ທີ່ກອງປະຊຸມ, ສູນກາງກໍ່ໄດ້ປະກອບຄໍາເຫັນໃສ່ບົດລາຍງານສຳຫຼວດກວດຄືນການຊີ້ນໍາ, ນໍາພາຂອງກົມການເມືອງ, ຄະນະເລຂາປີ 2017; ດໍາເນີນການບູລະນະ ແລະເລືອກຕັ້ງບຸກຄະລາກອນຂັ້ນສູງເພີ່ມເຕີມ; ພິຈາລະນາ, ຕັດສິນການປະຕິບັດວິໄນພັກ...

ບັນດາບັນຫາ, ເນື້ອໃນຂອງກອງປະຊຸມສູນກາງພັກຄັ້ງທີ 7 ແມ່ນສໍາຄັນທີ່ສຸດ, ຈໍາເປັນ, ກ່ຽວຂ້ອງໂດຍກົງເຖິງວຽກງານກໍ່ສ້າງ, ປັບປຸງພັກ; ສ້າງຖັນແຖວພະນັກງານ, ສ້າງລະບົບການເມືອງ, ເບິ່ງແຍງດູແລຊີວິດການເປັນຢູ່ຂອງພະນັກງານ, ພາລະກອນ, ລັດຖະກອນ, ກຳລັງປະກອບອາວຸດ ແລະຜູ້ອອກແຮງງານ ແລະຮັບປະກັນຊີວິດສັງຄົມ...

leftcenterrightdel
ບັນຍາກາດທີ່ວາລະອັດກອງປະຊຸມສູນກາງພັກຄັ້ງທີ 7, ຊຸດທີ XII. ພາບ: ສໍານັກຂ່າວສານຫວຽດນາມ.

ນັ້ນກໍ່ແມ່ນບັນດາບັນຫາໄດ້ປຶກສາຫາລື, ຕົກລົງບົນພື້ນຖານສືບທອດ, ສືບຕໍ່ບັນດາຜົນງານ, ບົດຮຽນນໍາພາກ່ອນໜ້ານັ້ນຂອງພັກ; ສະແດງໃຫ້ເຫັນເຈດຈໍານົງ, ຄວາມຕັດສິນໃຈສູງຂອງພັກຜ່ານບັນດາກອງປະຊຸມໃຫຍ່ ແລະບັນດາກອງປະຊຸມສູນກາງ, ເພື່ອແນໃສ່ປັບປຸງວິທີການນໍາພາໃຫ້ສົມບູນແບບ, ເພີ່ມທະວີການກໍ່ສ້າງ, ປັບປຸງພັກ ແລະຢືນຢັນບົດບາດ, ປະສິດທິຜົນການນໍາພາສັງຄົມໃນເງື່ອນໄຂໃໝ່ຢ່າງບໍ່ຢຸດຢັ້ງ.

ທີ່ກອງປະຊຸມ, ວຽກງານພະນັກງານ ແລະສ້າງຖັນແຖວພະນັກງານທຸກຂັ້ນ, ພິເສດແມ່ນຂັ້ນຍຸດທະສາດມີກຳລັງຄວາມສາມາດຢ່າງພຽງພໍ, ມີຈັນຍາບັນ ແລະມີອິດທິພົນຊື່ສຽງ, ໂດຍສູນກາງສຸມໃສ່ປຶກສາຫາລື, ພິຈາລະນາ ແລະຕັດສິນໃຈບົນພື້ນຖານສະຫຼຸບ 20 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 3, ຊຸດທີ VIII ກ່ຽວກັບ “ຍຸດທະສາດພະນັກງານສະໄໝຍູ້ແຮງການຫັນປະເທດເປັນອຸດສາຫະກໍາ ແລະທັນສະໄໝ”. ສູນກາງຊີ້ແຈ້ງຢ່າງກົງໄປກົງມາບັນດາຈຸດອ່ອນດ້ອຍ, ຂໍ້ຄົງຄ້າງໃນວຽກງານພະນັກງານໃນໄລຍະຜ່ານມາ; ພ້ອມທັງກໍານົດ, ຈໍາເປັນຕ້ອງປັບປຸງຢ່າງວ່ອງໄວ.

ເມື່ອເບິ່ງກົງໄປກັບຄວາມຈິງ, ຊີ້ແຈ້ງບັນດາຂໍ້ຄົງຄ້າງ, ອ່ອນດ້ອຍ, ຂໍ້ຄົງຄ້າງແກ່ຍາວໃນວຽກງານພະນັກງານ, ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນວ່າຄຸນນະທາດ, ທ່າທີ ແລະຄວາມຕັດສິນໃຈສູງຂອງພັກໃນການຮັບຮູ້, ຕໍ່ສູ້ກັບໄພຫຍໍ້ທໍ້, ຜ່ານນັ້ນຢືນຢັນໄດ້ຄຸນນະທາດຂອງພັກເຮົາ.

ຫາງສຽງເຊື່ອໝັ້ນວ່າ, ພາຍຫຼັງກອງປະຊຸມສູນກາງພັກຄັ້ງທີ 7, ຊຸດທີ XII, ພັກເຮົາຈະມີຍຸດທະສາດພະນັກງານໃນສະໄໝໃໝ່; ພ້ອມທັງລະບົບກົດໝາຍຈະໄດ້ຮັບການປັບປຸງຢ່າງໝັ້ນຄົງເຂັ້ມແຂງກວ່າ, ສົມບູນກວ່າ.

leftcenterrightdel
ບັນດາຜູ້ແທນເຫັນດີເປັນເອກະພາບກັບບັນດາເນື້ອໃນທີ່ວາລະອັດກອງປະຊຸມສູນກາງພັກຄັ້ງທີ 7, ຊຸດທີ XII. ພາບ: ສໍານັກຂ່າວສານຫວຽດນາມ.

ປະຕິບັດວຽກງານພະນັກງານໃຫ້ເປັນຢ່າງດີ, ຍົກສູງຄຸນນະພາບຖັນແຖວພະນັກງານຍັງແມ່ນຄວາມຮຽກຮ້ອງຕ້ອງການ ແລະແມ່ນປະຖົມປັດໄຈສໍາຄັນເພື່ອປະຕິບັດກົງຈັກການຈັດຕັ້ງໃຫ້ກະທັດຮັດ, ຫຼຸດພະນັກງານ; ປະຕິຮູບນະໂຍບາຍເງິນເດືອນ, ນະໂຍບາຍປະກັນສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຍົກສູງສະມັດຕະພາບການອອກແຮງງານ ແລະປະສິດທິພາບ, ປະສິດທິຜົນການເຄື່ອນໄຫວຂອງກົງຈັກການຈັດຕັ້ງສິດຂອງພົນລະເມືອງ...

ຕາມນັ້ນແລ້ວ, ຄະນະພັກ, ອົງການຈັດຕັ້ງພັກແຕ່ລະຂັ້ນຕ້ອງຊາບຊຶມ, ຜັນຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 7, ຊຸດທີ XII ຢ່າງມີປະສິດທິຜົນ, ສ້າງກໍາລັງໜູນ ແລະຫັນປ່ຽນຢ່າງແຮງ, ດ້ວຍບັນຍາກາດໃໝ່, ພະລັງແຮງໃໝ່; ປັບປຸງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນຕໍ່ພັກ, ລັດ ແລະພາລະກິດປ່ຽນແປງໃໝ່, ນໍາປະເທດຊາດພັດທະນາຢ່າງວ່ອງໄວ ແລະໝັ້ນຄົງ.

ພາຍໃຕ້ການນໍາພາຂອງພັກ, ເປັນປະຈໍາ, ໂດຍກົງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ; ຄວາມເອົາໃຈໃສ່ຂອງຜູ້ນໍາ, ຜູ້ບັນຊາການທຸກຂັ້ນ; ການສົມທົບ, ຊ່ວຍເຫຼືອກັນຂອງບັນດາອົງການທີ່ກ່ຽວຂ້ອງພາຍໃນ ແລະນອກກອງທັບ, ຂະແໜງພະນັກງານກອງທັບໄດ້ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ປະຕິບັດພາລະບົດບາດ, ໜ້າທີ່ຄົ້ນຄວ້າ, ເປັນເສນາທິການ, ແນະນໍາ, ຈັດຕັ້ງປະຕິບັດວຽກງານພະນັກງານເປັນຢ່າງດີ...

ຊາບຊຶມມະຕິກອງປະຊຸມສູນກາງພັກຄັ້ງທີ 7, ທົ່ວກອງທັບໄດ້ເຫັນດີເປັນເອກະພາບຕໍ່ເຈດຈໍານົງ ແລະການກະທໍາ, ກໍານົດການສ້າງຖັນແຖວພະນັກງານໃນກອງທັບໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງແມ່ນຄວາມຮັບຜິດຊອບດ້ານການເມືອງຂອງອົງການຈັດຕັ້ງ ແລະພະນັກງານ, ສະມາຊິກພັກທຸກຄົນ, ກ່ອນອື່ນໝົດແມ່ນຂອງຄະນະພັກ, ຜູ້ບັນຊາການ, ຫົວໜ້າການເມືອງ ແລະຂອງຖັນແຖວປະຕິບັດວຽກງານພະນັກງານ... ຕອບສະໜອງຄວາມຮຽກຮ້ອງຕ້ອງການກໍ່ສ້າງກອງທັບປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່ຢ່າງໝັ້ນຄົງ.

 

ແປໂດຍ: ຫງວຽນກຸກ