ໂດຍໄດ້ຮັບຄໍາເຊີນຂອງທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຈະນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 3 ໃນລະຫວ່າງວັນທີ 4-5 ເມສາ 2018 ຢູ່ຊຽມຣຽບ, ກໍາປູເຈຍ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen. ພາບ: vov.vn.

ຄຸ້ມຄອງ ແລະພັດທະນາອ່າງແມ່ນ້ຳຂອງ

ແມ່ນ້ຳຂອງຍາວປະມານ 4,800 ກິໂລແມັດໄຫຼຜ່ານ 6 ປະເທດແມ່ນ ຈີນ, ມຽນມາ, ລາວ, ໄທ, ກໍາປູເຈຍ ແລະຫວຽດນາມ. ສໍາລັບຫວຽດນາມ, ແມ່ນ້ຳຂອງມີບົດບາດພິເສດ, ຫຼໍ່ລ້ຽງສອງເຂດເສດຖະກິດຈຸດສຸມແມ່ນທົ່ງພຽງແມ່ນໍ້າຂອງ ແລະເຂດໄຕງວຽນ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 3. ພາບ: ສໍານັກຂ່າວສານຫວຽດນາມ

ເຖິງຢ່າງໃດກໍ່ຕາມ, ອ່າງແມ່ນ້ຳຂອງປະຈຸບັນພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ທີ່ສຸດທີ່ກ່ຽວຂ້ອງເຖິງບັນຫາແຫຼ່ງຊັບພະຍາກອນນໍ້າ ຄື ສະພາບນ້ຳເຄັມຊຶມເຂົ້າ ແລະບັນດາຜົນກະທົບອື່ນຈາກການປ່ຽນແປງຂອງດິນຟ້າອາກາດ.

ຄະນະກຳມາທິການແມ່ນ້ຳຂອງສາກົນໄດ້ຮັບການສ້າງຕັ້ງແຕ່ປີ 1956 ພາຍໃຕ້ການໜູນຊ່ວຍຂອງສະຫະປະຊາຊາດເພື່ອປະສານງານການອຸປະຖໍາ ແລະຄຸ້ມຄອງຊັບພະຍາກອນຢູ່ອ່າງແມ່ນ້ຳ. ຮອດປີ 1995, 4 ປະເທດ (ກໍາປູເຈຍ, ລາວ, ໄທ ແລະຫວຽດນາມ) ໄດ້ລົງນາມໃນສັນຍາຮ່ວມມືແມ່ນໍ້າຂອງປີ 1995 ແລະສ້າງຕັ້ງຄະນະກໍາມາທິການແມ່ນໍ້າຂອງສາກົນ (MRC). ສັນຍານີ້ແມ່ນພື້ນຖານນິຕິກໍາໜຶ່ງດຽວໃນເຂດເພື່ອແນໃສ່ຄຸ້ມຄອງ ແລະພັດທະນາອ່າງແມ່ນ້ຳຂອງ.

ແຕ່ປີ 2010, ຄະນະກຳມາທິການແມ່ນ້ຳຂອງສາກົນໄດ້ຕົກລົງຈັດຕັ້ງກອງປະຊຸມຂັ້ນສູງຄັ້ງທີໜຶ່ງ ຂອງຄະນະກຳມາທິການແມ່ນ້ຳຂອງເຊິ່ງໄດ້ຈັດຕັ້ງຢູ່ ຫົວຫີນ, ໄທ. ກອງປະຊຸມຂັ້ນສູງຄັ້ງທີສອງ ຂອງຄະນະກຳມາທິການແມ່ນ້ຳຂອງໄດ້ຮັບການຈັດຕັ້ງໃນເດີືອນເມສາ 2014, ຢູ່ນະຄອນ ໂຮ່ຈິມິນ, ຫວຽດນາມ. ກອງປະຊຸມຂັ້ນສູງຄັ້ງທີສາມຈະໄດ້ຈັດຕັ້ງໃນເດືອນເມສາ 2018 ຢູ່ຊຽມຣຽບ, ກໍາປູເຈຍ.

ພາຍຫຼັງ 20 ປີແຫ່ງການສ້າງຕັ້ງ, ຄະນະກຳມາທິການແມ່ນ້ຳຂອງ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການຮ່ວມມືອ່າງແມ່ນ້ຳ ຄື ສ້າງບັນດາກົດລະບຽບການນຳໃຊ້ແຫຼ່ງຊັບພະຍາກອນນໍ້າ, ຄຸ້ມຄອງສິ່ງແວດລ້ອມ...

ຄວາມມານະພະຍາຍາມພັດທະນາແຫຼ່ງຊັບພະຍາກອນນໍ້າແມ່ນໍ້າຂອງແບບຍືນຍົງ

ຫວຽດນາມ ໄດ້ຮ່ວມມືຢ່າງຕັ້ງໜ້າຢູ່ບັນດາອົງການຈັດຕັ້ງພາກພື້ນ, ສາກົນກ່ຽວກັບແຫຼ່ງຊັບພະຍາກອນນໍ້າກໍ່ຄືເພີ່ມທະວີການຮ່ວມມືແມ່ນໍ້າຂອງກັບບັນດາຄູ່ຮ່ວມມື ຄື: ທະນາຄານໂລກ, ທະນາຄານພັດທະນາອາຊີ...

ນອກຈາກນັ້ນ, ຫວຽດນາມ ກໍ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມ ແລະຊຸກຍູ້ເນື້ອໃນກ່ຽວກັບການປົກປັກຮັກສາ ແລະນຳໃຊ້ແຫຼ່ງຊັບພະຍາກອນແບບຍືນຍົງໃນບັນດາກົນໄກຮ່ວມມືພາກພື້ນກ່ຽວຂ້ອງ. ໃນຂອບເຂດການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຫວຽດນາມ ເປັນເຈົ້າການນໍາເນື້ອໃນຮ່ວມມືກ່ຽວກັບແຫຼ່ງຊັບພະກອນນໍ້າກາຍເປັນໜຶ່ງໃນບັນດາຂົງເຂດບູລິມະສິດຢູ່ກົນໄກຮ່ວມມືນີ້; ຊຸກຍູ້ການເຄື່ອນໄຫວຂອງກຸ່ມປະຕິບັດງານແຫຼ່ງຊັບພະຍາກອນນໍ້າ ແລະເລື່ອງສ້າງຕັ້ງສູນຮ່ວມມືແຫຼ່ງຊັບພະຍາກອນນໍ້າແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຢູ່ ຈີນ ຢ່າງຕັ້ງໜ້າ. ກະຊວງຊັບພະຍາກອນ ແລະສິ່ງແວດລ້ອມ ພ້ອມກັບບັນດາກະຊວງ, ຂະແໜງການກ່ຽວຂ້ອງໄດ້ ແລະພວມຕັ້ງໜ້າເຂົ້າຮ່ວມກັບກຸ່ມປະຕິບັດງານກ່ຽວກັບແຫຼ່ງຊັບພະຍາກອນນໍ້າເພື່ອແລກປ່ຽນ, ເຈລະຈາກັບ ຈີນ ກ່ຽວກັບການຮ່ວມມືພັດທະນາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງແບບຍືນຍົງ.

ໃນຂອບເຂດຄະນະກຳມາທິການແມ່ນ້ຳຂອງ, ຫວຽດນາມ ໄດ້ສົມທົບກັບບັນດາປະເທດສະມາຊິກຊຸກຍູ້ເພື່ອເປັນເທື່ອທໍາອິດທີ່ຄະນະກຳມາທິການແມ່ນ້ຳຂອງ ໄດ້ອອກຖະແຫຼງການກ່ຽວກັບວິວັດການທາບທາມຄໍາເຫັນກ່ອນສໍາລັບໂຄງການເຂື່ອນໄຟຟ້ານໍ້າຕົກ ປາກແບງ (ລາວ). ຖະແຫຼງການດ້ວຍເນື້ອໃນຕົ້ນຕໍແມ່ນສະເໜີລັດຖະບານລາວ ແກ້ໄຂບັນດາຜົນກະທົບຂ້າມຊາຍແດນຂອງໂຄງການ ແລະເຫັນດີເປັນເອກະພາບສ້າງແຜນການກະທໍາລວມ.

ຫວຽດນາມ ແມ່ນສະມາຊິກທີ 35 ເຂົ້າຮ່ວມສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍການນໍາໃຊ້ບັນດາແຫຼ່ງນໍ້າຂ້າມຊາຍແດນ ເພື່ອບັນດາເປົ້າໝາຍ ປອດການຄົມມະນາຄົມທາງນ້ຳປີ 1997, ສົນທິສັນຍາມີຜົນສັກສິດແຕ່ເດືອນສິງຫາ 2014. ເລື່ອງ ຫວຽດນາມ ເຂົ້າຮ່ວມໄດ້ຮັບການຕີລາຄາສູງຈາກສະຫະປະຊາຊາດ. ປະຈຸບັນ ຫວຽດນາມ ພວມປຸກລະດົມບັນດາສະມາຊິກອາຊຽນ ແລະບັນດາປະເທດຕ່າງໆ ພິຈາລະນາເຂົ້າຮ່ວມສົນທິສັນຍານີ້ຢ່າງຕັ້ງໜ້າ, ຜ່ານນັ້ນປະກອບສ່ວນເພີ່ມທະວີບັນດາກົນໄກນິຕິກໍາ, ສ້າງຄວາມສະດວກໃຫ້ແກ່ການຄຸ້ມຄອງ  ແລະພັດທະນາແຫຼ່ງຊັບພະຍາກອນນໍ້າແມ່ນໍ້າຂອງແບບຍືນຍົງ.

ປະຈຸບັນຄະນະກຳມາທິການແມ່ນ້ຳຂອງມີ 14 ຄູ່ຮ່ວມມືພັດທະນາ ແລະພວມຕັ້ງໜ້າຊຸກຍູ້ເປີດກວ້າງການຮ່ວມມືອ່າງແມ່ນ້ຳ, ໃນນັ້ນມີແມ່ນໍ້າ Ganges, ແມ່ນໍ້າ Danube, ແມ່ນໍ້າ Nile, ແມ່ນໍ້າ Amazone  ແລະແມ່ນໍ້າ Mississippi. ຫວຽດນາມ ຊຸກຍູ້ການຮ່ວມມືກັບບັນດາຄູ່ຮ່ວມມືນີ້ຢ່າງຕັ້ງໜ້າ.

ໃນສະພາບການ ຫວຽດນາມ ຮັບດໍາລົງຕຳແໜ່ງບົດບາດເປັນປະທານສະພາຄະນະກຳມາທິການແມ່ນ້ຳຂອງສາກົນປີ 2018, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 3 ເພື່ອແນໃສ່ຜັນຂະຫຍາຍແນວທາງການພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຊຸກຍູ້ການພົວພັນກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ, ບັນດາຄູ່ຮ່ວມມືພາຍໃນ ແລະພາຍນອກພາກພື້ນ. ເລື່ອງ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂັ້ນສູງຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 3 ເປັນການຢືນຢັນເຖິງຄວາມເອົາໃຈໃສ່ ແລະໃຫ້ຄໍາໝັ້ນສັນຍາຂອງຫວຽດນາມ ສໍາລັບການຮ່ວມມືໃນຂອບເຂດຄະນະກຳມາທິການແມ່ນ້ຳຂອງ ບົນຈິດໃຈຂອງສັນຍາແມ່ນໍ້າຂອງປີ 1995, ປະກອບສ່ວນເພີ່ມທະວີບົດບາດຂອງຄະນະກຳມາທິການແມ່ນ້ຳຂອງ ກໍ່ຄື ຄວາມສາມັກຄີ, ການຮ່ວມມືລະຫວ່າງບັນດາປະເທດສະມາຊິກເພື່ອຜົນປະໂຫຍດລວມ.

 

ແປໂດຍ: ຫງວຽນກຸກ