ເພື່ອຍາດໄດ້ໄຊຊະນະອັນສະຫງ່າງາມ, ຍາດໄດ້ເອກະລາດ, ເສລີພາບໃຫ້ປະເທດຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ທົ່ວປວງຊົນທັງຊາດໄດ້ມານະອົດທົນຕໍ່ສູ້, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກຳ, ເສຍສະຫຼະຊີວິດບໍ່ຈັກວ່າເທົ່າໃດໃນຕະຫຼອດ 30 ປີ, ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ພິເສດ, ແຕ່ຕົ້ນເດືອນມິນາ 1975, ພາຍໃຕ້ການນຳພາຂອງພັກ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ດຳເນີນບັ້ນບຸກໂຈມຕີ ແລະການລຸກຮື້ຂຶ້ນຄັ້ງໃຫຍ່ໃນທົ່ວພາກໃຕ້, ປະຕິບັດບັນດາບັ້ນຮົບສຳຄັນຢ່າງຕໍ່ເນື່ອງ, ມີລັກສະນະຕັດສິນ ຄື: ໄຕງວຽນ, ເຫວ້-ດ່ານັ້ງ ແລະບັ້ນຮົບ ໂຮ່ຈິມິນ ປະຫວັດສາດ. ໃນ 55 ວັນ ແລະຄືນບັ້ນບຸກໂຈມຕີ ແລະລຸກຮື້ຂຶ້ນ, ດ້ວຍຄວາມໄວ “ມື້ໜຶ່ງເທົ່າກັບຊາວປີ”, ດ້ວຍກຳລັງແຮງນັບທັງດ້ານການທະຫານ, ການເມືອງ, ກອງທັບ ແລະປະຊາຊົນຫວຽດນາມ ໄດ້ທັບມ້າງກົງຈັກການທະຫານໃຫຍ່ໂຕ ແລະທັນສະໄໝທັງໝົດຂອງອຳນາດການປົກຄອງຂອງພວກລູກແຫຼ້ງຕີນມື, ດ້ວຍທະຫານມີເຖິງ 1,1 ລ້ານຄົນ, ໃນນັ້ນມີ 4 ກອງພົນໃຫຍ່, 6 ກອງພົນທະຫານອາກາດ ແລະຫຼາຍສິບກອງພັນໃຫຍ່, ກອງພົນນ້ອຍທະຫານຊ່າງແສງ, ທະຫານເຮືອ ຂອງພວກທະຫານຫຸ່ນ...

leftcenterrightdel
ກົມການເມືອງ ແລະຄະນະພັກການທະຫານສູນກາງປະຊຸມເພື່ອຕັດສິນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ພາບເອກະສານ.

ໄຊຊະນະ 30 ເມສາ ແມ່ນໝາກຜົນຂອງການເສີມຂະຫຍາຍກຳລັງແຮງສັງລວມດ້ວຍກຸ່ມກ້ອນມະຫາສາມັກຄີ, ທົ່ວປວງຊົນສາມັກຄີກັບກຳລັງແຮງຍຸກສະໄໝ, ພາຍໃຕ້ການນຳພາຢ່າງຖືກຕ້ອງ, ສະຫຼາດສ່ອງໃສຂອງພັກ. ໄຊຊະນະຍັງເລີ່ມຕົ້ນມາຈາກມູນເຊື້ອຮັກຊາດ, ຈາກນ້ຳໃຈມຸ່ງມາດປາດຖະໜາຫາເອກະລາດ, ເສລີພາບ, ສັນຕິພາບ, ທ້ອນໂຮມປະເທດຊາດເປັນເອກະພາບຂອງປວງຊົນທັງຊາດຫວຽດນາມ ແລະການສະໜັບສະໜູນອັນລ້ຳຄ່າຂອງສະຫາຍ, ໝູ່ເພື່ອນ, ປະຊາຊົນກ້າວໜ້າໃນທົ່ວໂລກ, ດ້ວຍເຫດນັ້ນ, ໄຊຊະນະ 30 ເມສາ ແມ່ນໃຫຍ່ຫຼວງທີ່ສຸດ, ທັງມີຄວາມໝາຍປະຫວັດສາດ, ທັງມີລັກສະນະຍຸກສະໄໝ; ສະແດງໃຫ້ເຫັນຈັນຍາບັນ, ເຈດຈຳນົງຂອງ ຊາວຫວຽດນາມ, ຮູ້ຈັກສືບທອດ, ເສີມຂະຫຍາຍມູນເຊື້ອສ້າງສາ ແລະປົກປັກຮັກສາຂອງລຸ້ນພໍ່ລຸ້ນອ້າຍ, ບໍ່ຍອມຈຳນົນຕໍ່ໜ້າພວກສັດຕູຜູ້ຮຸກຮານ.

ໄຊຊະນະ 30 ເມສາ ໄດ້ສ້າງໃຫ້ຊາດຫວຽດນາມ ກ່ຽວກັບພື້ນຖານສັນຕິພາບ, ເອກະລາດ, ເອກະພາບຢ່າງໝັ້ນຄົງເຂັ້ມແຂງເພື່ອທົ່ວປະເທດກ້າວຂຶ້ນກໍ່ສ້າງລັດທິສັງຄົມນິຍົມ, ປະຕິບັດພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດປະສົບຜົນສຳເລັດ. ຂອບຂະໜາດປະຫວັດສາດ ແລະບັນດາບົດຮຽນຈາກໄຊຊະນະ 30 ເມສາ ກຳລັງ ແລະໄດ້ແມ່ນກຳລັງໜູນອາລົມຈິດອັນໃຫຍ່ຫຼວງ, ລະດົມກຳລັງໃຈທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບຫວຽດນາມ ສືບຕໍ່ໝູນໃຊ້ເຂົ້າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ.

leftcenterrightdel
ກອງບັນຊາການບັ້ນຮົບ ໂຮ່ຈິມິນ ປະຊຸມຊີ້ນຳການສູ້ຮົບ. ພາບເອກະສານ.

ໂດຍສືບທອດບັນດາຜົນງານອັນໃຫຍ່ຫຼວງຂອງການປະຕິວັດ, ຂອງໄຊຊະນະ 30 ເມສາ ເຊິ່ງບັນດາລຸ້ນພໍ່ລຸ້ນອ້າຍໄດ້ອອກກຳລັງເຫື່ອແຮງ, ສະຕິປັນຍາ, ເລື້ອດເນື້ອເຊື້ອໄຂ ຈຶ່ງຍາດມາໄດ້, ປັດຈຸບັນ, ໜ້າທ່ີຈຸດສຸມຂອງທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ ແມ່ນຄວນຕັ້ງໜ້າພັດທະນາເສດຖະກິດ-ສັງຄົມ, ປັບປຸງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຍົກສູງຖານະບົດບາດຂອງປະເທດຊາດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ຈາກບົດຮຽນໄຊຊະນະ 30 ເມສາ ຊີ້ໃຫ້ເຫັນວ່າ, ເພື່ອປະຕິບັດໄດ້ໜ້າທີ່ດັ່ງກ່າວ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍກຳລັງແຮງພາຍໃນແມ່ນມູນເຊື້ອຮັກຊາດ, ລັດທິວິລະຊົນປະຕິວັດ, ນ້ຳໃຈສາມັກຄີຂອງທົ່ວປວງຊົນທັງຊາດ. ເພີ່ມທະວີຄວາມສາມັກຄີເອກະພາບພາຍໃນພັກ, ໃນໝູ່ປະຊາຊົນບົນພື້ນຖານເປົ້າໝາຍ, ໜ້າທີ່ຂອງການປະຕິວັດ; ສຸມໃສ່ຈັດຕັ້ງການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະບັນດາມະຕິສູນກາງ 4 (ຊຸດທີ XI ແລະ XII), ຕິດພັນກັບການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງກ່ຽວກັບການຮ່ຳຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈິມິນ ໄດ້ຢ່າງມີໄຊ. ຍົກສູງຄວາມສາມາດນຳພາ ແລະກຳລັງແຮງສູ້ຮົບຂອງພັກ; ປະສິດທິຜົນການຈັດຕັ້ງ, ຄຸ້ມຄອງ, ບໍລິຫານຂອງລັດ, ບົດບາດຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະປະຊາຊົນທຸກຊັ້ນວັນນະ. ເດັດດ່ຽວຕໍ່ສູ້ກັບປະກົດການອາດຍາສິດ, ສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ໄພສັງຄົມ... ເປັນເຈົ້າການຕໍ່ສູ້ເຮັດໃຫ້ກົນອຸບາຍ, ເລ່ລ່ຽມ, ການເຄື່່ອນໄຫວ “ຜັນແປໂດຍສັນຕິ” ເສກສັນປັ້ນແຕ່ງ, ປະຕິເສດບັນດາຜົນງານຂອງການປະຕິວັດ, ມ້າງເພທຳລາຍພັກ, ລັດຫວຽດນາມ ຂອງພວກສັດຕູຖືກປະລາໄຊ, ປົກປັກຮັກສາຄວາມໝັ້ນຄົງ ແລະພັດທະນາປະເທດຊາດໃນສະພາບທີ່ເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງກ້ວາງຂວາງ.

ກອງທັບປະຊາຊົນຫວຽດນາມ ກຳເນີດມາຈາກປະຊາຊົນ, ເພື່ອປະຊາຊົນຈຶ່ງມີການຕໍ່ສູ້, ໄດ້ປະຕິບັດສຳເລັດບົດບາດແມ່ນກຳລັງແກ່ນສານສ້າງໄຊຊະນະ 30 ເມສາ 1975. ປະຈຸບັນ, ກອງທັບປະຊາຊົນຫວຽດນາມ ສືບຕໍ່ໄດ້ຮັບການກໍໍ່ສ້າງຕາມທິດປະຕິວັດ, ເປັນກອງທັບຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ໃນນັ້ນ, ມີບາງກຳລັງກ້າວຂຶ້ນສູ່ຄວາມເປັນທັນສະໄໝ. ໂດຍເລີ່ມມາຈາກມູນເຊື້ອວິລະຊົນ, ວິລະກຳອັນສະຫງ່າຜ່າເຜີຍ, ພ້ອມທັງບັນດາບົດຮຽນອັນລ້ຳຄ່າທີ່ຖອດຖອນມາໄດ້ໃນວິວັດການກໍ່ສ້າງ, ຕໍ່ສູ້, ເຕີບໃຫຍ່ຂະຫຍາຍຕົວ, ເສີມຂະຫຍາຍຄວາມໝາຍ, ບົດຮຽນປະຫວັດສາດຂອງໄຊຊະນະ 30 ເມສາ, ກອງທັບປະຊາຊົນຫວຽດນາມ ສືບຕໍ່ຢັ້ງຢືນເຖິງຄຸນນະທາດ ແລະກຳລັງແຮງຂອງຕົນໃນໜ້າທີ່ກຽມພ້ອມສູ້ຮົບ ແລະສູ້ຮົບ, ພ້ອມກັບທົ່ວພັກ, ທົ່ວປວງຊົນປົກປັກຮັກສາປະເທດຊາດ ຫວຽດນາມ ສັງຄົມນິຍົມ, ດ້ວຍຄຸນນະທາດ, ມູນເຊື້ອທະຫານລຸງໂຮ່, ພະນັກງານ, ນັກຮົບທົ່ວກອງທັບຍາມໃດກໍ່ສາມັກຄີກັນ, ສະໜິດຕິດພັນກັບປະຊາຊົນ, ຊ່ວຍເຫຼືອປະຊາຊົນ ແລະອີງໃສ່ປະຊາຊົນເພື່ອສ້າງສາກອງທັບໃຫ້ນັບມື້ນັບເຂັ້ມແຂງ.

 

ແປໂດຍ: ຮຸຍດົງ