ເອກະສານກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຊີ້ແຈ້ງວ່າ: “... ເປັນເຈົ້າການ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ...; ຍົກສູງຄຸນນະພາບ, ປະສິດທິຜົນວຽກງານການພົວພັນຕ່າງປະເທດຫຼາຍຝ່າຍ, ເປັນເຈົ້າການ ແລະຕັ້ງໜ້າປະກອບສ່ວນກໍ່ສ້າງ ແລະສ້າງບັນດາລະບອບລະບຽບການຫຼາຍຝ່າຍໃຫ້ເປັນຮູບເປັນຮ່າງ”. ຕັ້ງໜ້າຜັນຂະຫຍາຍແຜນນະໂຍບາຍ, ແນວທາງການພົວພັນຕ່າງປະເທດຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ພາຍຫຼັງບັນດາຂີດໝາຍທີ່ພົ້ນເດັ່ນຂອງປີ APEC 2017, ຫວຽດນາມ ສືບຕໍ່ຈັດຕັ້ງບັນດາເຫດການຫຼາຍຝ່າຍອື່ນສໍາເລັດ, ຄື: ກອງປະຊຸມປະຈໍາປີຄັ້ງທີ 26 ຂອງເວທີປາໄສລັດຖະສະພາ ອາຊີ-ປາຊີຟິກ (APPF-26) ແລະກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນໍ້າຂອງເປີດກວ້າງ ຄັ້ງທີ 6 (GMS 6).

leftcenterrightdel
                                       ພາບປະກອບຄັດຈາກ chinhphu.vn.

ພຽງແຕ່ໃນຮອບເວລາກວ່າ 10 ປີນັບແຕ່ APPF-13, ເລື່ອງຫວຽດນາມ ເປັນຄັ້ງທີສອງທີ່ເປັນກຽດໄດ້ຄັດເລືອກເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມປະຈໍາປີຂອງເວທີປາໄສຮ່ວມມືລະຫວ່າງລັດຖະສະພາໃຫຍ່ກັບ 27 ສະມາຊິກຄື APPF ເຊິ່ງສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ ແລະໄດ້ຮັບການຕີລາຄາສູງຈາກບັນດາລັດຖະສະພາສະມາຊິກສໍາລັບສະພາແຫ່ງຊາດ ແລະປະຊາຊົນຫວຽດນາມ. ທ່ານສະມາຊິກສະພາສູງ Takuji Yanogimoto, ຫົວໜ້າຄະນະຜູ້ແທນຍີ່ປຸ່ນ ເຂົ້າຮ່ວມ APPF-26, ແບ່ງປັນວ່າ: ທ່ານມີຄວາມປະທັບໃຈຢ່າງເລິກເຊິ່ງກ່ຽວກັບການພັດທະນາຢ່າງກະໂດດຂັ້ນຂອງຫວຽດນາມພາຍຫຼັງ 13 ປີນັບແຕ່ເມື່ອເຂົ້າຮ່ວມ APPF-13 ໂດຍຫວຽດນາມ ເປັນປະເທດເຈົ້າພາບຈັດຕັ້ງໃນປີ 2005.

ໃນຂະນະນັ້ນ, ທ່ານ Saber Chowdhury, ອະດີດປະທານສະຫະພັນລັດຖະສະພາສາກົນ (IPU) ເນັ້ນໜັກວ່າ, ຄວາມກົມກຽວຂອງຊົນເຜົ່າແມ່ນສາຍເຫດເຮັດໃຫ້ຫວຽດນາມ ກາຍເປັນສະຖານທີ່ດີເລີດ ເພື່ອປຶກສາຫາລືຫົວຂໍ້ “ຊຸກຍູ້ການທູດລັດຖະສະພາເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະວັດທະນາຖາວອນຢູ່ພາກພື້ນ ແລະໃນໂລກ”  ເນື່ອງໃນໂອກາດ APPF-26: “ຫວຽດນາມ ມີຄວາມກົມກຽວດ້ານຊົນເຜົ່າເປັນໜ້າຍ້ອງຍໍຊົມເຊີຍທີ່ສຸດ ເມື່ອມີກວ່າ 50 ຊົນເຜົ່າດໍາລົງຊີວິດຢູ່ຮ່ວມກັນຢ່າງ ສັນຕິພາບ” ສ່ວນທ່ານສະມາຊິກສະພາສູງ Hirofumi Nakasone, ທີ່ປຶກສາຂອງ APPF, ຕີລາຄາຜົນສໍາເລັດຂອງບັນດາກອງປະຊຸມສາກົນໃນໄລຍະຜ່ານມາ ຄື: ກອງປະຊຸມສຸດຍອດ APEC ຫຼື APPF-26 “ເປັນການຢັ້ງຢືນຖານະບົດບາດສາກົນຂອງຫວຽດນາມ ນັບມື້ນັບໄດ້ຮັບຍົກສູງຂຶ້ນ”...

ພາຍຫຼັງຜົນສໍາເລັດຂອງ APPF-26, ຫວຽດນາມ ສືບຕໍ່ສ້າງຂີດໝາຍຕໍ່ກອງປະຊຸມສຸດຍອດ GMS 6 ເມື່ອໄດ້ດຶງດູດການເຂົ້າຮ່ວມຂອງການນໍາບັນດາປະເທດສະມາຊິກ, ບັນດາຄະນະການທູດ, ວິສາຫະກິດເປັນຈໍານວນຫຼວງຫຼາຍ ແລະພິເສດແມ່ນຄວາມສົນໃຈຂອງບັນດາອົງການສື່ມວນຊົນ, ສໍານັກສື່ສານໃຫຍ່ຢູ່ພາຍໃນ ແລະຕ່າງປະເທດ. ນອກຈາກນັ້ນ, ເປັນຄັ້ງທໍາອິດທີ່ເວທີປາໄສສຸດຍອດທຸລະກິດ GMS ໄດ້ຈັດຕັ້ງເນື່ອງໃນໂອກາດ GMS 6 ປະຕິບັດຕາມຂໍ້ລິເລີ່ມຂອງຫວຽດນາມ. ຂໍ້ລິເລີ່ມນີ້ໄດ້ຮັບຄວາມເຫັນດີເຫັນພ້ອມຈາກບັນດາປະເທດສະມາຊິກ GMS ອື່ນ ຄື (ກໍາປູເຈຍ, ລາວ, ມຽນມາ, ໄທ, ຈີນ), ການສະໜັບສະໜູນຂອງບັນດາຄູ່ຮ່ວມມື ຄື ທະນາຄານພັດທະນາອາຊີ (ADB), ທະນາຄານໂລກ (WB), ASEAN... ແລະໄດ້ດຶງດູດການເຂົ້າຮ່ວມຂອງນັກລົງທຶນ, ນັກທຸລະກິດພາຍໃນ ແລະພາຍນອກພາກພື້ນເກືອບ 2.600 ຄົນ.

ເຊິ່ງເປັນຜູ້ແທນເຂົ້າຮ່ວມເວທີປາໄສສຸດຍອດທຸລະກິດ GMS ແລະມີການພົວພັນກັບບັນດາວິສາຫະກິດຍີ່ປຸ່ນ, ທ່ານ Jonathan Choi, ປະທານກຸ່ມບໍລິສັດ Sunwah, ຮົ່ງກົງ (ຈີນ) ໃຫ້ຮູ້ວ່າ ຄາດວ່າຈະນໍາບັນດາວິສາຫະກິດຍີ່ປຸ່ນ ມາຫວຽດນາມ ຜ່ານການສ້າງຕັ້ງກອງທຶນດ້ວຍເງິນລົງທຶນເບື້ອງຕົ້ນທັງໝົດແມ່ນ 200 ລ້ານໂດລາສະຫະລັດ...

ດ້ວຍບັນດາການຕີລາຄາຢ່າງພາວະວິໄສຂອງບັນດາຜູ້ແທນສາກົນຜ່ານການຈັດຕັ້ງ APPF-26, GMS 6 ພ້ອມກັບບັນດາການເຄື່ອນໄຫວພົວພັນຕ່າງປະເທດໃຫຍ່ຕ່າງໆ, ຫວຽດນາມ ໄດ້ ແລະພວມສົ່ງສານກ່ຽວກັບປະເທດແຫ່ງສັນຕິພາບ, ສະຖຽນລະພາບ, ພັດທະນາ, ມີຫົວຄິດປະສິດສ້າງ, ເຊື່ອມໂຍງ, ປ່ຽນແປງໃໝ່, ຕັ້ງໜ້າ ແລະເຕັມໄປດ້ວຍນໍ້າໃຈຮັກແພງແຂກ; ເຊິ່ງແມ່ນສະມາຊິກຢ່າງຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ສິ່ງດັ່ງກ່າວໄດ້ປະກອບສ່ວນ “ເປີດກວ້າງ ແລະນຳການພົວພັນຕ່າງປະເທດເຂົ້າສູ່ລວງເລິກ... ປະຕິບັດການເຊື່ອມໂຍງເຂົ້າກັບສາກົນໃນເງື່ອນໄຂໃໝ່ຢ່າງມີປະສິດທິຜົນ, ສືບຕໍ່ຍົກສູງຖານະບົດບາດ ແລະອິດທິພົນຊື່ສຽງຂອງປະເທດຊາດໃນເວທີສາກົນ” ຖືກຕ້ອງຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໄດ້ກໍານົດໄວ້.

 

ແປໂດຍ: ຫງວຽນກຸກ