ປະທານ ໂຮ່ຈິມິນ ໄດ້ອຸທິດຕະຫຼອດຊີວິດໃຫ້ແກ່ອຸດົມຄະຕິປະຕິວັດ, ອຸດົມຄະຕິປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ; ເປັນສັນຍາລັກແຫ່ງຄວາມສາມັກຄີທົ່ວພັກ, ທົ່ວປວງຊົນທັງຊາດ, ສາມັກຄີສາກົນ; ເປັນສັນຍາລັກໃຫ້ເຈດຈໍານົງການປະຕິວັດທີ່ອົງອາດກ້າຫານ, ມີນ້ຳໃຈຮັກຊາດ, ຮັກປະຊາຊົນ.

ສໍາລັບປະຊາຊົນຫວຽດນາມ, ປະທານໂຮ່ຈິມິນ ເປັນສັນຍາລັກແຫ່ງຄວາມເຊື່ອໝັ້ນຕ້ອງມີໄຊຢ່າງແນ່ນອນຂອງການຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະຄວາມຮຸ່ງເຮືອງສິວິໄລຂອງປະຊາຊົນ. ກັບເພື່ອນມິດສາກົນ, ເພິ່ນເປັນສັນຍາລັກແຫ່ງຄວາມໃຝ່ຝັນຂອງສັນຕິພາບ, ຕໍ່ສູ້ຕ້ານການກົດຂີ່, ຄວາມອະຍຸຕິທຳ. ປະທານ ໂຮ່ຈິມິນ ໄດ້ຮັບການເຊີດຊູແມ່ນ “ນັກວິລະຊົນປົດປ່ອຍຊາດ ແລະນັກວັດທະນະທຳດີເດັ່ນຂອງຫວຽດນາມ ຈາກອົງການຈັດຕັ້ງການສຶກສາ, ວິທະຍາສາດ ແລະວັດທະນະທໍາສະຫະປະຊາຊາດ (UNESCO).

leftcenterrightdel
ລຸງໂຮ່ໃນວັນບຸນປະເທດຊາດ. ພາບ: ມີງເຈື່ອງ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານ ໂຮ່ຈິມິນ ເຊິ່ງກົງກັບໂອກາດທີ່ຄະນະເລຂາທິການສູນກາງພັກ ຈັດຕັ້ງກອງປະຊຸມປະເມີນຜົນ 2 ປີແຫ່ງການປະຕິບັດຄໍາສັ່ງເລກທີ 05-CT/TW ຂອງກົມການເມືອງກ່ຽວກັບ “ການຍູ້ແຮງຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານ ໂຮ່ຈິມິນ”;  ຕິດພັນກັບການປະຕິບັດມະຕິສູນກາງພັກຄັ້ງ 4, ຊຸດທີ XII ກ່ຽວກັບການກໍ່ສ້າງ, ປັບປຸງພັກ;  ສະເຫຼີມສະຫຼອງ 70 ປີແຫ່ງວັນປະທານໂຮ່ຈິມິນ ອອກຄໍາຮຽກຮ້ອງແຂ່ງຂັນຮັກຊາດ (11-6-1948/ 11-6-2018).

ພະນັກງານ, ສະມາຊິກພັກແຕ່ລະຄົນຄວນຊາບຊຶມ, ປະຕິບັດຫົວເລື່ອງສະເພາະຂອງປີ 2018 ເປັນຢ່າງດີ: “ສ້າງແບບແຜນການດໍາລົງຊີວິດ, ແບບແຜນການປະຕິບັດງານຂອງຜູ້ເປັນການນໍາ, ຂອງພະນັກງານ, ສະມາຊິກພັກໃນການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈິມິນ”, ຖືນີ້ແມ່ນໜຶ່ງໃນບັນດາເນື້ອໃນສໍາຄັນຂອງວຽກງານກໍ່ສ້າງ, ປັບປຸງພັກ.

ຄໍາຮຽກຮ້ອງແຂ່ງຂັນຮັກຊາດ ພ້ອມກັບບົດໂອ້ລົມ, ບົດຂຽນຂອງປະທານ ໂຮ່ຈິມິນ ຫຼາຍບົດນັ້ນ, ແມ່ນບັນດາທັດສະນະຊີ້ນໍາ, ກໍານົດທິດໃຫ້ຂະບວນການແຂ່ງຂັນຮັກຊາດໃນຕະຫຼອດ 70 ປີຜ່ານມາ; ແມ່ນພື້ນຖານເພື່ອໃຫ້ພັກ, ລັດເພີ່ມເຕີມ, ສ້າງແນວທາງ, ແຜນນະໂຍບາຍກ່ຽວກັບການແຂ່ງຂັນຮັກຊາດ, ກ່ຽວກັບວຽກງານການແຂ່ງຂັນ-ຍ້ອງຍໍ ໃຫ້ສົມບູນແບບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນແຕ່ລະໄລຍະຂອງການປະຕິວັດ. ບໍ່ພຽງແຕ່ລິເລີ່ມ, ປຸກລະດົມການສຶກສາອົບຮົມ, ໂຄສະນາ, ຂົນຂວາຍການແຂ່ງຂັນຮັກຊາດເທົ່ານັ້ນ ປະທານ ໂຮ່ຈິມິນ ຍັງໄດ້ຊີ້ແຈ້ງວ່າ: “ວິທີເຮັດແມ່ນອີງໃສ່: ກໍາລັງຂອງປະຊາຊົນ. ຈິດໃຈຂອງປະຊາຊົນ, ເພື່ອສ້າງ: ຄວາມຜາສຸກໃຫ້ແກ່ປະຊາຊົນ”.

ປະຈຸບັນ, ໃນພາລະກິດແຫ່ງການປ່ຽນແປງໃໝ່ປະເທດຊາດ ແລະເຊື່ອມໂຍງເຂົ້າກັບສາກົນ, ຄໍາຮຽກຮ້ອງແຂ່ງຂັນຮັກຊາດຂອງປະທານ ໂຮ່ຈິມິນ ຍັງມີຄວາມໝາຍປະຫວັດສາດ, ມີຄຸນຄ່າທາງດ້ານທິດສະດີ ແລະພຶດຕິກໍາຕົວຈິງ ຢ່າງເລິກເຊິ່ງເໝືອນເດີມ. ບັນຍາກາດ, ຈິດໃຈ ແລະປະສິດທິຜົນຂອງການແຂ່ງຂັນຍັງເປັນສັນຍາລັກໃນບັນດາການເຄື່ອນໄຫວຂອງຊີວິດການເປັນຢູ່ໃນສັງຄົມ, ໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຢ່າງແທ້ຈິງ. ພວກເຮົາຄວນສືບຕໍ່ປ່ຽນແປງໃໝ່ວຽກງານການແຂ່ງຂັນ-ຍ້ອງຍໍ; ຊາບຊຶມ, ໝູນໃຊ້ແນວຄິດ ໂຮ່ຈິມິນ ຢ່າງມີຫົວຄິດປະດິດສ້າງກ່ຽວກັບການແຂ່ງຂັນຮັກຊາດເຂົ້າໃນການປະຕິວັດຕົວຈິງຢູ່ຫວຽດນາມ.

ກອງທັບເຮົາໂດຍພັກກອມມູນິດຫວຽດນາມ ແລະປະທານ ໂຮ່ຈິມິນ ສ້າງຕັ້ງ, ການນໍາພາ, ການສຶກສາອົບຮົມ ແລະຝຶກຝົນຫຼໍ່ ຫຼອມ, ຍາມໃດກໍ່ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ພ້ອມແລ້ວທີ່ຈະຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກ, ເສຍສະຫຼະຊີວິດ, ຮັບ ແລະປະຕິບັດສຳເລັດໜ້າທີ່ເປັນຢ່າງດີ; ຍາມໃດກໍ່ເປັນແບບຢ່າງ, ນໍາໜ້າໃນບັນດາຂະບວນການແຂ່ງຂັນ, ບັນດາ ການຂົນຂວາຍໂດຍພັກ, ລັດ, ແນວໂຮມປະເທດຊາດຫວຽດນາມ ແລະບັນດາຂະແໜງການ, ທ້ອງຖິ່ນປຸກລະດົມ. ປະຕິບັດຄໍາສັ່ງເລກທີ 05-CT/TW ຂອງກົມການເມືອງ,  ຄໍາສັ່ງເລກທີ 87 ຂອງຄະນະປະຈໍາຄະນະພັກການທະຫານສູນກາງກ່ຽວກັບການຍູ້ແຮງຮ່ຳຮຽນ ແລະປະຕິບັດຕາມແບບຢ່າງຂອງລຸງໂຮ່, ທົ່ວກອງທັບອອກແຮງສູ້ຊົນ, ສາມັກຄີ; ຍູ້ແຮງການຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມກັບນາມມະຍົດທະຫານລຸງໂຮ່” ແລະຂະບວນການແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະກ້າວຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກກອງທັບຄັ້ງທີ X,  ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ຢ່າງມີໄຊ.

 

ແປໂດຍ: ເຈິ່ນຮວ່ຽນ