018, ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຊີ້ນໍາ: “ວຽກງານປ້ອງກັນ ແລະຕ້ານໄພທໍາມະຊາດ, ຊອກຫາກູ້ໄພກູ້ຊີບສືບຕໍ່ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງກອງທັບໃນປີ 2018. ສະນັ້ນ, ທົ່ວກອງທັບຕ້ອງສືບຕໍ່ກວດກາຄືນບັນດາວິທີການ, ການປະຕິບັດທິດນໍາ “4 ຢູ່ກັບທີ່” ຢ່າງມີປະສິດທິຜົນໃຫ້ສົມກັບບົດບາດຫຼັກແຫຼ່ງ ແລະແມ່ນບ່ອນອີງໜັກແໜ້ນຂອງຄະນະພັກ, ອໍານາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນໃນຍາມເກີດໄພທໍາມະຊາດ, ໄພອັນຕະລາຍ...”.

leftcenterrightdel
ທະຫານຊ່ວຍປະຊາຊົນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ. ພາບ: vnexpress.

ໂດຍຜັນຂະຫຍາຍການຊີ້ນໍາຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາອົງການ, ກົມກອງໄດ້ຮັກສາການປະຕິບັດລະບອບເວນຍາມກູ້ໄພກູ້ຊີບຢ່າງເຂັ້ມງວດ, ຍາມໃດກໍ່ກໍາແໜ້ນສະພາບການ, ປະສານປະສົມຢ່າງແໜ້ນແຟ້ນກັບຄະນະພັກ, ອໍານາດການປົກຄອງທ້ອງຖິ່ນ, ເປັນເສນາທິການ, ສະເໜີແນະບັນດາແຜນການ, ວິທີການໃນການແກ້ໄຂບັນດາກໍລະນີ, ຮັບປະກັນປະສິດທິຜົນ, ໃກ້ຊິດຕິດແທດກັບຈຸດພິເສດ, ເງື່ອນໄຂຂອງບັນດາເຂດ, ພາກ... ບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ກໍ່ຍູ້ແຮງການເຄື່ອນໄຫວໂຄສະນາ, ຊ່ວຍຍົກສູງຄວາມຮູ້ຂອງປະຊາຊົນໃນການເຄື່ອນໄຫວປ້ອງກັນ, ຫຼີກລ້ຽງ ແລະຮັບມືກັບໄພທໍາມະຊາດ ແລະຊອກຫາກູ້ໄພກູ້ຊີບມຸ່ງໄປເຖິງເປົ້າໝາຍ ຖືເອົາການປ້ອງກັນເປັນຕົ້ນຕໍແນໃສ່ຫຼຸດຜ່ອນຄວາມເສຍຫາຍຈາກໄພທໍາມະຊາດ, ໄພອັນຕະລາຍທີ່ຫາກໍ່ເກີດຂຶ້ນໃນທັນທີ.

 

ແປໂຍ: ທູຈາງ